spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້1 ປີຜ່ານມາ ປກສ ເມືອງສອງຄອນ ກັກຜູ້ຖືກຫາຄະດີຢາເສບຕິດ ໄດ້ເກືອບ 60 ຄົນ!

1 ປີຜ່ານມາ ປກສ ເມືອງສອງຄອນ ກັກຜູ້ຖືກຫາຄະດີຢາເສບຕິດ ໄດ້ເກືອບ 60 ຄົນ!

Published on

ຂປລ. ​ໃນ​ໄລຍະ 1 ປີ ຜ່ານ​ມາ ກອງບັນຊາການ ປກສ ເມືອງສອງຄອນ ແຂວງສະຫວັນະເຂດ ​ໄດ້​ເອົາ​ໃຈ​ໃສ່​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​ຕ່າງ​ໆໃນ​ສັງຄົມ ​ເຊິ່ງ​ໃນ​ປີ 2015 ຜ່ານ​ມາ ຢູ່​ເມືອງ​ດັ່ງກ່າວ, ມີຄະດີຢາເສບຕິດມີ 45 ລາຍ, ກັກຜູ້ຖືກຫາໄດ້ 57 ຄົນ, ຍິງ 7 ຄົນ, ຢຶດຂອງກາງຢາບ້າ ໄດ້ 21 ພັນກວ່າເມັດ, ກັນຊາແຫ້ງ 1,4 ກິໂລ, ຢາໄອ 1 ຫລອດ.

ທ່ານ ພັນໂທ ທະນົງສັກ ວົງສາເສນາ ຮອງຫົວໜ້າກອງບັນຊາການ ປກສ ເມືອງສອງຄອນ
​ໄດ້​ໃຫ້​ຮູ້​ໃນກອງປະຊຸມ ສະຫລຸບວຽກ​ງານ​ປະຈຳ​ປີ 2015 ແລະ ວາງແຜນການປີ 2016 ​ເມື່ອ​ບໍ່​ດົນ​ນີ້​ວ່າ:  ສະພາບປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມໃນໜຶ່ງປີຜ່ານມາ ຢູ່ເມືອງສອງຄອນ ນອກຈາກ​ຄະດີ​ຢາ​ເສບ​ຕິດ​ແລ້ວ​ ຍັງ​ມີຄະດີອາຍາເກີດຂຶ້ນທັງໝົດ 12 ເລື່ອງ, ກັກຜູ້ຖືກຫາໄດ້ 61 ຄົນ, ຍິງ 3 ຄົນ; ມີອຸບັດເຫດ ເກີດຂຶ້ນທັງໝົດ 51 ລາຍ, ມີຄົນເສຍຊີວິດ 6 ຄົນ, ຍິງ 2 ຄົນ ລວມມູນຄ່າເສຍຫາຍທັງໝົດ 332 ລ້ານ​ກວ່າກີບ. ສ່ວນທາງດ້ານວຽກງານສະກັດ ກັ້ນຕ້ານອັກຄີໄພ 1 ປີ ມີອັກຄີໄພເກີດຂຶ້ນທັງໝົດ 10 ຄັ້ງ, ລວມມູນຄ່າເສຍຫາຍທັງໝົດ 1,1 ຕື້​ກວ່າກີບ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...