spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ບັນຫາ​ສໍ້​ໂກງ​ນ້ຳມັນ​ຕາມ​ປ້ຳສ່ວນ​ຫລາຍ​ເກີດ​ຈາກ​ພະນັກງານ​

ບັນຫາ​ສໍ້​ໂກງ​ນ້ຳມັນ​ຕາມ​ປ້ຳສ່ວນ​ຫລາຍ​ເກີດ​ຈາກ​ພະນັກງານ​

Published on

ບັນຫາ​ການ​ສໍ້​ໂກງ​ນ້ຳມັນ​ຢູ່​ຕາມ​ປ້ຳຕ່າງໆ​ນັ້ນ ​ເຖິງ​ແມ່ນ​ວ່າ​ພາກສ່ວນ​ກ່ຽວຂ້ອງ​​ໄດ້​ມີ​ການ​​ເຄື່ອນ​ໄຫວລົງກວດກາ​ມາດຕະ ຖານ​ການ​ວັດ​ແທກ​ຢ່າງ​ເປັນ​ປົກກະຕິ ​ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ເກີດ​ມີ​ການ​ເອົາ​ປຽບ​ລູກ​ຄ້າ​ທີ່​ໃຊ້​ບໍລິການ, ​ແຕ່​ປາກົດ​ວ່າ​ຫາງ​ສຽງ​ສັງຄົມ​ກໍ​ຍັງ​ເກີດ​ມີ​ຂຶ້ນມາ​ຢ່າງ​ຕໍ່​ເນື່ອງ​ກ່ຽວ​ກັບ​ການ​ສໍ້​ໂກງ​ປະລິມານ​ນ້ຳມັນ​ຢູ່ປ້ຳຫລາຍ​ແຫ່ງ, ຕົ້ນຕໍ​ມັນ​ບໍ່​ແມ່ນ​ຍ້ອນ​ວັດຖຸ​ອຸປະ ກອນ​ຫົວ​ຈ່າຍ​ປ້ຳນ້ຳມັນ​ບໍ່​ໄດ້​ມາດຕະຖານ​ພຽງ​ຢ່າງ​ດຽວ, ແຕ່​ເຫັນ​ວ່າສ່ວນ​ໃຫຍ່​ເປັນ​ຍ້ອນ​ພະນັກງານ​ຂາຍ​ນ້ຳມັນ​ຕ່າງ ຫາກ​ທີ່​ມີ​ພຶດຕິ​ກຳ​​ສໍ້​ໂກງ​ລູກ​ຄ້າ ເຊິ່ງບາງ​ປ້ຳ​ເມື່ອ​ມີ​ລົດ​ໃຫຍ່​ແລ່ນ​ເຂົ້າມາ ພະນັກງານ​ກໍ​ຈະ​ຍາດ​ກັນ​ກວັກ​ມື​ໂບກ​ເຂົ້າ​ໄປ​ຫາ​ເຄື່ອງ​ຈັກ​ທີ່​ຕົນ​ຮັບຜິດຊອບ​ທັນທີ ​ແລະ ເວລາ​ບີບ​ນ້ຳມັນ​ໃສ່​ລົດ​ກໍ​ມີ​ລັກ ສະນະ​ບີບ​ປ່ອຍ​ບີ​ບປ່ອຍ​ບໍ່​ໃຫ້​ນ້ຳ ມັນ​​ໄຫລ​ເປັນ​

ປົກກະຕິ ​​ເຊິ່ງສິ່ງ​ນີ້ຈະ​ເຮັດ​ໃຫ້​ຜູ້​ມາ​ໃຊ້​ບໍລິການ​ບໍ່ພໍ​ໃຈ, ​ແຕ່​ລະມື້ໜຶ່ງ​ມີ​ລົດ​​ເປັນ​ຈຳ ນວນຫລາຍ​​ໄປ​ໃຊ້​ບໍລິການ​ກໍ​ຈະ​ໄດ້ຜົນ​ປະ​ໂຫຍ​ດຈາກ​ການ​ສໍ້​ໂກງ​ຫລາຍ, ຢູ່່ຫລາຍ​ປະ​ເທດປ້ຳນ້ຳ ມັນ​​ແມ່ນ​ບໍ່​ມີ​ພະນັກງານ​ມາ​ຄ່ອຍ​ບໍລິການ ແຕ່​ໃຫ້​ລູກ​ຄ້າ​ເປັນ​ຜູ້​ບີບ​ເອົາ​ເອງ​ຕາມ​ຈຳນວນ​ທີ່​ຕ້ອງ ການ​ເຕີມ​ເຮັດ​ແບບ​ນີ້ກໍ​ເພື່ອ​ຮັບ ປະກັນ​ໃຫ້​ຜູ​້​ໃຊ້​ບໍລິການ​ໄດ້​ນ້ຳ ມັນ​ເຕັມ​ເມັດ​ເຕັມ​ໜ່ວຍ​ໂດຍ​ປາສະຈາກ​ການລະ​ແວງ​ສົງ​ໄສ​ຕ່າງໆ. ສະນັ້ນ ຂອດ​ທີ່​ແກ້​ໄຂ​​ໃຫ້ ຫາງ​ສຽງ​ຂອງ​ສັງຄົມ​ຫລຸດຜ່ອນ​ລົງ ພາກສ່ວນ​ກ່ຽວຂ້ອງ​ບໍ່​ພຽງ​ແຕ່​ຈະ​ລົງ​ກວດກາ​ແຕ່​ມາດຕະ ຖານ​ຂອງ​ຫົວປ້ຳ​ເທົ່າ​ນັ້ນ, ຄຽງ​ຄູ່​ກັນນັ້ນ ຄວນ​ໄດ້​ຊຸກຍູ້​ໃຫ້​ບັນ ດາ​ເຈົ້າຂອງ​ປ້ຳນ້ຳມັນທຸກ​ແຫ່ງ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ພະນັກ ງານ​ພາຍ​ໃນ​ຄວາມ​ຮັບຜິດຊອບ ຂອງ​ຕົນ​ຢ່າງ​ເປັນ​ປົກກະຕິ​ເພື່ອ​ໃຫ້​ມີ​ທັດສະນະ​ການ​ບໍລິການ​ທີ່​ດີ, ຫລີກ​ເວັ້ນ​ແນວ​ຄິດ​ສວຍ​ໂອກາດ​ສໍ້​ໂກງ​ເອົາ​ປຽບ​ລູກ​ຄ້າ.

ທີ່ມາ http://laophatthananews.blogspot.com/2014/05/blog-post_9524.html

 

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...