Homeຂ່າວຕ່າງປະເທດໄອເອັມເອຟ ເຕືອນເສດຖະກິດຈີນ-ຍີ່ປຸ່ນ ຈະຂະຫຍາຍຕົວຊ້າລົງໃນສອງປີນີ້

ໄອເອັມເອຟ ເຕືອນເສດຖະກິດຈີນ-ຍີ່ປຸ່ນ ຈະຂະຫຍາຍຕົວຊ້າລົງໃນສອງປີນີ້

Published on

ກອງທຶນການເງິນລະຫວ່າງປະເທດ (ໄອເອັມເອຟ) ເຕືອນວ່າ ເສດຖະກິດຈີນ ແລະ ຍີ່ປຸ່ນ ຈະຂະຫຍາຍຕົວຊ້າລົງໃນປີນີ້ ແລະ ປີໜ້າ ແຕ່ອາຊີຈະຍັງເຕີບໂຕແຂງແກ່ນເນື່ອງຈາກການບໍລິໂພກໃນປະເທດຊ່ວຍຊົດເຊີຍການຄ້າໂລກທີ່ງຽບເຫງົາ.

ໄອເອັມເອຟຄາດການໃນລາຍງານທ່າອຽງເສດຖະກິດປະຈຳພູມິພາກໃນອາຊີ ແລະ ປາຊີຟິກວ່າ ເສດຖະກິດອາຊີຈະຂະຫຍາຍຕົວ 5,3% ໃນປີນີ້ ແລະ ປີໜ້າ ຫຼຸດລົງຈາກ 5,4% ທີ່ຄາດການໄວ້ເມື່ອເດືອນຕຸລາປີກ່ອນ ເພາະຈີນຄາດວ່າຈະຂະຫຍາຍຕົວ 6,53% ແລະ 6,2% ໃນປີນີ້ ແລະປີໜ້າ ຕໍ່າກວ່າປີທີ່ຜ່ານມາໝົດປີທີ່ຂະຫຍາຍຕົວ 6,8% ຕໍ່າສຸດໃນຮອບ 25 ປີ ຂະນະທີ່ຍີ່ປຸ່ນໜ້າຈະຂະຫຍາຍຕົວ 0,5% ໃນປີນີ້ ແລະ ຫົດຕົວ 0,1% ໃນປີໜ້າ ຈາກການຂຶ້ນພາສີບໍລິໂພກ, ເງິນເຢນແຂງຄ່າ, ການຄ້າກັບຈີນຫຼຸດຜ່ອນລົງ ແລະ ບັນຫາຊໍ້າເຮື້ອເລື່ອງປະຊາກອນສູງອາຍຸ ແລະ ໜີ້ສາທາລະນະມະຫາສາດ.

ໄອເອັມເອຟລະບຸວ່າ ມາດຕະການກະຕຸ້ນເສດຖະກິດຂອງລັດຖະບານ, ລາຄາສິນຄ້າໂພກກະພັນທີ່ຫຼຸດລົງ ແລະ ອັດຕາການເງິນວ່າງງານຕໍ່າຈະຊ່ວຍຊຸກຍູ້ການຂະຫາຍຕົວຂອງພູມິພາກນີ້ ອາຊີຍັງມີການເຄື່ອນໄຫວຫຼາຍທີ່ສຸດໃນໂລກແຕ່ສ່ຽງໄດ້ຮັບຜົນກະທົບໜັກຈາກການຟື້ນຕົວຂອງເສດຖະກິດໂລກ ແລະ ການຄ້າໂລກທີ່ງຽບເຫງົາ ຕະຫຼາດເລິນໂລກບໍ່ປົກກະຕິຫຼາຍຂຶ້ນ ແລະ ຜົນກະທົບໄລຍະສັ້ນຈາກການປັບປ່ຽນເສດຖະກິດຈີນ ດັ່ງນັ້ນ ຜູ້ກຳນົດນະໂຍບາຍຈະຕ້ອງເດີນໜ້າປະຕິຮູບໂຄງສ້າງເພື່ອເພີ່ມປະສິດທິພາບການຜະລິດ ສ້າງພື້ນທີ່ການຄັງ ແລະ ສົ່ງເສີມຄວາມຕ້ອງການບໍລິໂພກໃນປະເທດ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...