Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານ​ຕັດສິນ​ລົງ​ໂທດ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ຈຳ​ຄຸກ​ຕະຫລອດ​ຊີວິດ

ສານ​ຕັດສິນ​ລົງ​ໂທດ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ຈຳ​ຄຸກ​ຕະຫລອດ​ຊີວິດ

Published on

ສານ​ຕັດສິນ​ລົງ​ໂທດ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ຈຳ​ຄຸກ​ຕະຫລອດ​ຊີວິດ
ສານ​ຕັດສິນ​ລົງ​ໂທດ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ຈຳ​ຄຸກ​ຕະຫລອດ​ຊີວິດ

​ໃນ​ວັນ​ທີ 13 ພຶດສະພາ​ນີ້, ສານ​ປະຊາຊົນ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ຕັດສິນ​ລົງ​ໂທດ​ທ້າວ ອ່ອນ​ແກ້ວ ອາຍຸ 22 ປີ ຢູ່​ບ້ານ​ໜອງ​ພະຍາ ​ເມືອງ​ໄຊ​ທານີ ນະຄອນ ຫລວງ​ວຽງ​ຈັນ ​ແລະ ທ້າວ ທອງ​ລອນ ອາຍຸ 24 ປີ ຢູ່​ບ້ານ​ໂພນ​ຄຳ ​ເມືອງ​ທຸລະຄົມ ​ແຂວງ​ວຽງ​ຈັນ ​ຈຳ​ຄຸກ​ຕະຫລອດ​ຊີວິດ ພ້ອມ​ປັບ​ໄໝ​ເງິນ​ຜູ້​ລະ 500 ລ້ານ​ກີບ ​ໃນ​ຂໍ້​ຫາ​ຄ້າຂາຍ​ຢາ​ເສບ​ຕິດ.

​ເຈົ້າໜ້າ​ທີ່​ໃຫ້​ຮູ້​ວ່າ: ພວກ​ກ່ຽວ​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ໄດ້​ໃນ​ຂະນະ​ພວມ​ເອົາ​ຢາ​ບ້າ​ໄປ​ສົ່ງ​ໃຫ້​ລູກ​ຄ້າ​ຢູ່ສະຖານີ​ໂດຍສານ​ສາຍ​ໃຕ້ ພ້ອມ​ຂອງ​ກາງ​ຢາ​ບ້າ​ຈຳ ນວນ 3 ມັດ, ສ່ວນ​ຜູ້​ທີ່​ຈະ​ໄປ​ຮັບ​ຢາ​ບ້າ​ນຳ​ພວກ​ກ່ຽວ​ສາມາດ​ເອົາ​ຕົວ​ຫລົບໜີ​ໄດ້ ​ເຊິ່ງ​ເຈົ້າໜ້າ​ທີ່​ພວມ​ເລັ່ງຕິດຕາມ​ຕົວ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ​ໃຫ້​ໄດ້.

ທີ່ມາ http://laophatthananews.blogspot.com/2014/05/blog-post_4630.html

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...