spot_img
Homeຄວາມງາມວິທີຮັກສາ ມືລອກ-ມືແຫ້ງ-ມືເປັນຂຸຍ ໃຫ້ກັບມານຸ້ມໜ້າສຳພັດ

ວິທີຮັກສາ ມືລອກ-ມືແຫ້ງ-ມືເປັນຂຸຍ ໃຫ້ກັບມານຸ້ມໜ້າສຳພັດ

Published on

ສາເຫດທີ່ເຮັດໃຫ້ມືລອກ-ມືແຫ້ງ-ມືເປັນຂຸຍ ແຫ້ງແຕກ ແລະ ຫຍາບ ໃຫ້ກັບມານຸ້ມໜ້າສຳພັດ
1. ຜິວແຫ້ງລອກເປັນຂຸຍ
ມັກເກີດຊ່ວງທີ່ມີອາກາດໜາວ ຫຼື ຫຼາຍຄົນທີ່ມັກອາບນ້ຳ ຫຼື ລ້າງມືໃນນ້ຳອຸ່ນເປັນເວລາດົນ ແລະ ເລື່ອຍໆ ຈະເຮັດໃຫ້ຜິວໜັງຂາດຄວາມຊຸ່ມຊື່ນ
2. ມືລອກ ສົ້ນຕີນແຕກ
ສາເຫດສ່ວນຫຼາຍມັກເກີດຈາກການສຳພັດກັບສານລະຄາຍເຄີຍຕໍ່ຜິວນັງ ເຊັ່ນ: ສານເຄມີຈຳພວກມີກົຣດ, ແຟັບຊັກເຄື່ອງ, ສານລະລາຍອິນຊີ ເມື່ອທ່ານສຳພັດກັບສານຈຳພວກນີ້ເປັນເວລາດົນ ຈະເຮັດໃຫ້ຜິວໜັງເກີດການອັກເສບຜິວແຫ້ງ ແລະ ແຕກໄດ້
3. ເກີດຈາກການຂາດວິຕາມິນຢ່າງຮຸນແຮງ
ພົບການແຕກແຂງກະດ້າງໄດ້ເຊັ່ນ: ການຂາດວິຕາມິນເອ, ເຮັດໃຫ້ຜິວແຫ້ງຮ່ວມກັບຕາບອດໄກ້ ການຂາດວິຕາມິນບີ3 (ໄນອາຊິນ)

ວິທີການຮັກສາ
ເຮົາຄວນຫລີກລ່ຽງການສຳພັດເຄມີທີ່ເຮັດໃຫ້ເຮົາເກີດອາການແພ້ ແລະ ສາມາດທີ່ຈະໃຊ້ຜະລິດຕະພັນບຳລຸງຜິວມາໃຊ້ເພື່ອເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜິວໄດ້ ໂດຍເລືອກກຸ່ມຜະລິດຕະພັນສຳລັບຜິວແຫ້ງທີ່ມີສ່ວນປະສົມຂອງກົຣດໄຮຍາຣູຣໍນິກ ຫຼື ກລີເຊີຣິນ ເພາະມັນຈະຊ່ວຍໃຫ້ຜິວໄດ້ຮັບສານທີ່ເພີ່ມຄວາມຊຸ່ມຊື່ນຫຼາຍກ່ວາໃນກຸ່ມຂອງຜິວທຳມະດາ

ແລະ ນອກຈາກນີ້ຍັງມີອີກວິທີມາຈາກພູມປັນຍາຂອງຊາວບ້ານດ້ວຍ

1. ໃບກະເດົາ ນຳຍອດກະເດົາມາ 5-6 ຍອດ ຕົ້ມກັບນ້ຳ 1 ລິດ ປະມານ 5 ນາທີ ພໍນ້ຳອຸ່ນໆໃຫ້ເອົາມືລົງໄປແຊ່ໄວ້ປະມານ 5 ນາທີ ຈິ່ງເອົາມືອອກ ປະມືໄວ້ໃຫ້ແຫ້ງແລ້ວລ້າງມືໃຫ້ສະອາດ ເຮັດວັນລະ 1 ຄັ້ງ ມືຈະເຊົາລອກເອງ
2. ເອົານ້ຳມັນໝາກພ້າວທາຕາມບໍລິເວນທີ່ລອກ ວັນລະ 3-4 ຄັ້ງ ເວລາທາຄວນຖູເບົາໆ ປະມານ 5-10 ນາທີ
ແຕ່ຖ້າບາງຄົນເປັນເຖິງຂັ້ນຮຸນແຮງຈົນໃຊ້ວິທີເຫຼົ່ານີ້ແລ້ວຍັງບໍ່ໄດ້ຜົນຍັງບໍ່ເຊົາ ແນະນຳຄວນໄປພົບແພດທາງດ້ານຜິວໜັງໂດຍກົງ

ອາການ ມືລອກ-ມືແຫ້ງ-ມືເປັນຂຸຍ ບາງຄົນອາດເກີດຈາກໂຣກບາງຊະນິດກໍ່ອາດເປັນໄດ້

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...