Homeສຸຂະພາບ ແລະ ສີ່ງແວດລ້ອມອົງການໄອຊັບ ສືບຕໍ່ຊ່ອຍເຫຼືອດ້ານສຸຂະພາບແມ່ ແລະ ເດັກ ເມືອງໄຊບົວທອງ ແຂວງຄໍາມ່ວນ

ອົງການໄອຊັບ ສືບຕໍ່ຊ່ອຍເຫຼືອດ້ານສຸຂະພາບແມ່ ແລະ ເດັກ ເມືອງໄຊບົວທອງ ແຂວງຄໍາມ່ວນ

Published on

ອົງການໄອຊັບ ຈະຊ່ວຍເຫຼືອງົບປະມານຈຳນວນ 270.000 ໂດລາສະຫະລັດ ເພື່ອປັບປຸງສະຖານະດ້ານສຸຂະພາບແມ່ ແລະ ເດັກ ໃນ 3 ບ້ານເປົ້າໝາຍຄື ບ້ານປ່າກ້ວຍທົ່ງ ປ່າກ້ວຍດົງ ແລະ ບ້ານຜາໂຄ້ງ ຢູ່ເມືອງໄຊບົວທອງ ແຂວງຄຳມ່ວນ.

ທ່ານ ມາຊະອະກິ ທະເຄຊິເງະ ຫົວໜ້າໂຄງການໄອຊັບ ປະຈຳລາວ ກ່າວໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າ ອົງການໄອຊັບ ໄດ້ຈັດຕັ້ງປະຕິບັດບັນດາກິດຈະກຳການຮັກສາສຸຂະພາບແບບຊຸມຊົນມີສ່ວນຮ່ວມ ເລີ່ມແຕ່ປີ 2005 ທີ່ເມືອງເຊບັ້ງໄຟ ແລະ ໄດ້ສິ້ນສຸດໂຄງການໃນປີ 2015 ຮວມໄລຍະເວລາ 10 ປີ ເຊິ່ງເຫັນໄດ້ວ່າ ການຈັດຕັ້ງປະຕິບັດຂອງໂຄງການແມ່ນໄດ້ຮັບປະສິດທິພາບດີ ສະນັ້ນ ທາງໂຄງການຈິ່ງໄດ້ສະເໜີງົບປະມານຈາກ ໂຮງໝໍ ເຊັນແມຣີ (St.Mary’s Hospital) ຈຳນວນ 270.000 ໂດລາສະຫະລັດ ເພື່ອສືບຕໍ່ໂຄງການໃນ 3 ບ້ານເປົ້າໝາຍທີ່ເມືອງໄຊບົວທອງ ເຊິ່ງໂຄງການດັ່ງກ່າວຈະໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນເມສາ 2016 ຫາເດືອນ ມີນາ 2019 ຮວມໄລຍະເວລາ 4 ປີ.

ຈຸດປະສົງຂອງໂຄງການແມ່ນເພື່ອເສີມສ້າງຄວາມເຂັ້ມແຂງຂອງກິດຈະກຳໃຫ້ສຸຂະສຶກສາ ດ້ານໂພຊະນາການ ແລະ ສຸຂະອະນາໄມໃຫ້ແກ່ພະນັກງານຫ້ອງການສາທາລະນະສຸກເມືອງ ປັບປຸງການບໍລິການດ້ານສຸຂະພາບໃຫ້ແກ່ເດັກອາຍຸລຸ່ມ 5 ປີ ແລະ ແມ່ຍິງຖືພາ ປັບປຸງຄວາມຊຳນິຊຳນານໃນການໃຫ້ສຸຂະສຶກສາຂອງພະນັກງານຫ້ອງການສາທາລະນະສຸກເມືອງ ແລະ ຄວາມຮູ້ ຄວາມເຂົ້າໃຈສຳລັບປະຊາຊົນພາຍໃນບ້ານຕໍ່ກັບວຽກງານສຸຂະສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ສຳລັບການສົ່ງເສີມໃຫ້ຊຸມຊົນມີສ່ວນຮ່ວມໃນຂະແໜງສາທາລະນະສຸກ ໂດຍຜ່ານການແລກປ່ຽນທາງດ້ານບຸກຄະລາກອນລະຫວ່າງປະເທດຍີ່ປຸນ ແລະ ສປປ.ລາວ.

ສໍາລັບພິທີເຊັນບົດບັນທຶກ (MOU) ໄດ້ຈັດຂຶ້ນໃນວັນທີ 28 ເມສາ 2016 ຜ່ານມາ ທີ່ພະແນກສາທາລະນະສຸກແຂວງຄຳມ່ວນ ໂດຍມີທ່ານ ສົມໃຈ ເພັດສີນວນ ຮອງເຈົ້າແຂວງໆຄຳມ່ວນ ທ່ານ ດຣ. ພາສຸກ ຄຳມະນີທອງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ທ່ານ ມາຊະອະກິ ທະເຄຊິເງະ ຫົວໜ້າໂຄງການໄອຊັບ ປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...