spot_img
Homeຂ່າວເຫດການຕົ້ນປີ 2016 ນະຄອນຫລວງວຽງຈັນເກີດອັກຄີໄພ 27 ຄັ້ງເສຍຫາຍມູນຄ່າ 700 ລ້ານກີບ

ຕົ້ນປີ 2016 ນະຄອນຫລວງວຽງຈັນເກີດອັກຄີໄພ 27 ຄັ້ງເສຍຫາຍມູນຄ່າ 700 ລ້ານກີບ

Published on

ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫລວງວຽງຈັນເປີດເຜີຍ 4 ເດືອນຕົ້ນປີ 2016 ພົບວ່າ ນະຄອນ ຫລວງວຽງຈັນໄດ້ເກີດອັກຄີໄພ 27 ຄັ້ງ ສ້າງຄວາມເສຍຫາຍ ທາງດ້ານຊັບສິນ ແລະ ວັດຖຸ ຂອງປະຊາຊົນ ຢ່າງຫລວງຫລາຍ ສາເຫດຕົ້ນຕໍແມ່ນຈາກສະພາບອາກາດຮ້ອນອົບເອົ້າບວກກັບການຂາດສະຕິໃນກວດກາ ແລະ ໃຊ້ໄຟຄອບຄົວ.

ທ່ານ ພັນໂທ ຈັນທະບູນ ມະນີວົງ ຫົວໜ້າພະແນກກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວໃນວັນທີ 29 ເມສາ ນີ້ວ່າ: ໃນຕົ້ນປີ 2016 ນີ້(ນັບແຕ່ເດືອນມັງກອນ-ເມສາ ) ເຫັນວ່າ ນະຄອນຫລວງວຽງຈັນມີອັກຄີໄພເກີດຂຶ້ນ 27 ຄັ້ງ ລວມມູນຄ່າຜົນເສຍຫາຍຫລາຍກວ່າ 700 ລ້ານກີບ, ສາເຫດຫລັກຂອງການເກີດອັກຄີໄພ ແມ່ນຍ້ອນໄຟຟ້າລັດວົງຈອນ, ໄຕ້ທູບທຽນບູຊາ, ໄຟລາມປ່າ ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງ ໄດ້ເອົາໃຈໃສ່ເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນທຸກດ້ານ ຢ່າງເຕັມທີ່ ໂດຍໄດ້ມີການຈັດການເວນຢາມປະຈຳການ ຕະ ຫລອດ 24 ຊົ່ວໂມງ, ກຽມລົດບັນທຸກນໍ້າ ພ້ອມອຸປະກອນຕ່າງໆ ແລະ ໄດ້ປະສານສົມທົບກັບໄຟຟ້ານະຄອນຫລວງ, ໜ່ວຍກູ້ໄພ, ອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ ເພື່ອຊ່ວຍກັນຕ້ານ ແລະ ສະກັດກັ້ນ ການເກີດອັກຄີໄພ.

ທ່ານ ພັນໂທ ຈັນທະບູນ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຈົ່ງມີສະຕິລະວັງຕົວ, ຖືເອົາວຽກງານຕ້ານ ແລະ ສະກັດກັ້ນອັກຄີໄພເປັນສຳຄັນ, ເອົາໃຈໃສ່ກວດກາສາຍໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າຕ່າງໆ ໃຫ້ຢູ່ໃນສະພາບດີໄດ້ມາດຕະຖານ, ຖ້າເຫັນວ່າເກົ່າ, ເປ່ເພ, ບໍ່ຮັບປະກັນ ຕ້ອງປ່ຽນໃໝ່, ທຸກໆຄັ້ງທີ່ໃຊ້ຟືນໄຟ ແລະ ອຸປະກອນ ເຄື່ອງໃຊ້ໄຟຟ້າສຳເລັດແລ້ວ ຫລື ກ່ອນອອກຈາກເຮືອນ, ບ່ອນເຮັດວຽກ, ບ່ອນຄ້າ-ຂາຍ ແລະ ອື່ນໆ ຕ້ອງກວດກາ ຖອດປັກສຽບ ແລະ ມອດໄຟຟ້າ ໃຫ້ລະອຽດ, ການໄຕ້ທູບທຽນບູຊາຕ້ອງຕິດຕາມ ຫລື ມອດກ່ອນເພື່ອຮັບປະກັນຄວາມປອດໄພ. ຖ້າທ່ານໃດ ຫາກພົບເຫັນເຫດການໄຟໄໝ້ ກໍສາມາດໂທແຈ້ງ ໄດ້ທີເບີ 021 212707 ຫລື 190.

ຂ່າວ+ພາບ: ທະນູທອງ

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...