spot_img
Home​ຂ່າວທ່ອງທ່ຽວນ້ຳຕົກຕາດນ້ຳສະນາມ ແຂວງຄໍາມ່ວນ

ນ້ຳຕົກຕາດນ້ຳສະນາມ ແຂວງຄໍາມ່ວນ

Published on

ນ້ຳຕົກຕາດນ້ຳສະນາມ ແມ່ນສະຖານທີ່ທ່ອງທ່ຽວທາງທຳມະຊາດ ເປັນນ້ຳຕົກຕາດແຝດ ຕັ້ງຢູ່ໃນພູຜາໜ່ານ, ຕັ້ງຢູ່ໃນເຂດປ່າສະຫງວນພູ ຫີນປູນ, ເຂດບ້ານຄູນຄຳ, ເມືອງຄູນຄຳ, ແຂວງຄຳມ່ວນ. ນ້ຳຕົກຕາດຫ່າງຈາກຕົວເມືອງ 3 ກິໂລແມັດ, ສາມາດຂີ່ລົດປະເພດສີ່ລໍ້ເຂົ້າໄປໄດ້ປະມານ 2 ກິໂລແມັດ. ຈາກນັ້ນເຮົາກໍ່ຍ່າງຂຶ້ນພູເຂົາດິນ ທີ່ມີປ່າໄມ້ອຸດົມສົມບູນ ມີນົກ, ສັດປ່າຫລາຍຊະນິດພັນ, ໄລຍະທາງດັ່ງກ່າວນີ້ກໍ່ປະມານ 1 ກິໂລແມັດ ກໍ່ຈະເຖິ່ງຈຸດນ້ຳຕົກຕາດ.

ຖ້າຫາກເຮົາເຂົ້າໄປໃນຍາມເຊົ້າ ໂດຍບໍ່ໃຊ້ສຽງດັງ ໂອກາດເຮົາຈະເຫັນຝູງລີງ, ໂຄ່ງ, ຂາແດງ ມາກິນນ້ຳ ໂດຍສະເພາະ ແລ້ວໃນຍາມເວລາປະມານ 8:00 ໂມງ. ນ້ຳຕົກຕາດນີ້ຕົກຈາກໜ້າຜາສູງປະມານ 70-100 ແມັດ. ແບ່ງອອກເປັນສອງແງ່, ແສງຕາເວັນຍາມເຊົ້າ ຕ້ອງກັບນ້ຳຕົກເປັນແສງຮຸ້ງ ປະກາຍອອກຢ່າງງົດງາມ. ເມື່ອເວລາເຮົາຍ່າງເລາະລຽບຕາມສາຍນ້ຳຕົກຕາດນ້ຳສະນາມ ລົງມາຈະເຫັນວັງນ້ຳ. ນ້ຳຕົກ ຕາດເປັນຈຸດໆລົງມາຕາມການສຳຫຼວດ ຂອງທີມງານປ່າສະຫງວນແຫ່ງຊາດພູຫີນປູນໃຫ້ຮູ້ວ່າ: ໃນຊ່ວງໄລຍະເດືອນ 8-11 ຈະມີນ້ຳຕົກສວຍງາມ ຫຼາຍກວ່າໃນຊ່ວງເດືອນອື່ນໆ. ນ້ຳຕົກຕາດນີ້ຈະມີຕະຫຼອດ, ຈຸດນ້ຳຕົກຕາດນ້ຳສະນາມຫ່າງຈາກນ້ຳຕົກຕາດມ່ວງປະມານ 3-4 ກິໂລແມັດ ແລະ ສາມາດສ້າງເສັ້ນທາງເຊື່ອມຕໍ່ກັນໄດ້ ຜ່ານປ່າສະຫງວນຂອງແຂວງຄຳມ່ວນ ໄປຫາກັນໄດ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...