spot_img
HomeມູມໄອທີລາວTwitter ອອກອັບເດດໃໝ່ເທິງ iOS ແລະ Android ສາມາດກົດບໍ່ຮັບຂໍ້ຄວາມຈາກໝູ່ໄດ້ແລ້ວ

Twitter ອອກອັບເດດໃໝ່ເທິງ iOS ແລະ Android ສາມາດກົດບໍ່ຮັບຂໍ້ຄວາມຈາກໝູ່ໄດ້ແລ້ວ

Published on

twitter_ios_mute-479x426

Twitter ອອກອັບເດດແອັບໃໝ່ ເພີ່ມຄວາມສາມາດທີ່ຫຼາຍໆຄົນນັ້ນຖ້າຢູ່ ຄືສາມາດ Mute ຫຼືປິດສຽງໝູ່ໄດ້ແລ້ວ ຫຼັງຈາກທີ່ປ່ອຍໃຫ້ແອັບອື່ນໆເຮັດລູກຫຼິ້ນນີ້ມາດົນນານ ນອກຈາກນີ້ຍັງມີອັບເດດເວີຊັ່ນເທິງ iPad ອີກຫຼາຍຢ່າງ

“Mute” ຄືການກົດບໍ່ຮັບຂໍ້ຄວາມຂອງໝູ່ເຮົາໃນ Timeline, Mention, Notification ໂດຍທີ່ໝູ່ເຮົາຈະບໍ່ຮູ້ວ່າເຮົາກົດ Mute ເຊິ່ງຈະຕ່າງຈາກການກົດ Unfollow ໂດຍຄວາມສາມາດໃໝ່ນີ້ຈະໃຊ້ໄດ້ທັງເທິງເວັບ, iOS ແລະ Android

ສຳລັບຄວາມສາມາດໃໝ່ໆໃນ Twitter ເວີຊັ່ນ 6.5 ເທິງ iPad ແມ່ນການເພີ່ມໜ້າ Top ແລະ App Tweet ໃນຜົນການຄົ້ນຫາເສຣີດ, ເພີ່ມ Filters ເວລາໃສ່ຮູບ, ໃຊ້ DM ງ່າຍຂຶ້ນ

Twitter

Download iOS (Free) 
Download Android (Free) 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...