Homeຂ່າວພາຍ​ໃນລັດ ຈັດເກັບລາຍຮັບ ໄດ້ຕ່ຳກວ່າແຜນການ ທີ່ວາງໄວ້ ໃນມູນຄ່າ ຫຼາຍກວ່າ 2,459 ຕື້ກີບ

ລັດ ຈັດເກັບລາຍຮັບ ໄດ້ຕ່ຳກວ່າແຜນການ ທີ່ວາງໄວ້ ໃນມູນຄ່າ ຫຼາຍກວ່າ 2,459 ຕື້ກີບ

Published on

ລັດຖະບານລາວ ຈັດເກັບລາຍຮັບໄດ້ຕ່ຳກວ່າ ແຜນການທີ່ວາງໄວ້ ຄິດເປັນມູນຄ່າ ຫຼາຍກວ່າ 2,459 ຕື້ກີບ ໃນ 6 ເດືອນທຳອິດ ຂອງແຜນການງົບປະມານ ປະຈຳປີ 2015-2016 ຈຶ່ງເຮັດໃຫ້ຕ້ອງປັບລົດ ງົບປະມານລາຍຈ່າຍລົງດ້ວຍ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ ຖະແຫລງຍອມຮັບວ່າ ໃນລະຍະ 6 ເດືອນທຳອິດ ຂອງແຜນການງົບປະມານ ປະຈຳປີ 2015-2016 ນີ້ ລັດຖະບານລາວຈັດເກັບລາຍຮັບ ໄດ້ຕ່ຳກວ່າແຜນການທີ່ວາງໄວ້ ໃນມູນຄ່າຫຼາຍກວ່າ 2,459 ຕື້ກີບ ຊຶ່ງເຮັດໃຫ້ຕ້ອງປັບລົດເປົ້າໝາຍ ການຈັດເກັບ ລາຍຮັບ ຕະຫຼອດແຜນການປີ ລົງຈາກເດີມ 26,159 ຕື້ກີບ ເປັນ 23,700 ຕື້ກີບ ທັງຍັງຕ້ອງປັບລົດລາຍຈ່າຍ ລົງຈາກ 31,946 ຕື້ກີບເປັນ 31,118 ຕື້ກີບ ຫຼືລົດລົງເຖິງ 828 ຕື້ກີບອີກດ້ວຍ.

ທ່ານສົມດີ ຍອມຮັບວ່າ ການປັບລົດງົບປະມານດັ່ງກ່າວ ຈະເຮັດໃຫ້ ລັດຖະບານລາວ ຕ້ອງປະເຊີນກັບການຂາດດຸນ ດ້ານງົບປະມານ ເພີ້ມຂຶ້ນ ຈາກ 5,787 ຕື້ກີບ ເປັນ 7,418 ຕື້ກີບ ຄິດເປັນ 6.43 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ຕະຫຼອດ ແຜນການປີ ທັງຍັງຈະເຮັດໃຫ້ການລົງທຶນພາກລັດ ລົງເກີນກວ່າ 500 ຕື້ກີບ ອັນຈະສົ່ງ ຜົນກະທົບກໍ່ການຈັດຕັ້ງປະຕິບັດແຜນການປີ 2015-2016 ຢ່າງຫລີກລ້ຽງບໍ່ໄດ້.

ທັງນີ້ ໂດຍແຜນການພັດທະນາເສດຖະກິດ ແລະສັງຄົມ ປະຈຳສົກປີ 2015-2016 ທີ່ ໄດ້ຜ່ານການຮັບຮອງຂອງສະພາແຫ່ງຊາດລາວ ໃນກອງປະຊຸມສະໄໝສາມັນ ຄັ້ງທີ 9 ເມື່ອເດືອນກໍລະກົດ 2015 ໄດ້ວາງເປົ້າໝາຍການຂະຫຍາຍຕົວ ທາງເສດຖະກິດໄວ້ ໃນອັດຕາສະເລ່ຍບໍ່ໃຫ້ຫລຸດ 7.5 ເປີເຊັນ ຕະຫຼອດແຜນການປີ.

ທ່ານສົມດີ ບອກວ່າ ຖ້າຫາກການຈັດຕັ້ງປະຕິບັດ ເປັນໄປຕາມເປົ້າໝາຍ ທີ່ວາງໄວ້ ດັ່ງກ່າວ ກໍຈະເຮັດໃຫ້ GDP ມີມູນຄ່າລວມເຖິງ 115,452 ຕື້ກີບ ຫຼື ປະມານ 14,080 ລ້ານໂດລາ ແລະຖົວສະເລ່ຍເປັນລາຍໄດ້ ຂອງປະຊາຊົນລາວ ເຖິິງ 16.74 ລ້ານກີບ ຫຼື ປະມານ 2,040 ໂດລາ ຕໍ່ຄົນໃນປີ 2016 ແຕ່ການທີ່ຈະສາມາດ ບັນລຸເປົ້າໝາຍ ດັ່ງ ກ່າວໄດ້ນັ້ນ ກໍຕ້ອງລະດົມການລົງທຶນໃຫ້ໄດ້ ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນ ຂອງ GDP ຕະຫຼອດປີ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວຄາດວ່າ ຈະສາມາດປະກອບສ່ວນ ດ້ວຍການລົງທຶນ ໃນພາກລັດຖະບານໄດ້ ໃນມູນຄ່າລວມພຽງ 3,300 ຕື້ກີບ ຫຼື ບໍ່ເຖິງ 10 ເປີເຊັນ ເທົ່ານັ້ນ ສ່ວນທີ່ເຫຼືອ ກໍຈະຕ້ອງລະດົມ ຈາກການລົງທຶນຂອງເອກະຊົນລາວ ແລະຕ່າງຊາດໃຫ້ໄດ້ ບໍ່ນ້ອຍກວ່າ 18,200 ຕື້ກີບ ລວມການຂໍຄວາມຊ່ວຍເຫຼືອຈາກຕ່າງປະເທດ ແລະ ເພີ້ມວົງ ເງິນສິນເຊື່ອໃນປະເທດ ໃຫ້ໄດ້ເຖິງ 18,190 ຕື້ກີບອີກດ້ວຍ.

ໂດຍໃນແຜນການປີ 2014-2015 ທີ່ຜ່ານມາເສດຖະກິດລາວ ໄດ້ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 7.9 ເປີເຊັນ ແລະ GDP ມີມູນຄ່າລວມເກີນກວ່າ 12,800 ລ້ານໂດລາ ທີ່ສາມາດຖົວສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ ທີ່ລະດັບ 1,970 ໂດລາ ຕໍ່ຄົນ ຕໍ່ປີ ຊຶ່ງເກີນກວ່າລະດັບຄາດໝາຍເຖິງ 270 ໂດລາ ເພີ້ມຂຶ້ນ ຈາກ 1,674 ໂດລາຕໍ່ຄົນ ໃນແຜນການປີ 2013-2014 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ການພັດທະນາ ໃນລະຍະທີ່ຜ່ານມາ ກໍເຮັດໃຫ້ ສະພາບຊີວິດການ ເປັນຢູ່ ຂອງປະຊາຊົນລາວ ຢູ່ໃນເຂດຕົວເມືອງ ກັບເຂດຊົນນະບົດ ມີຄວາມແຕກໂຕນ ກັນຫຼາຍຂຶ້ນ ນັບມື້ ດັ່ງເຈົ້າໜ້າທີ່ ຂັ້ນສູງໃນສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ຄວາມທຸກຍາກຂອງປະຊາຊົນ ຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກ ຖ້າທຽບໃສ່ ຢູ່ຕົວເມືອງ ເຫັນວ່າ ຍັງມີຄວາມຜິດໂຕນກັນຫຼາຍ ຈາກສະພາບດັ່ງກ່າວນັ້ນ ພວກເຮົາ ເຫັນວ່າ ລູກຫລານຂອງປະຊາຊົນ ທີ່ທຸກຍາກ ແມ່ນຂາດການສຶກສາຮ່ຳຮຽນ ໝາຍ ຄວາມວ່າ ລູກຫລານ ທີ່ຢູ່ໃນໄວອາຍຸໄດ້ຮ່ຳຮຽນ ກໍໄດ້ອອກຈາກໂຮງຮຽນ.”

ໂດຍຈະເຫັນໄດ້ ຈາກເຂດນະຄອນຫຼວງວຽງຈັນ ທີ່ປະຊາຊົນມີລາຍໄດ້ສະເລ່ຍເຖິງ 4,390 ໂດລາ ໃນທ້າຍແຜນການປີ 2014-2015 ທີ່ຜ່ານມາ ໃນຂະນະທີ່ປະຊາຊົນລາວ ຢູ່ແຂວງຜົ້ງສາລີ ກັບມີລາຍໄດ້ສະເລ່ຍ 978 ໂດລາ ຕໍ່ຄົນເທົ່ານັ້ນ ແລະຈາກລາຍງານ ຫລ້າສຸດຂອງທາງການແຂວງຜົ້ງສາລີ ກໍໄດ້ລະບຸວ່າ ຍັງມີປະຊາຊົນລາວ ຄິດເປັນ 27 ເປີເຊັນ ຂອງຄົວເຮືອນທັງໝົດ ທີ່ນອນຢູ່ໃນ 63 ເປີເຊັນ ຂອງບ້ານທັງໝົດ ໃນແຂວງ ຜົ້ງສາລີ ທີ່ຍັງມີສະພາບຊີວິດການເປັນຢູ່ ຍາກຈົນຢ່າງຍິ່ງ ຂະນະທີ່ ໃນເຂດ ນະຄອນ ຫຼວງວຽງຈັນ ຍັງມີປະຊາຊົນທີ່ທຸກຍາກເຫຼືອຢູ່ພຽງ 50 ກວ່າ ຄົວເຮືອນເທົ່ານັ້ນ ແລະ ອຳນາດການປົກຄອງເຂດນະຄອນຫຼວງວຽງຈັນ ຈະລົບລ້າງໃຫ້ໝົດໄປ ຢ່າງສິ້ນເຊີງ ພາຍໃນເດືອນກັນຍາ 2016

ຂ່າວຈາກ: ສຳນັກຂ່າວເອບີຊີລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...