spot_img
Homeຂ່າວທ້ອງຖິ່ນພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ມອບສັງກະສີ ເຫຼັກຕະປູ ໃຫ້ເມືອງບົວລະພາ

ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ມອບສັງກະສີ ເຫຼັກຕະປູ ໃຫ້ເມືອງບົວລະພາ

Published on

ໃນຕອນເຊົ້າຂອງວັນທີ 28 ເມສາ 2016 ຢູ່ທີ່ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຈັດພິທີມອບ-ຮັບ ເຄື່ອງຊ່ອຍເຫຼືອ ເປັນຕົ້ນແມ່ນ ສັງກະສີ ຈຳນວນ 600 ແຜ່ນ ແລະ ເຫຼັກຕະປູ (ຕອກໄມ້ ຕອກສັງກະສີ) ຈຳນວນ 80 ກິໂລ ເຊິ່ງເຄື່ອງຊ່ອຍເຫຼືອດັ່ງກ່າວແມ່ນໄດ້ຮັບການຊ່ອຍເຫຼືອລ້າຈາກປະເທດຍີປຸ່ນ ແລະ ໃຫ້ກຽດກ່າວມອບເຄື່ອງຊ່ອຍເຫຼືອຄັ້ງນີ້ໂດຍທ່ານ ບຸນສຽງ ຊາພັກດີ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ແລະ ທ່ານ ຄຳໄຊ ຕາງນະວົງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆບົວລະພາ ຕາງໜ້າການນຳຂັ້ນເມືອງ ເປັນຜູ້ຮັບ ໂດຍມີບັນດາຫ້ອງການຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງໃນການມອບເຄື່ອງຊ່ອຍເຫຼືອໃຫ້ເມືອງບົວລະພາໃນຄັ້ງນີ້ ກໍເພື່ອນຳໄປຊ່ອຍເຫຼືອພໍ່ແມ່ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພທຳມະຊາດຕ່າງໆທີ່ຢູ່ຫ່າງໄກສອກຫຼີກ ພາຍໃນເມືອງ ແລະ ໃນຕອນທ້າຍຂອງພິທີດັ່ງກ່າວ ທ່ານ ຄຳໄຊ ຕາງນະວົງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆບົວລະພາ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍພະແນກແຮງງານ ແລະ ສະຫວັດການສັງຄົມແຂວງ ທີ່ໄດ້ນຳເອົາເຄື່ອງຊ່ອຍເຫຼຶອດັ່ງກ່າວນີ້ມາມອບໃຫ້ກັບພໍ່ແມ່ປະຊາຊົນທີ່ຢູ່ຫ່າງໄກສອກຫຼີກ ແລະ ຖືກຜົນກະທົບ.

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...