spot_img
Homeຂ່າວພາຍ​ໃນຫຼາຍກວ່າ 40 ພາກສ່ວນ ຮ່ວມສະແດງພະລັງບໍລິຈາກເລືອດຊ່ອຍເຫຼືອສັງຄົມໃນໂອກາດວັນກໍາມະກອນສາກົນ

ຫຼາຍກວ່າ 40 ພາກສ່ວນ ຮ່ວມສະແດງພະລັງບໍລິຈາກເລືອດຊ່ອຍເຫຼືອສັງຄົມໃນໂອກາດວັນກໍາມະກອນສາກົນ

Published on

ເນື່ອງໃນໂອກາດວັນກໍາມະກອນສາກົນ ຄົບຮອບ 130 ປີໃນປີນີີ້ (ວັນທີ 01 ພຶດສະພາ 1886 – 01 ພຶດສະພາ 2016) ສູນກາງສະຫະພັນກໍາມະບານລາວ ຮ່ວມກັບສູນເລືອດແຫ່ງຊາດ ອົງການກາແດງລາວ ແລະ ບັນດາກະຊວງ ອົງການຈັດຕັ້ງທາງສັງຄົມ ທັງພາກລັດ ແລະ ເອກະຊົນ ຫຼາຍກວ່າ 40 ພາກສ່ວນ ມີພະນັກງານ ແລະ ກໍາມະກອນຫຼາຍກວ່າ 800 ຄົນ ໄດ້ສະແດງພະລັງແຫ່ງນໍ້າໃຈເອື້ອເຟື້ອເພື່ອແຜ່ ຮ່ວມໃຈບໍລິຈາກເລືອດແບບເປີດກວ້າງເພື່ອຊ່ອຍກອບກູ້ເອົາຊີວິດຄົນເຈັບທີ່ພວມນອນປິ່ນປົວຢູ່ຕາງໂຮງໝໍແຫ່ງຕ່າງໆ ກໍຄືໃນນະຄອນຫຼວງວຽງຈັນ ແລະ ໃນຂອບເຂດທົ່ວປະເທດ.

ກິດຈະກໍາທີ່ມີຄວາມໝາຍສໍາຄັນນີ້ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ເມສາ 2016 ທີ່ໂຮງຮຽນການເມືອງ-ການປົກຄອງ (ໂພນພະເນົາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ) ໂດຍການເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ຮອງປະທານສູນກາງສະຫະພັນກໍາມະບານລາວ ທ່ານ ດຣ. ແພງທອງ ບານຈັນທະວົງ ຮອງຫົວໜ້າສູນເລືອດແຫ່ງຊາດ ທ່ານ ດຣ. ຈັນທະລາ ສຸກສາຄອນ ຫົວໜ້າສູນບໍລິຈາກເລືອດ ມີບັນດາພະນັກງານ ວິຊາການ ແພດ ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ກ່າວວ່າ ວຽກງານການບໍລິຈາກເລືອດ ຖືເປັນວຽກງານນຶ່ງທີ່ສໍາຄັນ ແລະ ຂາດບໍ່ໄດ້ໃນການປິ່ນປົວຄົນເຈັບ ເຊິ່ງໃນແຕ່ລະວັນແມ່ນມີການຊົມໃຊ້ເປັນຈໍານວນຫຼາຍຖົງ ເພື່ອຊ່ອຍກອບກູ້ເອົາຊີວິດຂອງຄົນເຈັບ ແລະ ຍັງບໍ່ພຽງພໍກັບຄວາມຕ້ອງການ ເຖິງຢ່າງໃດກໍຕາມ ສູນເລືອດແຫ່ງຊາດກໍໄດ້ຕັ້ງໜ້າເອົາໃຈໃສ່ໃຫ້ບັນລຸເປົ້າໝາຍຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ພ້ອມທັງກ້າວໄປສູ່ຄວາມພຽງພໍຕາມກໍານົດຂັ້ນຕໍ່າຂອງອົງການອະນາໄມໂລກວາງອອກຄື 1% ຂອງປະຊາກອນພາຍໃນປະເທດ ຫຼື 1.000 ຄົນໃດ ໃຫ້ມີຜູ້ບໍລິຈາກເລືອດ 10 ຄົນ ໃນປີ 2020 ວຽກງານການບໍລິຈາກເລືອດ ເປັນວຽກທີ່ສໍາຄັນ ແລະ ຈໍາເປັນສໍາລັບຊີວິດຂອງມະນຸດຄົນເຮົາ ແລະ ກໍເປັນວຽກທີ່ມີຄວາມຫຽຸ້ງຍາກສັບສົນ ທ້າທາຍຕໍ່ການຈັດຕັ້ງປະຕິບັດໂຕຈິງເພື່ອໃຫ້ມີຜົນສໍາເລັດ ເນື່ອງຈາກວ່າ ຍັງບໍ່ມີສານຊະນິດໃດໆທີ່ສາມາດປ່ຽນແທນເລືອດໄດ້ ແລະ ເລືອດທີ່ຈະມາຊ່ອຍກອບກູ້ຊີວິດຄົນເຈັບນັ້ນ ກໍຕ້ອງແມ່ນເລືອດທີ່ມີຄວາມປອດໄພສູງ ແລະ ໄດ້ຈາກມາການບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນເທົ່ານັ້ນ ດັ່ງນັ້ນ ຢູ່ໃນວຽກງານການບໍລິຈາກເລືອດ ຈິ່ງລະບຸໄວ້ວ່າ ຕ້ອງມີເລືອດພຽງພໍ ປອດໄພ ແລະ ທັນເວລາ ນອກຈາກນີ້ ຍັງຮຽກຮ້ອງໃຫ້ມີການນໍາໃຊ້ເລືອດເຂົ້າໃນການປິ່ນປົວຢ່າງສົມເຫດສົມຜົນຕື່ມອີກ ທັງນີ້ ເລືອດແມ່ນຊັບພະຍາກອນທີ່ຫາຍາກ ປັດຈຸບັນການນໍາໃຊ້ເລືອດເຂົ້າໃນການປິ່ນປົວຄົນເຈັບແມ່ນມີຈໍານວນເພີ່ມຂຶ້ນໃນແຕ່ລະວັນ ເປັນຕົ້ນ ການຜ່າຕັດສຸກເສີນ ຄົນເຈັບຂາດເລືອດຊໍ່າເຮື້ອ ຫຼື ພະຍາດໝາກໄຂ່ຫຼັງຊຸດໂຊມ ແລະ ອື່ນໆ ລ້ວນແຕ່ມີຄວາມຈໍາເປັນຕ້ອງການເລືອດເຊັ່ນດຽວກັນ ສໍາລັບວຽກງານການບໍລິຈາກເລືອດຢູ່ ສປປ.ລາວ ເຖິງວ່າຈະມີທ່າອ່ຽງເພີ່ມໃນແຕ່ລະປີກໍຕາມ ແຕ່ຈໍານວນເຈາະເກັບເລືອດແມ່ນຍັງໃນລະດັບຕໍ່າຢູ່ ໂດຍສະເພາະແມ່ນຢູ່ບັນດາແຂວງຈໍານວນນຶ່ງ ເຊິ່ງເຫັນວ່າໂຕເລກຜູ້ບໍລິຈາກເລືອດຍັງບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ຮ່ວມກັນ ຈິ່ງເຊີນຊວນບັນດາທ່ານທີ່ມີເງື່ອນໄຂຈົ່ງໄດ້ໃຫ້ການປະກອບສ່ວນບໍລິຈາກເລືອດ ໂດຍສະເພາະຜູ້ທີ່ີມີອາຍຸແຕ່ 17 ຫາ 65 ປີ ນໍ້າໜັກ 45 ກິໂລກຣາມຂຶ້ນໄປ ສຸຂະພາບແຂງແຮງດີ ຈົ່ງໄດ້ສະໝັກບໍລິຈາກເລືອດ ເຊິ່ງຈະມິີພະນັກງານວິຊາການ ຊ່ຽວຊານ ແພດ ໝໍ ກວດກາເພີ່ມຕື່ມວ່າ ສາມາດບໍລິຈາກເລືອດໄດ້ ຫຼື ບໍ່ ? ສ່ວນຜູ້ທີ່ບໍ່ສາມາດບໍລິຈາກເລືອດໄດ້ ກໍຂໍໃຫ້ປຸກລະດົມຜູ້ອື່ນທີ່ມີເງື່ອນໄຂໃຫ້ມາຮ່ວມບໍລິຈາກເລືອດຢູ່ສູນເລືອດແຫ່ງຊາດ ຫຼື ຕາມສະຖານທີ່ຕ່າງໆທີ່ໜ່ວຍງານຮັບບໍລິຈາກເລືອດລົງເຄື່ອນໄຫວຈັດກິດຈະກໍາ.

ຂ່າວ/ພາບ: ເທບພະວົງ

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...