Homeຂ່າວຕ່າງປະເທດ​ຄື້ນຄວາມ​ຮ້ອນ​ໃນ​ອິນ​ເດຍ ​​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເຖິງ 300 ຄົນ

​ຄື້ນຄວາມ​ຮ້ອນ​ໃນ​ອິນ​ເດຍ ​​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເຖິງ 300 ຄົນ

Published on

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງາ​ນວ່າ: ຄື້ນຄວາມ​ຮ້ອນ​ທີ່​ແຜ່​ປົກ​ຄຸມ​ໃນ​ອິນ​ເດຍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ກວ່າ 300 ຄົນ ຈົນ​ທາງ​ການ​ຕ້ອງ​ສັ່ງ​ຫ້າມ​ການ​ປຸງ​ອາຫານ​ໃນ​​ຊ່ວງ​ກາງ​ເວັນ​ໃນ​ບາງ​ພື້ນ​ທີ່ ​ເພື່​ອປ້ອງ​ກັນ​ເຫດ​ໄຟ​ໄໝ້ ທີ່​ມີ​ຜູ້​​ເສຍ​ຊີວິດ​ເກືອບ 80 ຄົນ.

ລັດ​ພິຫານ​ທງພາກ​ຕາ​ເວັນ​ອອກ​ຂອງ​ອິນ​ເດຍສັ່ງ​ຫ້າມ​ການ​ເຮັດ​ອາຫານ​ໃນ​ຊ່ວງ​ລະຫວ່າງ​ເວລາ 09:00-18:00 ​ໂມງ ພາຍຫລັງ​ອຸບັດ​ເຫດ​ໄຟ​ໄໝ້​ປະກອບ​ກັບ​ສະພາບ​ອາກາ​ແຫ້ງ ຮ້ອນ ​ແລະ ລົມ​ພັດ​ແຮງ ​ເຮັດ​ໃຫ້​ແປວ​ໄຟ​​ໃຫຍ​ເຜົາ​ຜານ​ບ້ານ​ເຮືອນ​ໃນ​ຊຸມຊົນ ​ແລະ ມີ​ຜູ້​ເສຍ​ຊີວິດ 79 ຄົນ ນອກຈາກ​ນີ້ ທາງ​ການ​ອິນ​ເດຍຍັງ​ຫ້າມ​ປະຊາຊົນ​ເຜົາ​ຫຍ້າ ຫຼື​ປະກອບ​ພິທີກຳ​ທີ່​ຕ້ອງ​​​ໄຕ້​ທູບ​ຕາມ​ສາດສະໜາ​ຮິນ​ດູ ທັງ​ນີ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 300 ຄົນ ຊຶ່ງ​ມີ​ສາ​ເຫດ​ມາ​ຈາກ​ສະພາບ​ອາກາດ​ຮ້ອນ​ໃນ​ອິນ​ເດຍ​ເດືອນ​ນີ້ ຂະນະ​ທີ່​ປະຊາຊົນ​ກວ່າ 330 ລ້ານ​ຄົນ​ປະສົບ​ໄພ​ແລ້ງ​ຮຸ່ນ​ແຮງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...