spot_img
Homeມຸມຂ່າວ AECຄວາມເຄັ່ງຕຶງທາງທະເລ ຄອບງຳ ກອງປະຊຸມສຸດຍອດ ອາຊ່ຽນ (ວີດີໂອ)

ຄວາມເຄັ່ງຕຶງທາງທະເລ ຄອບງຳ ກອງປະຊຸມສຸດຍອດ ອາຊ່ຽນ (ວີດີໂອ)

Published on

 

ຄວາມ​ເຄັ່ງ​ຕຶງ​ທາງ​ທະ​ເລ ​ໄດ້​ຄອບ​ງຳ​ກອງປະ​ຊຸມ​ ສຸດ​ຍອດຂອງ​ບັນດາຜູ້ນຳຂອງ​ພວກ​ປະ​ເທດ
​ໃນ​ຂົງ​ເຂດ​ເອ​ເຊຍ​ອາຄະ​ເນ ​ໃນ​ວັນ​ອາທິດ​ວານ​ນີ້ ພ້ອມ​ກັບທີ່​ຫວຽດນາມ​ຮຽກຮ້ອງ​
ໃຫ້​ພວກ​ປະ​ເທດ​ເພື່ອນ​ບ້ານ​ສະໜັບສະໜຸນຕົນ​ ໃນ​ບັນຫາ​ຂັດ​ແຍ້​ງກັນເລື້ອງ​ເຂດ​ນ້ຳ​ແດນ​ດິນ​ ກັບ​ຈີນ​ນັ້ນ.

ຄວາມ​ຄັ່ງ​ຕຶງໄດ້​ເພີ່ມ​ທະວີ​ຂຶ້ນ​ໃນ​ສັບປະດາ​ແລ້ວ​ນີ້ ຫຼັງ​ຈາກ​ການ​ຕັດສິນ​ໃຈ​ທີ່ເປັນ​ຂໍ້ໂຕ້​ແຍ້​ງກັນ​ຂອງ​ຈີນ ​
ໃນ​ການຍົກຍ້າຍ​ຖານ​ເຈາະ​ບໍ່​ນ້ຳມັນ ຂອງ​ຕົນ​ ​ເຂົ້າໄປ​ຍັງ​ເຂດ​ນ່ານນ້ຳ​ທີ່​ຮາ​ໂນ່​ຍກໍ​ໄດ້​ອ້າງ​ເອົາ​ກຳມະສິດ​ເຊັ່ນ​ກັນ​ນັ້ນ.

ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ ຟາ​ມ ກວງ ວິນ ຮຽກຮ້ອງ​ໃຫ້​ຈີນ
​ຍ້າຍ​ຖານ​ເຈາະ​ນ້ຳມັນ​ດັ່ງກ່າວອອກ​ໄປ. ​ທ່ານ​ກ່າວຕື່ມ​ວ່າ “ສຳລັບພວກ​ເຮົາ​ແລ້ວ ພວກ​ເຮົາ​ແມ່ນ​ໄດ້​
ພະຍາຍາມ​ມາ​ໂດຍ​ຕະຫຼອດ ທຳການຕິດ​ຕໍ່ກັບ​ຝ່າຍ​ຈີນໃນ​ທຸກໆ​ລະດັບ​ ເພື່ອ​ແກ້ໄຂ​ເລື້ອງ​ນີ້ ​
ແລະ​ເພື່ອຂໍ​ຮ້ອງ​ຈີນ​ໃຫ້​ຖອນ​ເຮືອ​ທັງ​ໝົດ​ແລະ​ຖານ​ເຈາະ​ບໍ່​ນ້ຳມັນຂອງ​ພວກ​ເຂົາ​ເຈົ້າອອກ​ໄປ​.”

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...