Homeຂ່າວພາຍ​ໃນນາຍົກຯນຳຄະນະລັດຖະບານຊຸດໃໝ່ ວາງພວງມາລາ-ກະຕ່າດອກໄມ້ ກ່ອນປະຊຸມລັດຖະບານ ຄັ້ງປະຖົມມະລຶກ!

ນາຍົກຯນຳຄະນະລັດຖະບານຊຸດໃໝ່ ວາງພວງມາລາ-ກະຕ່າດອກໄມ້ ກ່ອນປະຊຸມລັດຖະບານ ຄັ້ງປະຖົມມະລຶກ!

Published on

ຂປລ. ເນື່ອງໃນໂອກາດ ຈັດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະ​ລັດຖະບານ ຊຸດ​ທີ VIII ທີ່ຈັດຂຶ້ນ ​ໃນ​ລະຫວ່າງ ວັນທີ 29-30 ​ເມສາ ນີ້, ຢູ່​ນະຄອນຫລວງ​ວຽງ​ຈັນ ໃຫ້​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ ​ແລະ ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ບັນດາ​​ຄະນະລັດຖະບານ ຊຸດ​ທີ VIII ນຳ​ໂດຍ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ ໄດ້ເຂົ້າວາງ​ພວງ​ມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວ​ແດງ) ​ແລະ ວາງ​ກະຕ່າ​ດອກ​ໄມ້ ຢູ່ອານຸສອນ​ສະຖານ ປະທານ​ໄກສອນ ​ພົມວິຫານ ໃນຕອນເຊົ້າວັນທີ 29 ​ເມສາ ນີ້.

ການວາງ​ພວງ​ມາ​ລາ ​ແລະ ກະຕ່າ​ດອກ​ໄມ້ດັ່ງກ່າວ, ເພື່ອສະແດງເຖິງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງບັນພະບູລຸດລາວ ທີ່ໄດ້ອຸທິດຕົນເພື່ອປະເທດຊາດ ແລະ ການປະຕິວັດ, ຕໍ່ສູ້​ກູ້​ຊາດ ໃນໄລຍະຜ່ານມາ ຈົນ​ສາມາດຍາດ​ໄດ້​ໄຊຊະນະ ​ແລະ ​ສະຖາ​ປະນາ ​ເປັນ​ສາທາລະນະ​ລັດ ​ປະຊາທິປະ​ໄຕ​ ປະຊາຊົນ​ລາວ ໄດ້​ຢ່າງ​ສົມບູນ.

Untitled-1 thong lun vang 4 Untitled-1 thong lun vang 5 Untitled-1 thong lun vang 6 Untitled-1 thong lun vang 7

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...