Homeຂ່າວພາຍ​ໃນການລົງທຶນຂອງ ສປ ຈີນ ຢູ່ລາວບັນລຸຫລາຍກວ່າ 6,7 ຕື້ໂດລາສະຫະລັດ

ການລົງທຶນຂອງ ສປ ຈີນ ຢູ່ລາວບັນລຸຫລາຍກວ່າ 6,7 ຕື້ໂດລາສະຫະລັດ

Published on

ຄະນະກໍາມາທິການຮ່ວມມືລາວ-ຈີນລາຍງານໃຫ້ຮູ້ວ່າ: ສປ ຈີນ ຍັງເປັນອັນດັບໜຶ່ງຂອງການລົງທຶນໃນລາວ, ຊຶ່ງມີຫລາຍກວ່າ 760ໂຄງການ,ລວມມີມູນຄ່າຫລາຍກວ່າ 6,7 ຕື້ໂດລາສະຫະລັດ ແລະ ສະເພາະແຕ່ປີ 2011 ມາຮອດປັດຈຸບັນມີຫລາຍກວ່າ 160 ໂຄງການລວມມີມູນຄ່າຫລາຍກວ່າ 2,75 ຕື້ໂດລາສະຫະລັດ, ຂະນະທີ່ບໍລິມາດການຄ້າລະຫວ່າງສອງປະເທດນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີຄື:ປີ 2011ມີມູນຄ່າປະມານ 1,3 ຕື້ໂດລາສະຫະລັດ, ປີ 2012 ເພີ່ມຂຶ້ນເປັນ 1,7 ຕື້ໂດລາສະຫະລັດ, ປີ 2013 ເພີ່ມຂຶ້ນ 2,7 ຕື້ໂດລາສະຫະລັດ ແລະ ປີ 2014ເພີ່ມສູງຂຶ້ນເຖິງ 3,6 ຕື້ໂດລາສະຫະລັດ, ແຕ່ໃນສົກປີ 2015 ຜ່ານມາເຫັນວ່າຕົວເລກການຄ້າສອງຝ່າຍໄດ້ຫລຸດລົງມາຢູ່ທີ່ 2,78 ຕື້ໂດລາສະຫະລັດ, ຍ້ອນໄດ້ຮັບຜົນກະທົບຈາກວິກິດເສດຖະກິດໂລກ, ໂດຍສະເພາະລາຄານໍ້າມັນ ແລະແຮ່ທາດຕົກຕໍ່າ.

ຄະນະກໍາມະການດັ່ງກ່າວໃຫ້ຮູ້ວ່າ: ການລົງທຶນຂອງຈີນຢູ່ລາວແມ່ນມີຫລາຍຂົງເຂດ, ແຕ່ອັນພົ້ນເດັ່ນກວ່າໝູ່ແມ່ນໃນຂະແໜງພະລັງງານ, ບໍ່ແຮ່, ກະສິກໍາແລະບໍລິການ, ຂະນະທີ່ການລົງທຶນຢູ່ໃນເຂດເສດຖະກິດພິເສດ ແລະສະເພາະກໍພວມມີບັນຍາກາດຟົດຟື້ນເປັນຕົ້ນ: ເຂດເສດຖະກິດສະເພາະບຶງທາດຫລວງ, ນະຄອນຫລວງວຽງຈັນ, ເຂດເສດຖະກິດພິເສດດອກງິ້ວຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແລະ ເຂດອື່ນໆກໍມີນັກລົງທຶນຈາກຈີນໃຫ້ຄວາມສົນໃຈແລະ ໄປລົງທຶນຫລາຍເຊັ່ນກັນ, ເຊິ່ງປັດໃຈສໍາຄັນທີ່ເຮັດໃຫ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດມີບາດກ້າວຂະ ຫຍາຍຕົວດີຂຶ້ນເປັນລໍາດັບນັ້ນຍ້ອນສອງຝ່າຍໄດ້ມີຄວາມພະຍາຍາມເອົາໃຈໃສ່ປະສານງານປັບປຸງແກ້ໄຂບັນດາກົນໄກ, ລະບຽບການ ແລະ ຂໍ້ຫຍຸ້ງຍາກຕ່າງໆໃຫ້ຫລຸດລົງເພື່ອສ້າງເງື່ອນໄຂສະດວກຕໍ່ການນໍາເຂົ້າ-ສົ່ງອອກສີນຄ້າຢູ່ຕາມຊາຍແດນສອງປະເທດ, ອີກດ້ານໜຶ່ງແມ່ນສອງຝ່າຍລາວ-ຈີນໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການກໍານົດເງື່ອນໄຂໃນການກວດກາສຸຂະອານາໄມຜະລິດຕະພັນກະສິກໍາຈໍານວນໜຶ່ງເຊັ່ນ: ເຂົ້າ, ມັນຕົ້ນ, ກ້ວຍ, ໝາກໂມສາມາດເຂົ້າໄປຈໍາໜ່າຍໃນຕະ ຫລາດ ສປ ຈີນ ສະດວກຫລາຍຂຶ້ນ.

ຄະນະກໍາມະການດັ່ງກ່າວໃຫ້ຮູ້ວ່າ: ປີ 2016 ນີ້, ແມ່ນປີທີ່ມີຄວາມໝາຍພິເສດສໍາລັບສອງປະເທດລາວ ແລະຈີນ, ເນື່ອງຈາກຄົບຮອບ 55 ປີ (25 ເມສາ 1961-25 ເມສາ 2016) ແຫ່ງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ, ຊຶ່ງຈະມີຫລາຍໆກິດຈະກໍາຈັດຂຶ້ນໃນສອງປະເທດເພື່ອສະເຫລີມສະຫລອງສາຍພົວພັນດັ່ງກ່າວ, ທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດລາວ-ຈີນໃຫ້ນັບມື້ເຂົ້າສູ່ລວງເລິກ.

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...