Homeຂ່າວຕ່າງປະເທດຍີ່ປຸ່ນຕັດສິນໃຈຖິ້ມດາວທຽມສຳຫຼວດຂຸມດຳ

ຍີ່ປຸ່ນຕັດສິນໃຈຖິ້ມດາວທຽມສຳຫຼວດຂຸມດຳ

Published on

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານວ່າ: ຍີ່​ປຸ່ນຕັດສິນ​ໃຈ​ຈະ​ຖິ້ມ​ດາວ​ທຽມ​ມູນ​ຄ່າ 250 ລ້ານ​ໂດ​ລາ​ທີ່​ຖືກ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ເພື່ອ​ສຶກສາ​ຂຸມ​ດຳ ຫຼັງ​ຈາກ​ໃຊ້​ເວ​ລາ​ຫຼາຍ​ເດືອນ​ໃນ​ກາ​ນພະຍາຍາມ​ຮັກສາ​ດາວ​ທຽມ​ດວງ​ນີ້​ເອົາ​ໄວ້.

ດາວ​ທຽມ ຮິ​ໂຕ​ມິ ທີ່​ແປ​ວ່າ​ດວງຕາ ​ເປັນ​ດາວ​ທຽມ​ທີ່​ມີ​ຄວາມ​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ຍີ່ປຸ່ນ ຖືກ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ເມື່ອ​​ເດືອນ​ກຸມພາ​ທີ່​ຜ່ານ​ມາ ​ເພື່ອ​ຄົນຫາ​ລັງສີ​ເອັກ​ຊ໌ທີ່​ໄຫຼ​ອອກມາ​ຈາກ​ຂຸມ​ດຳ ​ແລະ​ກຸ່ມ​ກາ​​ແລັກ​ຊີ​ຕ່າງໆ ​ແຕ່​ຫຼັງ​ຈາກ​ທີ່​ດາວ​ທຽມ​ເຂົ້າ​ສູ່​ວົງ​ໂຄຈອນ​ໄດ້​ບໍ່​ດົນ ນັກ​ວິ​ໄຈ​ກໍ່​ອອກ​ມາ​ກ່າວ​ວ່າ ບໍ່​ສາມາດ​ຄວບ​ຄຸມ​ດາວ​ທຽມ​ໄດ້ ​ແລະ​ບໍ່​ສາມາດ​ສື່ສານ​ຕິດ​ຕໍ່​ກັບ​ດຽວ​ທຽມ​ໄດ້​ອີກ​ຕໍ່​ໄປ ​ໂດຍ​ນັກວິ​ທະຍາ​ສາດ​ບາງ​ຄົນ​ໃຫ້​ຄວາມ​ເຫັນ​ວ່າ​ອາດ​ຈະ​ເສຍ​ຫາຍ ​ແລະ ​ແຕກ​ອອກ​ເປັນ​ຊິ້ນ​ສ່ວນ​ໄປ​ແລ້ວ ທາງ​ສຳນັກ​ງານ​ສຳ​ຫຼວດອ​ະວະ​ກາດ​ຂອງ​ຍີ່ປຸ່ນ ຫຼື ​ເຈ​ເອ​ເອັກ​ຊ໌​ເອ ​ໄດ້​ພະຍາຍາມ​ຫາ​ທາງ​ຄົ້ນ​ຫາ ​ແລະ ກູ້​ດາວ​ທຽມ​ໃຫ້​ໄດ້ ​ແຕ່​ວັນ​ນີ້ ພວກ​ເຂົາ​ກໍ່​ຍອມ​​ເສຍ ​ເພາະ​ກວ່າ​ຈຳ​ເປັນ​ຕ້ອງ​ຖິ້ມ​ດາວ​ທຽມ​ດວງ​ນີ້​ແລ້ວ ​ໂດຍ​ເຈົ້າ​ໜ້າ​ທີ່​ສະຫຼຸບ​ວ່າ ດາວ​ທຽບ​ຢູ່​ໃນ​ສະພາບ​ທີ່​ບໍ່​ສາມາດ​ຈະ​ກູ້​ຄືນ​ໃຫ້​ສາມາດ​ເຮັດ​ວຽກ​ໄດ້​ອີກ​ແລ້ວ ​ແລະ ຕ້ອງ​ຂໍອ​ະ​ໄພ​ທີ່​ຈະ​ຕ້ອງ​ຍົກ​ເລີກ​ປະຕິບັດ​ການ​ຂອງ​ດາວ​ທຽມ​ດວງ​ນີ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...