spot_img
Homeຂ່າວຕ່າງປະເທດອຸທາຫອນຜູ້ມີອາວຸດປືນ! ລູກຊາຍອາຍຸ 2 ປີ ເຮັດປືນລັ່ນໃສ່ແມ່ ເສຍຊີວິດຄາລົດ ຢູ່ອາເມຣິກາ!

ອຸທາຫອນຜູ້ມີອາວຸດປືນ! ລູກຊາຍອາຍຸ 2 ປີ ເຮັດປືນລັ່ນໃສ່ແມ່ ເສຍຊີວິດຄາລົດ ຢູ່ອາເມຣິກາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ເມສານີ້ວ່າ ເກີດເຫດສະຫລົດໃຈ ເມື່ອເດັກນ້ອຍຊາຍ ອາຍຸ 2 ປີ ເຮັດປືນລັ່ນໃສ່ແມ່ຂອງຕົນເອງ ເສຍຊີວິດຄາລົດ ຢູ່ລັດວິສຄອນຊິນ ສະຫະລັດອາເມຣິກາ ໂດຍເຫດການດັ່ງກ່າວນີ້ ເກີດຂຶ້ນໃນວັນທີ 26 ເມສາຜ່ານມາ ໂດຍເດັກນ້ອຍຄົນດັ່ງກ່າວ ໄດ້ເດີນທາງມາພ້ອມກັບແມ່ ແລະ ນ້ອງຊາຍອາຍຸ 1 ປີ ອີກຄົນໜຶ່ງ ພາຍຫລັງເກີດເຫດ ເຈົ້າໜ້າທີ່ໄດ້ພົບເຫັນຜູ້ເປັນແມ່ ນອນເສຍຊີວິດຄາພວງມະໄລລົດ ແລະ ພົບເຫັນລູກນ້ອຍຂອງຜູ້ຕາຍ 2 ຄົນ ນັ່ງຢູ່ທາງເບາະຫລັງ.

ແນວໃດກໍຕາມ ເຫດການດັ່ງກ່າວນີ້ ຍັງຢູ່ລະຫວ່າງການສືບສວນຂໍ້ເທັດຈິງຢ່າງລະອຽດ ຊຶ່ງເຈົ້າໜ້າທີ່ໄດ້ລະບຸວ່າ ປືນທີ່ໃຊ້ກໍ່ເຫດນັ້ນ ແມ່ນປືນຂອງສາມີຜູ້ເສຍຊີວິດ ທີ່ເກັບມ້ຽນໄວ້ຢູ່ພາຍໃນລົດ ກ່ອນທີ່ເດັກນ້ອຍທີ່ຍັງໄຮ້ດຽງສາ ຈະຈັບອອກມາຫລິ້ນ ແລະ ເຮັດປືນລັ່ນໃສ່.

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...