Homeຂ່າວການສຶກສາການສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນປະຖົມປີທີ 5 ມີຕົວແທນຈາກທົ່ວປະເທດ ເຂົ້າຮ່ວມ 54 ຄົນ!

ການສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນປະຖົມປີທີ 5 ມີຕົວແທນຈາກທົ່ວປະເທດ ເຂົ້າຮ່ວມ 54 ຄົນ!

Published on

ເພື່ອ​ສ້າງ​ໂອກາດ​ໃຫ້​ນັກຮຽນສະແດງ​ອອກ​ທາງ​ດ້ານ​ພອນ​ສະຫວັນ ດ້ານ​ຄວາມ​ຮູ້ ຄວາມ​ສາມາດ ຫົວຄິດ​ປະດິດ​ສ້າງ ສົ່ງເສີມການ​ຮຽນ-ການ​ສອນໃນ​ໂຮງຮຽນ​ໃຫ້​ມີ​ບັນຍາກາດ ​ສ້າງ​ໂອກາດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຫຍັບເຂົ້າ​ໃກ້​ລະດັບ​ພາກ​ພື້ນ ແລະ ສາກົນ ເປັນ​ການ​ທົບ​ທວນ ກວດສອບ​ການ​ສິດສອນ​ຮ່ຳຮຽນ​ຂອງນັກຮຽນ ຄູ-ອາຈານ ແລະ ເປີດໂອກາດ​ໃຫ້​ນັກ​ສອບ​ທີ່​ໄດ້​ອັນ​ດັບທີ 1 ຫາ 3 ໄດ້​ຮັບ​ການ​ສະໜັບ​ສະໜູນໃນ​ລະດັບ​ສູງ​ຕໍ່​ໄປ.

ການ​ສອບເສັງ​ນັກຮຽນ​ເກັ່ງລະດັບ​ຊາດ ຊັ້ນ​ປະຖົມ​ສຶກ​ສາ (ປ5) ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 26-29 ເມສາ 2015 ທີ່​ສະ​ຖາບັນ​ຄົ້ນຄວ້າ​ວິທະຍາສາດ​ການສຶກ​ສາ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ເປັນ​ປະທານ ທ່ານ ທອງ​ຜີວ ບຸດ​ສະ​ດີ ຜູ້​ຊ່ວຍ​ລັດ​ຖະມົນຕີ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ທ່ານ​ຫົວໜ້າ​ກົມ ຫ້ອງການ ພະແນກການ ພະນັກງານ​ຄູ-ອາຈານ ແລະ ພໍ່​ແມ່​ຜູ້​ປົກຄອງ​ນັກຮຽນ ​ເຂົ້າ​ຮ່ວມ​ເປັນ​ກຳລັງ​ໃຈ.

ສຳລັບ​ວິຊາ​ສອບເສັງມີ 3 ວິຊາຄື: ວິຊາ​ພາສາ​ລາວ ຄະນິດ​ສາດ ແລະ ວິຊາ​ໂລກ​ອ້ອມຕົວ ສະເພາະ​ໃນ​ສົກຮຽນ 2015-2016 ແມ່ນ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ 7 ມີ​ຕົວ​ແທນ​ນັກຮຽນ​ເກ່ງ​ຂອງ 17 ແຂວງ 1 ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ​ການ​ສອບເສັງ​ວິຊາ​ລະ 1 ຄົນ ມີ​ຜູ້​ເຂົ້າ​ຮ່ວມ​ການ​ສອບເສັງ​ທັງ​ໝົດ 54 ຄົນ ຍິງ 35 ຄົນ ເທົ່າ​ກັບ 65% ຈາກ​ໂຮງຮຽນພາກ​ລັດ 38 ຄົນ ເທົ່າ​ກັບ 70% ພ້ອມ​ກັນ​ເປັນ​ກຳລັງ​ໃຈໃຫ້​ກັບຕົວ​ແທນ​ນັກຮຽນ​ເກ່ງ ທີ່​ເຂົ້າຮ່ວມ​ສອບເສັງ​ນັກຮຽນ​ເກ່ງ​ຄັ້ງ​ນີ້ ແມ່ນ​ນັກຮຽນ​ໂຮງຮຽນ​ໃດ ຈາກແຂວງ​ໃດ ຈະ​ສາມາດ​ຮັກສາ​ມູນເຊື້ອ ແລະ ສ້າງ​ສະຖິຕິ​ໃໝ່​ໃຫ້​ກັບແຂວງ​ຂອງ​ຕົນ.

 

ແຫລ່ງຂ່າວ:

ວຈໝ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...