spot_img
Homeຂ່າວເຫດການສະຫາຍ ເລຂາທິການໃຫຍ່ຯ ສຳເລັດການຢ້ຽມຢາມ ສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ

ສະຫາຍ ເລຂາທິການໃຫຍ່ຯ ສຳເລັດການຢ້ຽມຢາມ ສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ

Published on

ຂປລ.ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຫງວຽນ​ຟູຈ້ອງ, ​ເລຂາທິການໃຫຍ່ ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ແລະ ​ສະ​ຫາຍ ເຈິນ​​ດ້າຍກວາງ, ປ​ະ​ທານ​ປະ​ເທດແຫ່ງ ສ​ສ ຫວຽດ​ນາມ, ສະຫາຍ ​ບຸນ​ຍັງ ວໍ​ລະ​ຈິດ, ​ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງພັກ-ລັດ ລາວ ​ໄ​ດ້ຢ້ຽມຢາມ​ສັນ​ຖະ​ວະ​ໄມ​ຕີ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ ແຕ່ວັນທີ 25-27 ເມ​ສາ 2016.

ສະຫາຍ ບຸນ​ຍັງ ວໍ​ລະ​ຈິດ, ​ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະ ຄະນະ ​​ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນແລະ ສົມກຽດ ຈາກ ສະຫາຍ ຫງວຽນ​ຟູ່ຈ້ອງ, ​ເລຂາທິການ​ໃຫຍ່​ ຄະນະ​ບໍລິ​ຫານ​ງານ​ສູນ​ກາງ ​ພັກ​ກອມ​ມູນິດຫວຽດນາມ ​ແລະ ສະຫາຍ ​ເຈີນ​ດ້າຍ​ກວາງ, ກຳມະການ​ກົມ​ການ​ເມືອ​ງສູນ​ກາງ​ພັກ, ປະທານ​ປະ​ເທດ ​ແຫ່ງ​ ສສ ຫວຽດນາມ, ພ້ອມ​ດ້ວຍການ​ນຳພັກ, ລັດຖະບານແລະ ປະຊາຊົນຫວຽດນາມອ້າຍ​ນ້ອງ ທັງຢູ່ນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມິນ.

ໃນໄລຍະການຢ້ຽມຢາມ, ສະຫາຍ ​ບຸນ​ຍັງ ວໍ​ລະ​ຈິດ ໄດ້ພົບປ​ເຈ​ລະ​ຈາ​​ກັບ ສະຫາຍ ຫງວຽນ​ຟູຈ້ອງ ​ເລຂາທິການ​ໃຫຍ່ ​ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ໄດ້​ພົບ​ປະ​ຢ້ຽມ​ຢາມສະຫາຍ ເຈີນ​ດ້າຍ​ກວາງ ກຳມະການ​ ກົມ​ການ​ເມືອ​ງສູນ​ກາງ​ພັກ, ປະທານ​ປະ​ເທດ ​ແຫ່ງ ​ສສ ຫວຽດນາມ, ​ໄດ້​ຢ້ຽມ​ຢາມພົບ​ປະ​ກັບ ສະ​ຫາຍ ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ສ ຫວຽດ​ນາມ; ຢ້ຽມ​ຢາມ​ພົບ​ປະ​ ສະ​ຫາຍ ຫງວຽນ​ທິ​ກິມ​ເງິນ ປະ​ທານ​ສະ​ພາແຫ່ງ​ຊາດ ຫວຽດ​ນາມ; ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງຄະ​ນະສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ຫວຽດ​ນາມ ແລະ ຄະ​ນະອາ​ດີ​ດ​ທະ​ຫານ​ອາ​ສາ​ສະ​ມັກ ແລະ ຊ່ຽວ​ຊານ​ທະ​ຫານຫວຽດ​ນາມ. ໃນການ​ພົບ​ປະ​​ດັ່ງ​ກ່າວ​, ໄດ້​ດຳ​ເນີນ​ໄປດ້ວຍ​ບັນ​ຍາ​ກາດ​ແຫ່ງໄມຕີ​ຈິດມິດຕະພາບ ຖານ​ສະ ຫາຍອ້າຍ​ນ້ອງອັນ​ສະ​ໜິດ​ສະ​ໜົມ,ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທີ່ພົ້ນເດັ່ນຂອງ​​ແຕ່ລະພັກ, ​ແຕ່ລະປະເທດ, ໂດຍສະເພາະແມ່ນບັນດາ ຜົນສຳ ເລັດ ຂອງແຕ່ລະປະເທດໃນການສ້າງສາພັດທະນາປະເທດ ໃນໄລຍະທີ່ຜ່ານມາ ເປັນຕົ້ນ ແມ່ນຜົນສຳເລັດ ໃນການປ່ຽນແປງໃໝ່ໄລຍະ 30  ປີ ຢູ່ແຕ່ລະປະເທດ, ຜົນສຳເລັດໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງ ພັກ ປປ ລາວ ແລະ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ, ໄດ້ຕີລາຄາສູງ ແລະ ຊົມເຊີຍຜົນສຳເລັດຂອງ ກອງປະຊຸມຄັ້ງທີ X ຂອງພັກ ປປ ລາວ ແລະ ຄັ້ງທີ XII ຂອງພັກກອມມຸນິດຫວຽດນາມ ອັນໄດ້ເຮັດໃຫ້ທັງສອງປະເທດ ໄດ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ວຽກງານປ້ອງກັນ ຊາດປ້ອງກັນຄວາມສະຫງົບ ໄດ້ມີຄວາມ ໝັກແໜ້ນ, ຊີວິດການເປັນຢູ່ຂອງປະຊາຊົນ ຂອງແຕ່ລະປະເທດໄດ້ຮັບການປົວແປງດີຂື້ນເທື່ອລະກ້າວ, ວຽກງານການຕ່າງປະເທດໄດ້ຮັບການເປີດກວາງ, ອິດທິພົນຂອງສອງປະເທດໃນເວທີພາກພື້ນ ແລະ ສາກົນນັບມື້ສູງເດັ່ນ.

ການນຳຂັ້ນສູງຂອງສອງພັກ, ສອງລັດ ໄດ້ຕີລາຄາສູງ ແລະ ມີຄວາມພາກພູມໃຈທີ່ເຫັນວ່າ ເຖິງສະພາບການໃນພາກພື້ນ ແລະ ສາກົນມີການຜົນແປຢ່າງຊັບຊ້ອນ, ແຕ່ການຮ່ວມມືສາຍພົວພັນພິເສດ ລາວ-ຫວຽດນາມ ຍັງສືບຕໍ່ໄດ້ຮັບການສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ, ການພົວພັນ ດ້ານການເມືອງສືບຕໍ່ໄດ້ມີຄວາມເລິກເຊິ່ງ, ມີການ ແລກປ່ຽນຢ້ຽມຢາມຂັ້ນສູງນຳກັນເປັນປົກກະຕິ, ການພົວພັນເສດຖະກິດ, ການຄ້າ, ລົງທຶນ, ສຶກສາ, ບຳລຸງສ້າງ, ວັດທະນາທຳ ແລະ ວິທະຍາສາດເຕັກໂນໂລຊີ ໄດ້ຮັບການເປີດກວ້າງ, ພວມນຳມາປະສິດທິຜົນມາສູ່ສອງປະເທດ, ຫວຽດນາມ ຍັງເປັນປະເທດ ຍືນຢູ່ແຖວໜ້າໃນການລົງທຶນຢູ່ລາວ.

ການນຳຂັ້ນສູງຂອງສອງພັກ, ສອງລັດ ລາວ-ຫວຽດນາມ ໄດ້ຢືນຢັນຄືນກ່ຽວກັບ ການຈະຮ່ວມມືສືບຕໍ່ ເສີມຂະຫຍາຍສາຍພົວພັນພິເສດ ທີ່ປະທານໂຮ່ຈິມິງຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພາ ນຸວົງ ທີ່ເຂົ້າລົບຮັກໄດ້ສ້າງ ແລະ ຖະນຸຖະໜອມມານັ້ນ ໃຫ້ນັບມື້ແຕກດອກອອກຜົນ ແລະມີປະສິດທິຜົນຍິ່ງໆຂື້ນ, ສືບຕໍ່ສຶກສາອົບຮົມປະຊາຊົນສອງຊາດ, ພິເສດ ແມ່ນຄົນຮຸ່ນໜຸ່ມ ໃຫ້ຮູ້ກ່ຽວກັບູນເຊື້ອຄວາມສາມັກຄີ ລາວ-ຫວຽດນາມ ຖືເປັນຄວາມຮັບຜິດຊອບຂອງກັນ ໃນການປົກປັກຮັກສາ ຕໍ່ຜົນປະໂຫຍດຂອງຊາດ ກໍຄື ເພື່ອສັນຕິພາບມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...