ມາຮູ້ຈັກກັບ ກໍາແພງເມືອງວຽງຈັນ ກັນເທາະ
ພາຍຫຼັງທີ່ເຈົ້າຟ້າງຸ່ມໄດ້ເຕົ້າໂຮມເມືອງລາວບູຮານ ເຂົ້າເປັນອານາຈັກລ້ານຊ້າງແລ້ວ ກໍຈັດລະບຽບການປົກ ຄອງຂຶ້ນ ເພື່ອນຳພາປະເທດໄປສູ່ຄວາມຈະເລີນຮຸ່ງເຮືອງ ພ້ອມກັນນີ້ກໍໄດ້ເສີມຄວາມແຂງແກ່ນໃຫ້ແກ່ກອງທັບພະອົງ ທັງສ້າງທ່າສະໜາມປ້ອງກັນໃຫ້ໝັ້ນຄົງ ໃນຕົວເມືອງໃຫຍ່ຕ່າງໆ. ມາຮອດສະໄໝລາຊະການຂອງເຈົ້າໄຊເຊດຖາ ຊຶ່ງມີວິໄສທັດຫຼຽວເຫັນການໄກວ່າ: ຖ້າຈະສືບຕໍ່ເອົາເມືອງຊຽງທອງ ຫຼື ຫຼວງພະບາງ ເປັນເມືອງເອກຕໍ່ໄປແລ້ວ ອຸປະສັກ ຫຼື ຄວາມຫຍຸ້ງຍາກຕາມມາຄົງມີຫຼາຍ ໂດຍສະເພາະການວິໄຈ ແຫຼ່ງຂ່າວ ຫຼື ການໃຈ້ແຍກເຫດການພໍຮູ້ວ່າ ສັກດີນາຕ່າງປະເທດທີ່ຢູ່ພາກຕາເວັນຕົກສຽງເໜືອຂອງປະເທດ ພວມກຽມ ເຂົ້າຮຸກຮານອານາຈັກລ້ານຊ້າງ ແລະ ລ້ານນາ ຊຶ່ງມີກະສັດລາວອົງດຽວກັນໃນເວລານັ້ນ.
ດ້ວຍເຫັນວ່າທີ່ຕັ້ງຂອງການຍ້າຍມາຢູ່ທາງວຽງຈັນ ມີຄວາມເໝາະສົມກ່ວາຊຽງທອງ ເຈົ້າໄຊເຊດຖາ ຈຶ່ງຮຽກ ປະຊຸມບັນດາເສນາມຸນຕີ ເພື່ອການວາງແຜນປ້ອງກັນການຮຸກຮານຈາກສັກດີນາພະມ້າ ສະພາທີ່ປຶກສາເຈົ້າແຜ່ນດິນເຫັນ ພ້ອມກັນວ່າ ນະຄອນຊຽງທອງ ບໍ່ເໝາະສົມທີ່ຈະເປັນເມືອງຫຼວງຕໍ່ໄປ ເພາະຢູ່ໃກ້ກັບພະມ້າ ຊຶ່ງພວມເປັນປໍລະປັກກັນ ອາດ ຈະຍົກທັບມາຕີໄດ້ທຸກຍາມດ້ານໜຶ່ງນະຄອນຊຽງທອງ ມີແຕ່ພູເຂົາອ້ອມຮອບ ບໍ່ມີທາງຂະຫຍາຍ ສ່ວນວຽງຈັນ ເປັນເມືອງ ໃຫຍ່ ບໍລິເວນກວ້າງໃຫຍ່ໄພສານ ອຸດົມສົມບູນ ແລະ ຕັ້ງຢູ່ເຄິ່ງກາງອານາຈັກ ສະດວກແກ່ການປົກຄອງພາກເໜືອ ພາກໃຕ້ ດ້ານໜຶ່ງປະຊາຊົນນະຄອນວຽງຈັນ ກໍໜາແໜ້ນ ເປັນຊຸມທາງຄົມມະນາຄົມທາງບົກ ແລະ ທາງນ້ຳ ທັງເປັນບ່ອນສະດວກ ໃນການຕິດຕໍ່ລະຫວ່າງປະເທດ ໃນຍາມສະຫງົບ ນະຄອນຫຼວງວຽງຈັນ ເປັນສູນກາງປົກຄອງເສດຖະກິດ ວັດທະນະທຳ ເປັນຕົວແທນໃຫ້ແກ່ທົ່ວລ້ານຊ້າງ ໃນຍາມສົງຄາມ ກໍສາມາດສົ່ງກຳລັງຫຼວງອອກໄປປ້ອງກັນຕາມຊາຍແດນໄດ້ທັນເວລາ ຫຼື ສາມາດເຄື່ອນທັບຂອງທ້ອງຖິ່ນມາໄດ້ສະດວກດີ ຍ້ອນສະພາບການດັ່ງກ່າວຈຶ່ງຕົກລົງຍົກຍ້າຍນະຄອນຫຼວງປະເທດ ລາວລ້ານຊ້າງ ຈາກນະຄອນຊຽງທອງ ຫຼວງພະບາງ ມາຕັ້ງຢູ່ນະຄອນວຽງຈັນ ໃນປີ ຄ.ສ 1560 ແລະ ຕັ້ງຊື່ວ່າ: ນະຄອນ ວຽງຈັນທະບູລີ ສີສັດຕະນາຄະນະຫຸດ ອຸດຕະມະລາຊະທານີ.
ການສ້າງສານະຄອນຫຼວງວຽງຈັນ ອັນຕົ້ນຕໍກ່ວາໝູ່ແມ່ນການສ້າງທ່າສະໜາມປ້ອງກັນ ລະບົບປ້ອງກັນເມືອງ ຫຼວງ ໂດຍເພິ່ນໄດ້ນຳພາກໍ່ສ້າງບູລະນະກຳແພງເມືອງທີ່ມີມາກ່ອນທັງ 3 ຊັ້ນ ອັນເປັນລະບົບປ້ອງກັນໄພທຳມະຊາດ ເຊັ່ນ: ໄພນ້ຳຖ້ວມ ແລະ ປ້ອງກັນຂ້າເສິກສັດຕູກຳແພງນີ້ ເພິ່ນໄດ້ສ້າງປ້ອມຍາມເປັນໄລຍະຫ່າງກັນພໍສາຍຕາຫຼຽວເຫັນໄດ້ຄັກໜ້າ ກຳແພງກໍຂຸດຮ່ອງນ້ຳຂະໜານໄປຕາມຄວາມຍາວຂອງກຳແພງ ຮ່ອງນ້ຳກວ້າງ 5-8 ແມັດ ເລິກຖ້ວມຫົວຄົນຢືນ ກຳແພງ ສູງກ່ວາຫຼັງຊ້າງໃຫຍ່ ມີຄົນຢືນ ຊຶ່ງຖືວ່າເປັນລະບົບປ້ອງກັນໄພທີ່ດີທີ່ສຸດໃນສະໄໝນັ້ນ ຖັດຈາກນັ້ນມາເພິ່ນກໍໄດ້ເອົາໃຈໃສ່ ບູລະນະ ແລະ ກໍ່ສ້າງທາງພຸດທະສາດສະໜາ ສ້າງວັດວາອາຮາມ ສ້າງພະພຸດທະຮູບ ພິເສດແມ່ນການກໍ່ສ້າງທາດຫຼວງ ວຽງຈັນ ໂດຍສ້າງກວມທາດເກົ່າໜ່ວຍໜຶ່ງ ສ້າງມາແຕ່ຄັ້ງສ້າງວຽງຈັນທຳອິດ ເມື່ອສ້າງທາດຫຼວງແລ້ວເພິ່ນກໍໃສ່ຊື່ວ່າ: “ທາດເຈດີໂລກະຈຸນລະມະນີ” ແຕ່ຄົນທົ່ວໄປເອີ້ນວ່າ ທາດຫຼວງ ແລະ ໃຊ້ເວລາກໍ່ສ້າງເຖິງ 6 ປີຈຶ່ງສຳເລັດ.
ໃນມື້ວັນທີ 16 ພະຈິກ 1641 ທ່ານ ວັນວຸດສະຕົບ ພໍ່ຄ້າໂຮນລັງ ທີ່ໄດ້ເຂົ້າມາເຝົ້າເຈົ້າຊີວິດສຸລິຍະວົງສາ ທີ່ທາດ ຫຼວງນັ້ນ ພວກເພິ່ນໄດ້ຂຶ້ນຂີ່ຊ້າງທັງ 6 ໂຕ ແຫ່ໄປເຝົ້າເຈົ້າຊີວິດ ເພື່ອນຳຈົດໝາຍນາຍພົນ ວັນເດີເມັນ ຊຶ່ງເປັນຜູ້ວ່າການ ເຂດອານານິ ຄົມສົ່ງມາຂາບຖວາຍ ທ່ານ ວັນວຸດສະຕົບ ໄດ້ບັນທຶກສິ່ງທີ່ຕົນພົບເຫັນກຳແພງເມືອງນີ້ວ່າ: ລະຫວ່າງ 2 ຟາກຂ້າງແຖວທະຫານສຸດແລ້ວ ກໍໄດ້ໄປເຖິງປະຕູວຽງດ້ານຊົນນະບົດ (ດ້ານນອກ) ຂະນະນັ້ນ ພວກເຮົາເຫັນວ່າ: ຕົວວຽງ ຖືກອ້ອມຮອບດ້ວຍກຳແພງຫີນສີແດງ ສູງກ່ວາຄົນທີ່ຢືນຢູ່ເທິງຫຼັງຊ້າງ ຢູ່ຕີນກຳແພງ ມີຄອງນ້ຳ… ການເວລາຢູ່ໃນຂອບເຂດຂອງ 450 ປີນັ້ນ ພວກເຮົາຍັງພໍເຫັນກຳແພງເມືອງທີ່ຍັງເຫຼືອຢູ່ ເນື່ອງຈາກໄລຍະ ຫຼັງໆ ເສດຖະກິດສັງຄົມມີການຂະຫຍາຍຕົວ ການກໍ່ສ້າງ ການລ້ຽງສັດ-ປູກຝັງໄດ້ກືນເອົາອານາເຂດທີ່ເປັນກຳແພງເມືອງ ໄປຈົນເກືອບໝົດ.
ສິ່ງທີ່ເຫຼືອຢູ່ກໍຍັງພໍມີໃຫ້ເຫັນຮ່ອງຮອຍບໍ່ເຕັມ 100% ຢູ່ທີ່ບ້ານໜອງໄຮໃຕ້ ເມືອງຫາດຊາຍຟອງ ຊຶ່ງມີປ້າຍຂຽນ ບອກເຂດອະນຸຮັກ ແລະ ອີກແຫ່ງໜຶ່ງຢູ່ທີ່ຮ່ອງໄກ່ແກ້ວ ໃກ້ໆກັບພັດຕະຄານຊ້າງເຜືອກ ກໍມີຮ່ອງຮອຍເປັນຄູຂຶ້ນໃຫ້ເຫັນ ເຊັ່ນກັນ ຖ້າທຽບໃສ່ກັບທ່ານ ວັນວຸດສະຕົບ ຂຽນແລ້ວແມ່ນໄກກັບເພິ່ນບອກ ວ່າສູງເທົ່າຊ້າງຕົວໃຫຍ່ຕົວໜຶ່ງ ບວກກັບຄົນ ຢືນ ສ່ວນລວງຍາວແຕ່ໃສຫາໃສນັ້ນ ຜູ້ຂຽນເຄີຍຂຽນແນະນຳມາແລ້ວໃນໜັງສືພິມສະບັບນີ້ ເມື່ອວັນທີ 16/3/2009 ຜ່ານມາ ເພື່ອໃຫ້ຜູ້ອ່ານໄດ້ໃກ້ຊິດກັບກຳແພງນີ້ ແລະ ພາລູກຫຼານມາເບິ່ງໄດ້.
ແຕ່ເຖິງວ່າການປົກປັກຮັກສາໃຫ້ຄົງໄວ້ຢ່າງເດີມນັ້ນເປັນໄປໄດ້ຍາກກໍຕາມ ແຕ່ເວລານີ້ຫາອະນາຄົດນັ້ນ ຄົງຈະ ພໍມີຫວັງ ເນື່ອງຈາກມີການຈັດຕັ້ງຮັບຜິດຊອບຄັກແນ່ຄົບຖ້ວນ ສຳຄັນມີປ້າຍບອກອະທິບາຍລະອຽດພໍຄວນ ດັ່ງນັ້ນ ຜູ້ໄປຊົມ ຈຶ່ງບໍ່ຈຳເປັນຕ້ອງມີຜູ້ນຳທ່ຽວໄປຮ່ວມກໍໄດ້ ແລະ ກໍແມ່ນສິ່ງໜຶ່ງທີ່ສຳຄັນໃນໄລຍະ 450 ປີ ແຫ່ງການຍ້າຍນະຄອນຫຼວງ ຈາກນະຄອນຊຽງທອງ ຫຼວງພະບາງ ມາສູ່ນະຄອນຫຼວງວຽງຈັນ.
ທີ່ມາຈາກ: ສຳນັກຂ່າວເອບີຊີ