Homeຂ່າວຕ່າງປະເທດລາຄາ​ນໍ້າມັນ​ດິບ​ຂຶ້ນ ຫຼັງ​​ເກງ​ກຳ​ໄລ​ແຜນ​ຊາ​ອຸ​ຫຼຸດ​ການ​ຜະລິດ​ນໍ້າມັນ

ລາຄາ​ນໍ້າມັນ​ດິບ​ຂຶ້ນ ຫຼັງ​​ເກງ​ກຳ​ໄລ​ແຜນ​ຊາ​ອຸ​ຫຼຸດ​ການ​ຜະລິດ​ນໍ້າມັນ

Published on

ສຳນັກ​ຂ່າວ​ເອ​ເອຟພີລາ​ຍງານ​ເມື່ອ​ວັນ​ທີ 26 ​​ເມສາ​ວ່າ ລາຄາ​ນໍ້າມັນ​ດິບ​ພຸ່ງ​ສູງ​ຂຶ້ນ​ຢ່າງ​ໄວວາ ຫຼັງ​ມີ​ການ​ເກງ​ກຳ​ໄລ​ຕາ​ແຜນ​ຂອງ​ຊາ​ອຸ​ດິອາ​ຣະບີ​ທີ່​ຈະ​ຫຼຸດ​ການຂຸດ​​ເຈາະ​ນໍ້າມນ ທ່າມກາງ​ຄວາມ​ກັງວົນ​ນໍ້າມັນ​ລົ້ນ​ຕະຫຼາດ.

ລາຄາ​ນໍ້າມັນ​ດິບ​ເວສ​ເທິ​ນ​ເທັກ​ຊັດ (ດັບ​ເບິ​ລຢູທີ​ໄອ) ທີ່​ກຽມ​ສົ່ງ​ມອບ​ໃນ​ເດືອນ​ມິ​ຖຸນາ ມີ​ລາຄາ​ຂາຍ​ໃນ​ຕະຫຼາດ​ນິວຢອກ​ເພີ່ມ​ສູງ​ຂຶ້ນ 1,40 ​ໂດ​ລາ​ສະຫະລັດ​ເປັນ 44,4 ​ໂດ​ລາ​ສະຫະລັດ​ຕໍ່​ບາ​ເຣລ ນັບ​ເປັນ​ລາຄາ​ສູງ​ສຸດ​ຕັ້ງ​ແຕ່​ເດືອນ​ພຶ​ດສະພາ 2015.

ຂະນະ​ດຽວ​ກັນ​ລາຄາ​ນໍ້າມັນ​ດິນ​ເບຣນສຳລັບ​ສົ່ງ​ມອບ​ໃນ​ເດືອນ​ມິຖຸນາ ມີ​ລາຄາ​ເພີ່ມ​ຂຶ້ນ 1,26 ​ໂດ​ລາ​ສະຫະລັດ ຢູ່​ທີ່ 45,74 ​ໂດ​ລາ​ຕໍ່​ບາ​ເຣລ.

ທ່ານ ບ໊ອບ ຢໍ​ເກີ ຈາກ​ບໍລິສັດ​ຫຼັກ​ຊັບ ມິ​ຊູ​ໂຮ ຊີ​ຄຽວ​ລິ​ຕີ ​ເຫັນ​ວ່າ “ຕະຫຼາດ​​ໄດ້​ຮັບ​ການ​ກະ​ຕຸ້ນ​ພິ​ເສດ​ຈາກ​ລາຍ​ງານ​ທີ່​ບໍລິສັດ​ຂຸດ​ເຈາະ​ນໍ້າມັນ​ນາ​ບໍ​ອິນ​ດັສ​ຕຣີ”… ​ໂດຍ​ນາ​ບໍ​ອິນ​ດັສ​ຕຣີອ້າງ​ວ່າ ຊາ​ອຸວາງ​ແຜນ​ຫຼຸດ​ການ​ຂຸດ​ເຈາະ​ນໍ້າມັນ​ລົງ 10%.

ກຸ່ມ​ນັກວິ​ເຄາະ​ຊີ້​ວ່າ ການ​ຕອບ​ສະໜອງ​ຈາກ​ການ​ສູນ​ເສຍ​ເມື່ອ​ວັນ​ທີ 25 ​ເມສາ ອາດ​ເປັນ​ໄປ​ໄດ້​ວ່າ​ຖືກ​ກະ​ຕຸ້ນ​ຈາກ​ຄ່າ​ເງິນ​ໂດ​ລາ​ສະຫະລັດ​ທີ່​ອ່ອນ​ຕົວ​ລົງ ​ແລະ ຂໍ້ມູນ​ກ່ຽວ​ກັບ​ການ​ສັ່ງ​ຊື້​ສິນຄ້າ​ປະ​ເພດ​ຄົງ​ທົນ ​ແລະ​ເຊື່ອ​ໝັ້ນ​ຜູ້​ບໍລິ​ໂພ​ກ​ໃນ​ສະຫະລັດ​ທີ່​ຕົກລົງ.

ຂະນະ​ທີ່​ທ່ານ ທິມ ອີ​ວານ​ສ໌ ຈາກ​ຊີ​ຕີ ຟິວ​ເຈີ​ ​ເຕືອນ​ວ່າ “​ໃນ​ຂະນະ​ທີ່​ຄວາມ​ປ່ຽນ​ແປງ​ຂອງ​ລາຄາ​​ໄລຍະ​ສັ້ນ​ອາດ​ໄດ້​ຮັບ​ການກະ​ຕຸ້ນ​ຈາກ​ຄວາມ​ຕ້ອງການການ​ເງິນ​ທີ່​ເຊື່ອມ​ໂຍງ​ຕໍ່​ຄ່າ​ເງິນ​ໂດ​ລາ​ອ່ອນ​ຕົວ ​ເຮົາ​ຍັງ​ຄົງ​ເຫັນ​ວ່າ​ຕະຫຼາດ​ມີການ​ສະໜອງທີ່​ຫຼາຍ​ພໍ”

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...