spot_img
Homeຂ່າວພາຍ​ໃນລາວເປັນເຈົ້າພາບກອງປະຊຸມ AIFO COM

ລາວເປັນເຈົ້າພາບກອງປະຊຸມ AIFO COM

Published on

ທ່ານ ສຈ ດຣ ພອນເທບ ພົນເສນຍາ ປະທານກຳມາທິການວັດທະນະ ທຳ-ສັງຄົມສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 9 ພຶດສະພາ ກ່ຽວກັບຄວາມພ້ອມການຈັດກອງປະຊຸມລັດ ຖະສະພາອາຊຽນ ເພື່ອຕ້ານໄພຄຸກ ຄາມ ຂອງຢາເສບຕິດ ວ່າ: ລາວມີຄວາມພ້ອມຢ່າງສົມບູນທີ່ຈະຈັດກອງປະ ຊຸມດັ່ງ ກ່າວ ຊຶ່ງຈະມີຂື້ນໃນວັນທີ 13 ຫາ 16 ພຶດສະ ພານີ້ ຢູ່ໂຮງແຮມ ແລນມາກ ແມ່ ຂອງລີເວີ ໄຊ ນະຄອນຫຼວງວຽງຈັນ, ກອງປະຊຸມຄະນະກຳມະການຄົ້ນ ຄ້ວາຫາ ຄວາມຈິງ ຂອງສະມັດຊາລະຫວ່າງ ຊາດອາຊຽນເພື່ອຕ້ານກັບໄພຄຸກຄາມຂອງຢາເສບຕິດ(AIFOM) ແມ່ນພາກສ່ວນໜຶ່ງ ຂອງກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ.

ຍ້ອນບັນຫາການແຜ່ລະບາດຂອງຢາເສບຕິດໃນອາຊຽນຂະຫຍາຍເປັນວົງ ກວ້າງ ແລະ ການແກ້ໄຂບັນຫາຢເສບຕິດແມ່ນ ມີຄວາມຫຍຸ້ງຍາກ ດັ່ງນັ້ນ ຈຶ່ງຊຸກຍູ້ໃຫ້ ອົງການໄອໂປ(ປ່ຽນເປັນໄອປາ ໃນ ປັດຈຸບັນ) ຄິດຄົ້ນວິທີແກ້ໄຂໂດຍໄດ້ສ້າງ ຄະນະ ກຳມະການຄົ້ນ ຄ້ວາຫາຄວາມຈິງ ຂອງສະມັດຊາລະຫວ່າງຊາດອາຊຽນ ເພື່ອຕ້ານກັບໄພຄຸກຄາມຂອງຢາເສບຕິດ(AI FOCOM) ຂື້ນ ເພື່ອລົງເລີກບັນຫາຢາເສບຕິດ ແລະ ເຮັດໜ້າທີ່ສະໜັບສະ ໜູນເປົ້າໝາຍສ້າງອາຊຽນ ໃຫ້ເປັນເຂດ ປອດຢາເສບຕິດພາຍໃນປີ 2015.

         ທ່ານ ສຈ ດຣ ພອນເທບ ພົນເສນາ ກ່າວວ່າ: ກອງປະຊຸມ AI FOCOM ຈະຈັດຂື້ນຢ່າງໜ້ອຍ ໜຶ່ງຄັ້ງຕໍ່ປີ ແລະ ຈະຈັດຂື້ນ ຢູ່ປະເທດທີ່ເປັນເຈົ້າພາບ  ຊຶ່ງໃນປີນີ້ ລາວ ຈະເປັນເຈົ້າພາບຈັດກອງປະຊຸມໃຫຍ່ສະມັດຊາລັດຖະສະພາ ລະ ຫວ່າງ ຊາດອາ ຊຽນ (AIPA) ຄັ້ງທີ 35, ດັ່ງນັ້ນ ສະພາແຫ່ງຊາດ ກໍຈະໄດ້ຮັບເປັນເຈົ້າພາບຈັດກອງປະຊຸມ AIFO COM ຄັ້ງທີ 11, ຊຶ່ງຄັ້ງນີ້ ເປັນເທື່ອທີ 2 ທີ່ສະພາແຫ່ງຊາດລາວເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ ໂດຍຄັ້ງທຳອິດ ແມ່ນຈັດຂື້ນ ໃນປີ 2005 ທີ່ແຂວງ ຫຼວງພະບາງ, ປະກອບດ້ວຍ 10 ປະເທດສະມາຊິກເຂົ້າຮ່ວມຄື: ບຣູໄນ ດາລູສະລາມ, ກຳປູເຈຍ, ລາວ, ມຽນມາ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ສສ. ຫວຽດນາມ. ສຳລັບຄັ້ງທີສອງນີ້ ຄາດ ວ່າຈະຈັດຂື້ນທີ່ນະຄອນຫຼວງວຽງຈັນ, ໂດຍຈະມີຜູ້ແທນເຂົ້າຮ່ວມ 40 ກ່ວາທ່ານ, ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມື ລັດຖະສະພາເພື່ອສ້າງປະຊາຄົມອາຊຽນໃຫ້ປອດຢາເສບຕິດ”.

ທີ່ມາ http://laophatthananews.blogspot.com/2014/05/blog-post_5163.html

——————————————————————————-

ຂ່າວດຽວກັນ

ຂ່າວ: ໂອ​ຫຼົດ

       ສປປ ລາວ ຈະ​ເປັນ​ເຈົ້າ­ພາບ​ຈັດກອງ​ປະ­ຊຸມ​ຄັ້ງ​ທີ 11 ຂອງ​ຄະ­ນະ​ກຳ​ມະການ​ຄົ້ນ­ຄວ້າ​ຫາ​ຄວາມ​ຈິງຂອງ​ສະ­ມັດຊາ​ລັດ​ຖະ​ສະ­ພາ​ລະ­ຫວ່າງ​ຊາດ​ອາ​ຊຽນ ເພື່ອ​ຕ້ານ​ກັບ​ໄພ​ຄຸກ​ຄາມ​ຢາ​ເສບ​ຕິດ (AIFOCOM) ພາຍ​ໃຕ້​ຫົວ­ຂໍ້ “ເພີ່ມທະ­ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ­ພາ ເພື່ອ​ສ້າງປະ­ຊາ​ຄົມ​ອາ​ຊຽນ​ໃຫ້​ປອດ​ຢາ​ເສບ​ຕິດ” ຊຶ່ງ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ຈະ​ໄດ້​ຈັດ​ຂຶ້ນໃນ​ລະ­ຫວ່າງ​ວັນ​ທີ1216 ພຶດ­ສະ­ພາ 2014 ທີ່​ໂຮງ​ໂຮມແລນ​ມາກ​ແມ່​ຂອງ​ຣີ​ເວີ​ໄຊ ນະ­ຄອນ­ຫຼວງວຽງ​ຈັນ ແລະ ຄາດ​ຈະ​ມີ​ຜູ້​ເຂົ້າ​ຮ່ວມ​ປະມານ 70 ທ່ານ.

      ທ່ານ ສຈ.ດຣ.ພອນ​ເທບ ພົນ​ເສ­ນາ ປະ­ທານ​ກຳ­ມາ​ທິ​ການ​ວັດ­ທະ­ນະ­ທຳŒສັງຄົມ​ສະ­ພາ​ແຫ່ງ​ຊາດ​ໄດ້​ຖະ­ແຫຼງ​ຂ່າວຕໍ່​ສື່​ມວນ​ຊົນ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 9 ພຶດ­ສະ­ພາ 2014 ທີ່​ສະ­ພາ​ແຫ່ງ​ຊາດຮູ້​ວ່າ: ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­ການ​ຄົ້ນຄວ້າ​ຫາ​ຄວາມ​ຈິງ​ຂອງ​ສະ­ມັດ­ຊາ​ລັດ​ຖະສະ­ພາ​ລະ­ຫວ່າງ​ຊາດ​ອາ​ຊຽນເພື່ອ​ຕ້ານກັບ​ໄພ​ຄຸກ​ຄາມ​ຢາ​ເສບ​ຕິດ (AIFOCOM) ຄັ້ງ​ທີ 11 ທີ່​ລາວ​ຈະ​ເປັນ​ເຈົ້າພາບແມ່ນ​ພາກ­ສ່ວນ​ໜຶ່ງ​ຂອງ​ກອງ​ປະຊຸມ​ສະ­ມັດ­ຊາ​ລັດ​ຖະ​ສະ­ພາ​ລະ­ຫວ່າງ​ຊາດ​ອາ​ຊຽນຍ້ອນ​ບັນ­ຫາ​ການ​ແຜ່​ລະບາດ​ຂອງ​ຢາ​ເສບ​ຕິດ​ໃນ​ອາ​ຊຽນ​ຂະຫຍາຍ​ເຂດ​ກວ້າງ­ຂວາງ ແລະ ການ​ແກ້ໄຂ​ແມ່ນ​ພົບ​ຄວາມ​ຫຍຸ້ງ­ຍາກ​ສັບ­ສົນ ດັ່ງ­ນັ້ນ ຈິ່ງ​ຊຸກ­ຍູ້​ໃຫ້​ອົງ­ການ​ໄອ​ໂປ (ປະ­ຈຸ​ບັນ​ປ່ຽນ​ເປັນ​ໄອ​ປາ) ຄົ້ນ​ຄິດ​ວິ­ທີແກ້​ໄຂໂດຍ​ໄດ້​ສ້າງ­ຕັ້ງ AIFOCOM ຂຶ້ນ​ເພື່ອ​ລົງ​ເລິກ​ບັນ­ຫາ​ຢາ​ເສບ​ຕິດພາຍ​ໃຕ້​ຫົວ­ຂໍ້ “ເພີ່ມ​ທະ­ວີ​ການ​ຮ່ວມ​ມືລັດ​ຖະ​ສະ­ພາ​ເພື່ອ​ສ້າງ​ປະ­ຊາ​ຄົມ​ອາຊຽນ​ໃຫ້​ປອດ​ຢາ​ເສບ​ຕິດ ” .

     ທ່ານ ສຈ.ດຣ. ພອນ​ເທບ ພົນ​ເສ­ນາ ກ່າວ​ຕື່ມ​ວ່າ: ຈາກ​ບົດ​ລາຍ​ງານ ແລະ ມະຕິ​ກອງ​ປະ­ຊຸມ AIFOCOM ໃນ​ແຕ່​ລະຄັ້ງ​ໄດ້​ນຳ​ສະ­ເໜີ​ກອງ​ປະ­ຊຸມ​ໃຫຍ່​ໄອ​ປາປະ­ຈຳ​ປີ​ພິ­ຈາ­ລະ­ນາ ຊຶ່ງ​ຜົນ​ຈາກ​ການ​ຄົ້ນຄວ້າ ແລະ ຂໍ້​ສະ­ເໜີ​ດັ່ງ­ກ່າວ​ໄດ້​ຮັບ​ການຜັນ​ຂະ­ຫຍາຍ​ເປັນ​ມະ­ຕິ​ຂໍ້​ຕົກ­ລົງເພື່ອຊ່ວຍ​ສະ­ໜັບ­ສະ­ໜູນ​ມາດ​ຕະ­ການ​ຂອງລັດ­ຖະ­ບານ​ໃນ​ການ​ກຳ­ຈັດ​ບັນ­ຫາ​ຢາເສບ​ຕິດ, ນອກ­ຈາກ​ນັ້ນຄະ­ນະ​ກຳ​ມະການ AIFOCOM ຍັງ​ຊຸກ­ຍູ້​ໃຫ້​ແຕ່​ລະປະ­ເທດ​ສະ­ມາ­ຊິກ​ມີ​ມາດ​ຕະ­ການ​ດ້ານກົດ­ໝາຍ ໂດຍ​ຜ່ານ​ລະ­ບົບ​ນິ­ຕິ​ກຳ​ເປັນເອ­ກະ​ພາບ ຫຼື ໃກ້​ຄຽງ​ເພື່ອ​ເຮັດ​ໃຫ້­ການ ຕ້ານ​ຢາ​ເສບ​ຕິດ​ໃນ​ອາ​ຊຽນ​ມີ​ປະ​ສິດ­ທິຜົນ​ກວ່າ​ເກົ່າ.

      ການ​ຈັດ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ຄາດຄະ­ເນ​ຜົນ​ຈະ​ໄດ້​ຮັບ​ຄື: ສ້າງ​ໃຫ້​ເປັນ​ຈຸດເຊື່ອມ​ຕໍ່​ລະ­ຫວ່າງ​ລັດ​ຖະ​ສະ­ພາ​ບັນ­ດາປະ­ເທດ​ອາ​ຊຽນເພື່ອ​ດຳ­ເນີນ​ການ​ຮ່ວມມື​ກັນ​ຕ້ານ​ຢາ​ເສບ​ຕິດ ພ້ອມ​ທັງ​ເປັນ​ການສ້າງ​ໃຫ້​ມີ​ເວ­ທີ​ພົບ​ປະ​ສົນ­ທະ­ນາ, ປຶກ­ສາຫາ­ລື ແລະ ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຊຶ່ງກັນ ແລະ ກັນ ເພື່ອ​ເຮັດ​ໃຫ້​ອາ​ຊຽນ​ປອດຢາ​ເສບ​ຕິດ​ພາຍ​ໃນ​ປີ 2015 ແລະ ແນ­ໃສ່​ຊຸກ­ຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ­ໃຈ​ຊຶ່ງ​ກັນ ແລະ ກັນ ລະ­ຫວ່າງ​ລັດ​ຖະ​ສະ­ພາ​ບັນ­ດາ ະ­ເທດ​ສະ­ມາ­ຊິກກໍ​ຄື​ເພື່ອ​ນຳ​ເອົາ​ທັດສະ​ນະ​ທີ່​ເປັນ​ເອ­ກະ​ພາບ​ຕໍ່​ບັນ­ຫາ​ຕ່າງໆນຳ​ສະ­ເໜີ​ຕໍ່​ລັດ­ຖະ­ບານ​ນຳ­ໄປ​ຈັດ​ຕັ້ງ ປະ­ຕິ­ບັດ.

      ຢ່າງ­ໃດ​ກໍ​ຕາມ ກອງ​ປະ­ຊຸມ AIFOCOM ຄັ້ງ​ທຳ​ອິດ​ແມ່ນ​ຈັດ​ຂຶ້ນ​ທີ່​ຮ່າ​ໂນ້ຍ ສສ ຫວຽດ­ນາມ ໃນ​ປີ 2002 ແລະ ຄັ້ງຕໍ່ໆ​ມາ​ຈັດ​ຂຶ້ນ​ແຕ່​ລະ​ປະ­ເທດ​ທີ່​ເປັນ​ສະ­ມາ­ຊິກ AIFOCOM ຊຶ່ງ​ປະ­ກອບ​ດ້ວຍ 10 ປະ­ເທດ​ຄື: ບຣູ​ໄນດາ​ຣູ​ຊາ​ລາມ, ກຳ­ປູ­ເຈຍ, ສປປ ລາວ, ມຽນ​ມາ, ມາ​ເລເຊຍ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ສິງ​ກະໂປ, ໄທ ແລະ ສສ ຫວຽດ­ນາມ ຊຶ່ງ ສປປ ລາວ ກໍ​ໄດ້​ຮັບ​ກຽດ​ເປັນ​ເຈົ້າ­ພາບຈັດ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ຖື​ເປັນ​ຄັ້ງ​ທີ 2 ແລ້ວ.

ທີ່ມາ http://www.sedthakid.la/khao/18777.spc

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...