Homeຂ່າວພາຍ​ໃນນະຄອນຫລວງວຽງຈັນ ຈະປູກຫຍ້າລ້ຽງງົວພັນຊິ້ນ ສະໜອງຟາມພາຍໃນ ແລະ ສົ່ງອອກ!

ນະຄອນຫລວງວຽງຈັນ ຈະປູກຫຍ້າລ້ຽງງົວພັນຊິ້ນ ສະໜອງຟາມພາຍໃນ ແລະ ສົ່ງອອກ!

Published on

ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ອອກ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການສ້າງຕັ້ງ ​ສະມາຄົມ​ຜູ້​ປະກອບການ​ລ້ຽງ​ງົວ​ຂຶ້ນ ເພື່ອ​ເປັນ​ການສະໜອງ​ທາດ​ຊິ້ນ​ຢູ່​ພາຍ​ໃນ​ໄດ້ຢ່າງ​ພຽງພໍ ແລະ ສົ່ງ​ອອກ​ໄປ​ຍັງປະເທດ​ໃກ້​ຄຽງ ເຮັດ​ໃຫ້​ປະຊາຊົນ​ມີ​ວຽກ​ເຮັດ​ງານ​ທຳ ເພື່ອ​ຫຼຸດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໄດ້ສຳເລັດ ​ຕາມ​ທິດ​ຊີ້​ນຳຂອງ​ພັກ-ລັດຖະບານ.

ທ່ານ ຈັນ​ເພັງ ອິນ​ສະຫວັນ ປະທານ​ສະມາຄົມ​ຜູ້​ປະກອບ​ການລ້ຽງ​ງົວ ກ່າວ​ວ່າ: ສະມາຄົມ​ໄດ້ສ້າງຕັ້ງ​ຂຶ້ນ​ມາ​ໄດ້​ປະມານ 3-4 ເດືອນ​ຜ່ານ​ມາ ເຊິ່ງ​ຂຶ້ນ​ກັບ​ພະແນກ​ກະສິກຳ ແລະ ປ່າໄມ້ ນະຄອນ​ຫຼວງ ປັດຈຸບັນ​ແມ່ນ​ໄດ້​ຮັບຄວາມ​ສົນໃຈ​ຈາກ​ຜູ້​ລ້ຽງ​ງົວ ແລະ ມີ​ຜູ້​ເຂົ້າ​ມາ​ເປັນ​ສະມາຊິກແລ້ວ 25 ຟາມ.

ສະມາຄົມ​ສ້າງຕັ້ງ​ຂຶ້ນ​ມາ​ເພື່ອປົກ​ປ້ອງ​ຜູ້​ລ້ຽງ​ງົວ ​ຫຼີກເວັ້ນ​ຈາກການ​ເອົາ​ປຽບ​ຈາກ​ພໍ່ຄ້າ​ຄົນ​ກາງ ທັງ​ເປັນ​ການ​ຫຼຸດຜ່ອນ​ການ​ນຳເຂົ້າ​ທາດ​ຊີ້ນ​ຂອງ​ນະຄອນຫຼວງວຽງ​ຈັນ ທີ່​ມີ​ບໍ່​ຕ່ຳ​ກວ່າ 3 ໂຕນ/ເດືອນ ເຊິ່ງ​ໃນ 5 ປີ​ທຳ​ອິດ ຈະມີ​ການ​ປູກ​ຫຍ້າ​ໃນ​ເຂດ​ນ້ຳ​ຖ້ວມບຶງ​ທາດຫຼວງ​ທີ່​ມີ 1.000 ກວ່າເຮັກຕາ ແລະ 5 ເມືອງ​ນອກ ​ທີ່​ນະຄອນ​ຫຼວງ​ກຳນົດ​ ປະກອບ​ມີ ເມືອງ​ສັງ​ທອງ ນາ​ຊາຍ​ທອງ ໄຊ​ທານີ ປາກ​ງື່ມ ແລະ ເມືອງຫາດ​ຊາຍ​ຟອງ ຊະນິດ​ຫຍ້າ​ທີ່​ຈະນຳ​ມາ​ປູກ​ ເປັນ​ຊະນິດ​ທີ່​ທົນ​ທານ​ຕໍ່​ສະພາບ​ດິນຟ້າອາກາດ​ໄດ້​ດີ​ຄື: ຫຍ້າ​ແພງ​ໂກ​ລ້າເນ​ເປຍ ແລະ ຫຍ້າ​ກີ​ນີ ​ທີ່​ເປັນ​ຫຍ້າ​ລ້ຽງ​ງົວ​ໂດຍສະເພາະ ປູກ​ເທື່ອ​ດຽວ​ສາມາດກຸ້ມ​ໄດ້ 8 ປີ ພາຍ​ໃນ 45 ວັນ 1 ເຮັກຕາ​ຈະ​ເກັບ​ກ່ຽວ​ໄດ້​ຫຼາຍ​ເຖິງ 20 ໂຕນ ຫາກ​ເປັນ​ໄປ​ຕາມ​ແຜນ ຫຍ້າ​ໃນ​ເນື້ອທີ່​ທີ່​ປູກ​ທັງ​ໝົດ​ຈະສະໜອງ​ໃຫ້​ກັບ​ພາຍ​ໃນ ແລະ ປະເທດ​ເພື່ອນ​ບ້ານ ເພາະ​ການ​ປູກ​ຫຍ້າ ຈະ​ເປັນ​ພື້ນຖານ​ໃຫ້​ກັບ​ການ​ລ້ຽງ​ງົວ​ ເມື່ອ​ນຳ​ພັນ​ງົວ​ທີ່​ເປັນ​ສາຍ​ພັນ​ຕ່າງປະເທດ ກໍ່​ຄືພັນ​ປະສົມ ​ຈະຕ້ອງ​ມີ​ຫຍ້າ​ຮອງ​ຮັບ​ທີ່​ມີ​ພຽງພໍ ແລ້ວປັດຈຸບັນ​ມີ​ສະມາຊິກ​ບາງຟາມ ​ໄດ້​ທົດ​ລອງ​ປູກ​ຫຍ້າ ແລະ ນຳ​ພັນ​ງົວ​ເຂົ້າ​ມາ​ແລ້ວ​ເຊັ່ນ: XP ຟາມ​ຕັ້ງ​ຢູ່​ເມືອງ​ປາກ​ງື່ມ ແລະ ໃນ​ມໍ່ໆ​ນີ້​ ສະມາຄົມ​ຍັງ​ຈະ​ຈັດການ​ຄັດ​ເລືອກ​ພັນ​ງົວ​ງາມ​ ຈະ​ມີທັງ​ພັນ​ພື້ນ​ບ້ານ ແລະ ພັນ​ປະສົມ ເພື່ອ​ຈະ​ເອົາ​ໄປ​ເປັນ​ພໍ່​ພັນ ແລະ ແມ່​ພັນ.

 

ແຫລ່ງຂ່າວ:

ວຈໝ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...