Homeມຸມຂ່າວ AECຜູ້ຊ່ຽວຊານ ດ້ານຄວາມປອດໄພອາຫານອາຊຽນ ຫາລືວຽກງານຮ່ວມກັນ ຢູ່ນະຄອນຫລວງວຽງຈັນ

ຜູ້ຊ່ຽວຊານ ດ້ານຄວາມປອດໄພອາຫານອາຊຽນ ຫາລືວຽກງານຮ່ວມກັນ ຢູ່ນະຄອນຫລວງວຽງຈັນ

Published on

ອີງ​ຕາມ​ການ​ຕົກລົງ​ຂອງ​ກອງປະຊຸມ ​ກຸ່ມ​ຊ່ຽວຊານ​ດ້ານ​ຄວາມປອດ​ໄພ​ອາຫານ​ອາ​ຊຽນ ​ຄັ້ງ​ທີ 12 ທີ່​ໂຢກ​ຈາ​ກາ​ຕາ ປະເທດ​ອິນ​ໂດເນ​ເຊຍ 2015 ມອບ​ໃຫ້ ​ສປປ ລາວ ເປັນ​ເຈົ້າພາບ​ກອງ​ປະຊຸມ ເຊິ່ງ​ມີ​ຫົວຂໍ້: “ກອງ​ປະຊຸມ​ຄັ້ງ​ທີ 1 ຂອງ​ກຸ່ມ​ທີ 4 ຮັບປະກັນ​ດ້ານຄວາມ​ປອດ​ໄພ​ອາຫານ​ ສຳລັບແຜນ​ພັດທະນາ​ສາທາລະນະ​ສຸກອາ​ຊຽນ ຫຼັງ​ປີ 2015” ຈັດ​ຂຶ້ນລະຫວ່າງ​ວັນ​ທີ 26-28 ເມສາ 2016 ທີ່​ໂຮງແຮມ​ດອນ​ຈັນ​ພາເລດ ນະຄອນຫຼວງ​ວຽງ​ຈັນ ໂດຍມີ​ທ່ານ ​ດຣ. ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ກະຊວງ​ສາທາລະນະສຸກ ທ່ານ ດຣ. ສົມ​ທະວີ ຈາງ​ວິສົມ​ມິດ ຫົວໜ້າ​ກົມ​ອາຫານ ແລະ ຢາ ປະທານ​ຝ່າຍ​ລາວ ແລະ ບັນດາ​ປະເທດ​ສະມາຊິກອາ​ຊຽນ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ​ຈະ​ໄດ້​ພ້ອມກັນ​ທວນຄືນ ແລະ ສົນທະນາ​ທິດທາງ​ໃນຕໍ່ໜ້າ ສຳລັບ​ແຜນ​ປັບປຸງຄວາມ​ປອດ​ໄພ​ຂອງ​ອາຫານ ລະດັບ 2 ກິດຈະກຳ​ທີ່​ກຳລັງ​ດຳເນີນການ​ສະເໜີ​ໃຫ້​ມີ​ການ​ຮ່ວມ​ມື​ໃນຫຼາຍ​ກິດຈະກຳ ​ທີ່​ກ່ຽວຂ້ອງ​ກັບຄວາມ​ປອດ​ໄພ​ຂອງ​ອາຫານ ພ້ອມ​ທັງ​ສົນທະນາ​ກ່ຽວ​ກັບ​ຍຸດທະ​ສາດ ຕົວ​ຊີ້​ວັດ ແລະ ເປົ້າໝາຍ​ຂອງ​ພາກ​ພື້ນ ສຳລັບ​ກຸ່ມ 4 ທາງ​ດ້ານ​ສາທາລະນະ​ສຸກ ກິດຈະ​ກຳ​ທີ່​ສຳຄັນ​ທີ່​ໄດ້​ກຳນົດ​ໃນ​ຕໍ່ໜ້າ ​ແມ່ນ​ເນັ້ນ​ໃສ່​ເຫດການ ກິດຈະ​ກຳ​ພາຍ​ໃຕ້​ແຜນ​ປັບປຸງຄວາມ​ປອດ​ໄພ​ຂອງ​ອາຫານ ລະດັບ 2 ໂດຍ​ການ​ປະສານ​ງານກັບ​ຄູ່​ຮ່ວມ​ພັດທະນາ​ຕ່າງໆ​ເຊັ່ນ: ອົງການ​ອະນາໄມ​ໂລກ ອີ​ຢູ ແລະ ອົງການ​ອື່ນໆ​ທີ່​ກ່ຽວຂ້ອງ.

ສຳລັບ ​ສປປ ລາວ ແມ່ນສຸມ​ໃສ່​ການ​ສົ່ງເສີມ​ວຽກ​ງານຄວາມ​ປອດ​ໄພ​ຂອງ​ອາຫານ ໂດຍ​ສະເພາະ ການ​ສ້າງ​ນິຕິ​ກຳ ຂໍ້​ຕົກລົງ ແລະ ລະບຽບ​ການຕ່າງໆກ່ຽວ​ກັບ​ການ​ຄວບ​ຄຸມ ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ອາຫານ ກົດໝາຍ​ອາຫານ​ໄດ້​ຖືກປັບປຸງ ແລະ ອະນຸມັດ​ນຳ​ໃຊ້​ໃນ​ປີ 2011 ນະໂຍບາຍ​ຄວາມ​ປອດ​ໄພຂອງ​ອາຫານ ແລະ ຂໍ້​ກຳນົດ​ກົດລະບຽບ​ໄດ້​ຖືກ​ພັດທະນາ.

 

ແຫລ່ງຂ່າວ:

ວຈໝ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...