spot_img
Homeຂ່າວການສຶກສາປີ 2020 ໂຮງຮຽນທຸກແຫ່ງຈະມີແຫຼ່ງທຶນ ແລະ ຊັບພະຍາກອນມະນຸດພຽງພໍ

ປີ 2020 ໂຮງຮຽນທຸກແຫ່ງຈະມີແຫຼ່ງທຶນ ແລະ ຊັບພະຍາກອນມະນຸດພຽງພໍ

Published on

ໃນປີ 2020 ໂຮງຮຽນທຸກແຫ່ງຈະມີແຫຼ່ງທຶນ ແລະ ຊັບພະຍາກອນມະນຸດພຽງພໍ ​ເພື່ອ​ປັບປຸງ​ຜົນ​ການ​ຮຽນຂອງ​ນັກຮຽນ, ​ເຊິ່ງທາງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ມີແຜນພັດທະນາຂະແໜງການສຶກສາ ແລະ ກິລາ ​ແຕ່​ປີ 2016-2020 ​ໂດຍ​ຈະສະໜອງສິ່ງອໍານວຍຄວາມສະດວກທາງດ້ານພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດໃຫ້ບັນດາໂຮງຮຽນຢ່າງສະເໝີພາບ ແລະ ເປັນທໍາ.

ອີງຕາມວິໄສທັດຮອດປີ 2030 ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາຂະແໜງ ການສຶກສາ ແລະ ກິລາ 5 ປີ ຄັ້ງທີ 8 (2016-2020)  ບັນຫາບຸລິມະສິດທີ່ມີຄວາມຈໍາເປັນຕ້ອງໄດ້ຮັບການປັບປຸງໃຫ້ເຂັ້ມແຂງລວມມີຄວາມສອດຄ່ອງຂອງໂຮງຮຽນກັບຂອບມາດຖານຄຸນະພາບການສຶກສາແຫ່ງຊາດ ໂດຍສະເພາະໂຮງຮຽນຂະໜາດນ້ອຍຢູ່ເຂດຊົນນະບົດຫ່າງໄກສອກຫຼີກ; ການບັນຈຸ ແລະ ສັບຊ້ອນຄູໃຫ້ແກ່ໂຮງຮຽນຍັງບໍ່ຍຸຕິທໍາ ແລະ ຂາດປະສິດທິຜົນ;ຜູ້ອໍານວຍການໂຮງຮຽນຍັງບໍ່ສາມາດບໍລິຫານຄຸ້ມຄອງຊັບພະຍາກອນຂອງໂຮງຮຽນໄດ້ດີເທົ່າທີ່ຄວນ ແນໃສ່ຍົກລະດັບຜົນການຮຽນໃຫ້ໄດ້ໃນລະດັບສູງສຸດ; ການສະໜອງຄູຍັງບໍ່ສອດຄ່ອງ ແລະ ແທດເໝາະກັບຄວາມຕ້ອງການຂອງໂຮງຮຽນ; ເງິນບໍລິຫານປົກກະຕິຂອງໂຮງຮຽນ (SBG) ຍັງປະຕິບັດບໍ່ໄດ້ຕາມອັດຕາທີ່ີກໍານົດໄວ້ ແລະ ການສະໜອງມີຄວາມຊັກຊ້າເຮັດໃຫ້ມີປະສິດທິຜົນຕໍ່າ ແລະ ບົດບາດຂອງຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອຮັບປະກັນການນໍາເງິນບໍລິຫານປົກກະຕິໂຮງຮຽນໃຫ້ມີປະສິດທິຜົນ.

ຢ່າງ​ໃດ​ກໍ່ຕາມ, ຈາກ​ສະພາບ​ບັນຫາ​ດັ່ງກ່າວ​, ກະຊວງສຶກສາທິການ ແລະ ກິລາ ​ກໍ່​ຄືໜ້າທີ່ຮ່ວມກັນຂອງກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມການເງິນ, ກົມແຜນການ, ກົມອະນຸບານ ແລະ ປະຖົມສຶກສາ, ກົມມັດທະຍົມສຶກສາ, ກົມອາຊີວະສຶກສາ, ກົມການສຶກສາຊັ້ນສູງ, ສູນປະການຄຸນະພາບການສຶກສາ ແລະ ສະຖາບັນພັດທະນາການບໍລິຫານການສຶກສາ ໄດ້ກໍານົດ 4 ຜົນຮັບໄລຍະກາງ ເພື່ອເປັນບ່ອນອີງໃນການພັດທະນາການສຶກສາ ແລະ ກິລາ ໃນໄລຍະປີ 2016-2020 ຄື: ການບັນຈຸ ແລະ ສັບຊ້ອນຄູມີຄວາມສອດຄ່ອງ ແລະ ມີປະສິດທິຜົນຫຼາຍຂຶ້ນ ໂດຍໃຫ້ບຸລິມະສິດແກ່ເຂດທີ່ຂາດເຂີນຄູ; ການຈັດສັນ ແລະ ການສະໜອງເງິນບໍລິຫານປົກກະຕິຂອງໂຮງຮຽນ (SBG) ເພີ່ມຂຶ້ນ, ເປັນປົກກະຕິ ແລະ ທັນກັບເວລາ ແລະ ການໂອນບາດດຽວໃຫ້ແກ່ໂຮງຮຽນຂະໜາດນ້ອຍ, ທັງນີ້ ກໍ່ເພື່ອສະໜັບສະໜູນການປັບປຸງຄຸນະພາບການຮຽນ-ການສອນໃຫ້ດີຂຶ້ນ; ເນື້ອໃນດ້ານການຕິດຕາມກວດກາຜົນການຮຽນຂອງຄູໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງຂຶ້ນ ໂດຍການທົບທວນ, ປັບປຸງຫຼັກສູດ ແລະ ໂມດຸນການສ້າງຄູທີ່ີໄດ້ນໍາໃຊ້ໃນຫຼັກສູດເຝິກອົບຮົມຄູປະຈໍາການ; ການຄຸ້ມຄອງບໍລິຫານໂຮງຮຽນເປັນໄປຕາມຫຼັກການ ແລະ ທິດສະດີການຄຸ້ມຄອງບໍລິຫານໂຮງຮຽນ ໂດຍອີງໃສ່ໂຮງຮຽນເປັນຫຼັກ, ບົດບາດຂອງຄະນະພັດທະນາການສຶກສາຂັ້ນບ້ານໃນການນໍາໃຊ້ເງິນບໍລິຫານປົກກະຕິຂອງໂຮງຮຽນເຂົ້າໃນການພັດທະນາການສຶກສາຂັ້ນບ້ານເພີ່ມ ຂຶ້ນ

ສໍາລັບແຜນຍຸດທະສາດຜົນໄດ້ຮັບນີ້, ແມ່ນສ້າງ ແລະ ປັບປຸງມາດຖານຄຸນະພາບການສຶກສາກ່ອນໄວຮຽນ, ປະຖົມ ແລະ ມັດທະຍົມສຶກສາສະບັບສົມບູນ ແລະ ສໍາເລັດການສ້າງຄູ່ມືແນະນໍາການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາ; ກົມຈັດຕັ້ງພະນັກງານເປັນຫຼັກ ແກ້ໄຂບັນຫາຄວາມບໍ່ເປັນທໍາໃນການບັນຈຸຄູໃໝ່ ແລະ ສັບຊ້ອນຄູປະຈໍາການ ໂດຍອີງໃສ່ລະບຽບການ ແລະ ແນວທາງທີ່ມີຢູ່ ພ້ອມທັງທົບທວນ ແລະ ປັບປຸງລະບຽບການຕ່າງໆໃຫ້ສອດຄ່ອງສົມບູນດີເພື່ອເຮັດໃຫ້ການບັນຈຸ ແລະ ສັບຊ້ອນຄູມີຄວາມເປັນທໍາ ແລະ ມີປະສິດທິຜົນ; ກົມສ້າງຄູ ສົມທົບກັບການຈັດຕັ້ງ-ພະນັກງານ ຈະແຈ້ງຕົວເລກຄາດຄະເນການສະໜອງຄູ ແລະ ຄວາມຕ້ອງການຄູໃຫ້ແກ່ການສຶກສາກ່ອນໄວຮຽນ, ປະຖົມສຶກສາ ແລະ ມັດທະຍົມສຶກສາເປັນປະຈໍາປີ ໂດຍອີງຕາມຍຸດທະສາດ ແລະ ແຜນດຳເນີນງານການສ້າງຄູ ແລະ ຕົວເລກຄາດຄະເນນີ້ແມ່ນຈະໄດ້ທົບທວນໃນແຕ່ລະປີ; ທົບທວນ ແລະ ປັບປຸງນະໂຍບາຍ ແລະ ຄູ່ມືແນະນໍາກ່ຽວກັບເງິນບໍລິຫານປົກກະຕິຂອງໂຮງຮຽນ ເພື່ອຮັບປະກັນການສະ   ໜອງເງິນທຶນໃຫ້ມີຄວາມເປັນທໍາ (ໂດຍສະເພາະການສະໜອງເງິນທຶນບໍລິຫານໃຫ້ແກ່ໂຮງຮຽນຂະ  ໜາດນ້ອຍ ເພືີ່ອປັບປຸງປະສິດທິຜົນຂອງການສະໜອງເງິນທຶນຈາກຂັ້ນເມືອງໄປຫາຂັ້ນໂຮງຮຽນ); ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ສະມາຄົມພໍ່-ແມ່ນັກຮຽນມັດທະຍົມ ໄດ້ຮັບການເຝິກອົບຮົມກ່ຽວກັບການຄຸ້ມຄອງບໍລິຫານ ໂດຍອີງໃສ່ໂຮງຮຽນເປັນຫຼັກ, ການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາການນໍາໃຊ້ເງິນບໍລິຫານປົກກະຕິຂອງໂຮງຮຽນ ໂດຍສອດຄ່ອງກັບມາດຖານຄຸນະພາບແຫ່ງຊາດ.

ຂ່າວຈາກ: http://www.moe.gov.la/

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...