Homeຂ່າວເຫດການສີ​ຣິ​ໂມ​ນາ ຈັດ​ປະ​ກວດ​ໜຸ່ມ​ສາວ​ໄວ​ໃສ​ໃສ່­ໃຈ​ສຸ­ຂະ­ພາບ

ສີ​ຣິ​ໂມ​ນາ ຈັດ​ປະ​ກວດ​ໜຸ່ມ​ສາວ​ໄວ​ໃສ​ໃສ່­ໃຈ​ສຸ­ຂະ­ພາບ

Published on

ບໍ­ລິ­ສັດ​ອະ­ທິ​ປັນ­ຍາ​ເທດ​ດິ່ງ​ຜູ້­ນຳ​ເຂົ້າ ແລະ​ຈຳ­ໜ່າຍ​ອາ­ຫານ​ເສີມສີ​ຣີ​ໂມນາ ເຄື່ອງ​ສຳ­ອາງ​ແອງ​ເຈວ​ຣິ​ຕາ ແລະ​ບໍລິ​ສັດ​ທອງ​ສີ​ຣິ​ອິນ​ເຕ​ເນ​ຊັ່ນ​ແນວປະ­ເທດໄທໄດ້​ຮ່ວມ​ກັນ​ຈັດ​ໂຄງ­ການ​ປະ​ກວດໜຸ່ມ​ສາວ​ໄວ​ໃສໃສ່­ໃຈ​ສຸ­ຂະ­ພາບ ຫຼື ສີ​ຣິໂມ​ນາເຟດ​ຊີ່​ບອຍແອນ​ເກີ 2016 ຂຶ້ນໂດຍ​ຈະ​ມີ​ການ​ຄັດ​ເລືອກ​ຮອບ​ທຳ​ອິດ​ໃນຕົ້ນ​ເດືອນ​ໜ້າ ແລະ​ຮອບ​ສຸດ​ທ້າຍ​ໃນ​ລະຫວ່າງ​ເດືອນ​ກໍ­ລະ­ກົດ 2016 ດ້ວຍ​ເຄື່ອງຂອງ​ລາ­ງວັນ​ທີ່​ຫຼາກ​ຫຼາຍ.

ໂດຍ​ໃນ​ວັນ​ທີ 26 ເມ­ສາ 2016 ທີ່ ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີນະ­ຄອນຫຼວງ​ວຽງ​ຈັນ ທ່ານ ນາງ ເກດ​ສະ​ລາ​ລິນ ພຸດ​ທະ​ວົງ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ອະ­ທິປັນ­ຍາ​ເທດ​ດິ່ງ ແລະ ທ່ານ ດຣ. ນາງ ກັນ­ຍາ ເກດ​ບັນ­ລຸປະ­ທານ​ບໍ­ລິ­ສັດ ທອງສີ​ຣິ​ອິນ​ເຕີ​ເນ​ຊັ່ນ​ແນວປະ­ເທດ​ໄທ ກໍ​ໄດ້​ມີການ​ຈັດ​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ໂຄງ­ການດັ່ງ­ກ່າວຊຶ່ງ​ມີ​ບັນ­ດາ​ຜູ້​ເຂົ້າ​ຮ່ວມ​ປະ​ກວດ ແລະ​ ສື່​ມວນ​ຊົນ​ເຂົ້າ​ຮ່ວມ.

ທ່ານ ນາງ ເກດ​ສະ​ລາ​ລິນ ພຸດ​ທະ​ວົງ ກ່າວ​ວ່າ: ວັດ­ຖຸ​ປະ­ສົງ​ຂອງ​ການ​ຈັດ​ໂຄງການ​ປະ​ກວດ​ນີ້ກໍ​ເພື່ອ​ສົ່ງ­ເສີມ​ການ​ອອກກຳ­ລັງ​ກາຍ, ການ​ເບິ່ງ­ແຍງ​ສຸ­ຂະ­ພາບຂອງ​ໄວ​ໜຸ່ມ​ສາວ, ການ​ພັດ­ທະ­ນາ​ບຸກ​ຄະລິກ​ຂະ​ພາບ,  ການ​ໃຊ້​ເວ­ລາ​ຫວ່າງ​ໃຫ້​ເກີດປະ­ໂຫຍດ ແລະ​ການ​ຄົ້ນ​ຫາ​ດາວ​ດວງໃໝ່ ທີ່​ຈະ​ເປັນ​ຕົວ​ແທນ​ຄົນ​ໜຸ່ມ​ສາວ​ສະໄໝ​ໃໝ່​ຜູ້​ທີ່​ມີ​ຄວາມ​ໃສ່­ໃຈ​ໃນ​ສຸ­ຂະ­ພາບ ແລະ​ ເປັນ​ແບບ­ຢ່າງ​ທີ່​ດີ​ໃນ​ການ­ສະ­ແດງອອກ.

ທັງ​ນີ້ທາງ​ໂຄງ­ການ​ຈິ່ງ​ມີ​ການ​ຈັດກິດ­ຈະ­ກຳເພື່ອ​ສົ່ງ­ເສີມ​ການ­ສະ­ແດງ​ອອກທີ່​ຖືກ­ຕ້ອງ​ການ​ເບິ່ງ­ແຍງ​ສຸ­ຂະ­ພາບໂດຍຈັດ​ກິດ­ຈະ­ກຳ​ການ​ເຕັ້ນ​ແອ​ໂຣ​ບິກຂຶ້ນ​ທີ່​ໜ້າ​ຫ້າງ​ວຽງ​ຈັນ​ເຊີນ​ເຕີ, ວັນ​ທີ 1 ພຶດ­ສະ­ພາ 2016 ໂດຍ​ໃນ​ງານ​ຈະ​ມີ​ກິດຈະ​ກຳການ​ປະ​ກວດ​ຄົ້ນ​ຫາ​ຕົວ​ແທນ​ໜຸ່ມສາວຈາກ​ຜູ້​ເຂົ້າ​ຮ່ວມ​ປະ​ກວດ​ທັງ​ໝົດ 400 ຄົນ ແລະ​ຄັດ​ເລືອກ​ຮອບ​ທຳ​ອິດໃຫ້​ເຫຼືອ​ຈຳ­ນວນ 28 ຄົນ ເຂົ້າ​ຄ່າຍ​ແຄັມປິ່ງເພື່ອ​ທຳ​ກິດ­ຈະ­ກຳ​ເກັບ​ຄະ­ແນນເປັນ ເວ­ລາ 3 ວັນ 2 ຄືນ ແລະ​ຈະ​ມີ​ການ​ປະກວດ​ຮອບ​ສຸດ​ທ້າຍ ໃນ​ເດືອນ​ກໍ­ລະ­ກົດ 2016 ໂດຍ​ຈະ​ຄັດ​ເລືອກ​ໃຫ້​ເຫຼືອ​ຕຳແໜ່ງສີ​ຣິ​ໂມ​ນາເຟດ​ຊີ່​ບອຍແອນເກີ 2016 ໂດຍ​ຕຳ­ແໜ່ງ​ນີ້​ຈະ​ໄດ້​ຮັບ​ລາງວັນ, ລະ 5 ລ້ານ​ກີບ ແລະ​ມີ​ລາ­ງວັນ​ພິ ເສດ​ອີກ 5 ລາ­ງວັນ​ຄື: ລາ­ງວັນ​ຂວັນ​ໃຈ ມະ­ຫາ­ຊົນ, ລາ­ງວັນ​ໜຸ່ມ​ສາວ​ຕາ​ງາມ, ລາ­ງວັນ​ໜຸ່ມ​ສາວ​ຫຸ່ນ​ດີ ແລະ​ລາ­ງວັນ ໜຸ່ມ​ສາວ​ຫຸ່ນ​ງາມ ລາ­ງວັນ​ໜຸ່ມ​ຜິວ​ງາມລາ­ງວັນ​ລະ 2,3 ລ້ານ​ກີບ.

ນອກ­ຈາກ​ກິດ­ຈະ­ກຳ​ດັ່ງ­ກ່າວ​ຂ້າງຕົ້ນ​ນັ້ນໃນ​ວັນ​ທີ 1 ພຶດ­ສະ­ພາໃນ​ງານຍັງ​ມີ​ກິດ­ຈະ­ກຳ​ພິ­ເສດອີກ​ຫຼາຍ​ລາຍ­ການເຊັ່ນ: ການ­ສະ­ແດງ​ຂອງ​ສິ­ລະ​ປິນຂອງ ເຈ້ຍ​ປາ​ຊີ​ຟິກ, ມິ​ສ​ດິ້ງ​ໂຊ, ມີ​ການ​ແຈກ​ຄູປອງເພື່ອ​ຈັບ​ສະ­ຫຼາກ​ຮັບ​ຄຳສຳ­ລັບ​ຜູ້ເຕັ້ນ​ແອ​ໂຣ​ບິກ ຈຳ­ນວນ 1 ສະ­ຫຼຶງ ແລະ ຜູ້​ທີ່​ຊື້​ຜະ­ລິດ​ຕະ​ພັນແອງ​ເຈວ​ຣິ​ຕາຈຳ ນວນ 2 ສະ­ຫຼຶງ ແລະ​ອາ­ຫານ​ເສີມ​ສິ​ຣິໂມ​ນາ ຈຳ­ນວນ 1 ບາດ ແລະ​ມີ​ບູດ​ສະແດງ​ສິນ­ຄ້າ​ຈຳ­ນວນ​ຫຼວງ­ຫຼາຍ​ເຂົ້າ​ຮ່ວມລາຍ­ການ.

ທັງ​ນີ້ ທ່ານ​ຜູ້­ອຳ­ນວຍ­ການ​ກ່າວ​ຕື່ມວ່າ​ງານ​ດັ່ງ­ກ່າວ​ຈະ​ເກີດ​ຂຶ້ນ​ບໍ່​ໄດ້ຖ້າ​ບໍ່​ໄດ້​ຮັບ​ການ​ສະ­ໜັບ​ສະ​ໝູນ​ຈາກ ອາ­ຫານ​ເສີມ ສິ​ຣິ​ໂມ​ນາເພື່ອ​ສຸ­ຂະ­ພາບ, ເຄື່ອງ​ສຳ­ອາງ ແອງ​ເຈວ​ຣິ​ຕາ, ນ້ຳ​ດື່ມ​ຂັ້ນ​ເທບຮ້ານ​ອາ­ຫານ​ມິກ ແລະ​ຜະ­ລິດ​ຕະ​ພັນ​ບຳລຸງ​ຜິວເອັນ​ແລບ NŒLAB.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...