Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ບໍ​ລິ​ຄຳ​ໄຊກັກ 2 ຜູ້​ຖືກ​ຫາມີ​ກັນ­ຊາ 209 ກິ​ໂລກ​ຣາມ

ປກສ ບໍ​ລິ​ຄຳ​ໄຊກັກ 2 ຜູ້​ຖືກ​ຫາມີ​ກັນ­ຊາ 209 ກິ​ໂລກ​ຣາມ

Published on

ເຈົ້າ​ໜ້າ­ທີ່​ພະ​ແນກ​ສະ­ກັດ​ກັ້ນ ແລະ​ ຕ້ານ​ຢາ​ເສບ​ຕິດ ປກສ ແຂວງ​ຄຳ​ໄຊ ໄດ້​ໃຫ້​ຮູ້​ວ່າ:  ໃນ​ວັນ​ທີ 25 ເມ­ສາ 2016 ນີ້​ໄດ້ຮັບ​ແຈ້ງ​ຈາກ​ພົນ­ລະ­ເມືອງ​ດີ​ວ່າ: ມີ​ກຸ່ມ​ຄົນ​ບໍ່​ດີ​ເຄື່ອນ​ໄຫວ​ຄ້າຂາຍ​ຢາ​ເສບ​ຕິດ​ຢູ່​ເຂດ​ບ້ານ​ທົ່ງ​ນາ​ມີ ເມືອງ​ປາກ​ກະ­ດິງ ແຂວງ ບໍ​ລິ​ຄຳ​ໄຊ, ພວມ​ມຸ່ງ​ໜ້າ​ເຂົ້າ​ມາ​ເມືອງ​ປາກ​ຊັ້ນຈາກ​ນັ້ນ​ເຈົ້າ​ໜ້າ­ທີ່​ພະ​ແນກ​ສະ­ກັດ​ກັ້ນ ແລະ​ຕ້ານ​ຢາ​ເສບ​ຕິດກໍ​ໄດ້​ວາງ​ກຳ­ລັງ​ຕິດຕາມ​ເປົ້າ​ໝາຍ.

ຈົນ​ຮອດ​ເວ­ລາ​ປະ­ມານ 20:00 ໂມງ​ຂອງ​ວັນ​ດຽວ​ກັນ​ຈິ່ງເຫັນ​ເປົ້າ​ໝາຍ​ພວມຂົນ­ສົ່ງ​ຢາ​ເສບ​ຕິດ​ມາ​ຮອດ​ເຂດ​ບ້ານ ຫ້ວຍ​ສຽດ ເມືອງ​ປາກ​ຊັນ, ແຂວງ​ບໍ​ລິ​ຄຳໄຊ ເຈົ້າ​ໜ້າ­ທີ່​ຈິ່ງ​ໄດ້​ສະ­ແດງ​ຕົວ​ເຂົ້າ​ສະ­ກັດ​ກັ້ນ ແລະ​ເຂົ້າ​ຈັບ​ຕົວ​ຜູ້​ຖືກ​ຫາ​ໄດ້ 2 ຄົນຄື: ທ້າວ ຕົວ​ຊົ່ງ ອາ­ຍຸ 32 ປີ ຢູ່​ບ້ານນ້ຳ​ເດີນ ເມືອງ​ຄຳ​ເກີດ ແຂວງ​ບໍ​ລິ​ຄຳ​ໄຊ ແລະ​ທ້າວ ເຕັ້ງ​ຊົ່ງ ອາ­ຍຸ 26 ຢູ່​ບ້ານ​ທົ່ງ​ນາ​ມີເມືອງ​ປາກ​ກະ­ດິງ ແຂວງ​ບໍ​ລິຄຳ​ໄຊ ພ້ອມ​ດ້ວຍ​ຂອງ​ກາງ​ກັນ­ຊາຈຳ ນວນ 209 ກິ​ໂລກ​ຣາມ ແລະ​ລົດ​ກະ­ບະວິ​ໂກ້ 1 ຄັນ.

ຜ່ານ​ການ​ສືບ­ສວນŒສອບ​ສວນ​ພວກກ່ຽວ​ທັງ​ສອງ​ໄດ້​ໃຫ້­ການ​ຮັບ​ສາ­ລະ­ພາບວ່າ​ໃນ​ເວ­ລາ 12:00 ໂມງ​ຂອງ​ວັນ​ທີ 25 ເມ­ສາ 2016 ພວກ​ກ່ຽວ​ໄດ້​ໄປ​ເອົາ­ກັນຊາ​ຈຳ­ນວນ 209 ກິ​ໂລກ​ຣາມມາ​ແຕ່ ບ້ານ​ຜາ​ຂອດ, ເມືອງ​ວຽງ​ທອງ, ແຂວງ ບໍ​ລິ​ຄຳ​ໄຊ, ຈຸດ­ປະ­ສົງ​ແມ່ນ​ຈະ​ເອົາ​ມາຂາຍ​ຢູ່​ເຂດ​ເມືອງ​ປາກ​ຊັນແຕ່​ພໍ​ມາ​ຮອດບ້ານ​ຫ້ວຍ​ສຽດ, ເມືອງ​ປາກ​ຊັນກໍ​ໄດ້​ຖືກເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ພະ​ແນກ​ສະ­ກັດ​ກັ້ນແລະ​ຕ້ານ​ຢາ​ເສບ​ຕິດ ປກສ ແຂວງ ກັກ​ຕົວ ພ້ອມ​ດ້ວຍ​ຂອງ​ກາງ​ກັນ­ຊາ​ຈຳ­ນວນດັ່ງ­ກ່າວມາ​ດຳ​ເດີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ.

ຕໍ່​ກັບ​ຄະ­ດີ​ດັ່ງ­ກ່າວ​ເຈົ້າ​ໜ້າ­ທີ່​ພະ​ແນກ​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ​ຕ້ານ​ຢາ​ເສບ​ຕິດ ປກສ ແຂວງ​ບໍ​ລິ​ຄຳ​ໄຊໄດ້​ເລັ່ງ​ທຳ​ການ​ສືບ­ສວນŒສອບ​ສວນ​ຂະ­ຫຍາຍ​ຜົນ​ຫາ​ພັກ​ພວກ​ກຸ່ມ​ແກ້ງ​ທີ່​ຮ່ວມ​ຂະ​ບວນ​ການ​ດຽວ​ກັນ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ​ຕໍ່​ໄປ.

ທີ່ມາ:logo
ຕິດຕາມຂ່າວເສດຖະກິດ-ສັງຄົມລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...