spot_img
Homeຂ່າວການພັດທະນາບົດຮຽນທີ່ບໍ່ມີໃນຫ້ອງຮຽນຈາກ Nokia ທີ່ຄັ້ງໜື່ງ ເປັນບໍລິສັດມືຖືເບີໜື່ງຂອງໂລກ.

ບົດຮຽນທີ່ບໍ່ມີໃນຫ້ອງຮຽນຈາກ Nokia ທີ່ຄັ້ງໜື່ງ ເປັນບໍລິສັດມືຖືເບີໜື່ງຂອງໂລກ.

Published on

ນີ້ແມ່ຄໍາເວົ້າສຸດທ້າຍຈາກ CEO ຂອງ NOKIA ທີ່ຄັ້ງໜື່ງເຄີຍເປັນບໍລິສັດຂາຍໂທລະສັບລະດັບໜື່ງຂອງໂລກ ແຕ່ມື້ນີ້ກັບຕ້ອງປິດສາກລົງ ແລະ ນີ້ແມ່ນຄໍາເວົ້າສັ້ນໆທັງນໍ້າຕາຂອງ CEO:

ເຮົາບໍ່ໄດ້ເຮັດຫຍັງຜິດ ແຕ່ເຮົາກໍ່ຕ້ອງສູນເສຍ” ແລະແນ່ນອນທຸກມື້ນີ້ ໂລກເຮົາມີການປ່ຽນແປງໄວທີ່ສຸດ ໄວຈົນຫຼາຍທຸລະກິດລົ້ມຫາຍຕາຍຈາກ.

ຈາກຄົນທໍາມະດາກາຍເປັນຄົນທີ່ມີຊື່ສຽງ, ຈາກຄົນທີ່ມີຊື່ສຽງກັບກາຍເປັນຄົນຕົກອັບ,ຈາກຄົນໂງ່ມາເຄິ່ງຊີວິດກັບພິກມາເປັນມະຫາເສດຖີພັນລ້ານ, ຈາກຄົນທີ່ນັ່ງແຕ່ໃນເຮືອນກັບຂາຍສີນຄ້າໄປທົ່ວໂລກ.

ສິ່ງເຫຼົ່ານີ້ແມ່ນບົດຮຽນອັນລໍ້າຄ່າ ແລະ ພວກເຮົາ,ເຈົ້າ, ຂ້ອຍຕ້ອງມາຮູ້ຈັກ ແລະ ຮຽນຮູ້ຄໍາວ່າ “ປັບປຸງ,ປັບຕົວ ແລະ ປັບໃຊ້” ເພື່ອໃຫ້ເຮົາໝຸນຕາມໂລກທັນ.

ແລະນີ້ແມ່ນ 5 ຂໍ້ຄິດຈາກບົດຮຽນຂອງບໍລິສັດ Nokia ທີ່ມື້ນີ້ມອບບົດຮຽນທີ່ບໍ່ມີສອນໃນຫ້ອງຮຽນໃຫ້ຄົນທັງໂລກຕ້ອງຈົດຈໍາ ແລະ ປັບໃຊ້:

1. ຖ້າເຈົ້າຢຸດການຮຽນຮູ້ ເຈົ້າກໍ່ຈະນຳຄົນອື່ນບໍ່ທັນ

2. ໂລກມັນປ່ຽນແປງໄວຫຼາຍ ແລະ ຈະໄວກວ່າທີ່ເຈົ້າຄາດການ. ສະນັ້ນ, ຢ່າຢຸດທີ່ຈະຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ

3. ຢ່າຢຶດຕິດກັບຄວາມສຳເລັດຂອງມື້ວານ ເພາະວ່າຄວາມສຳເລັດຂອງມື້ວານ ຈະຖືກແທນທີ່ໂດຍສິ່ງໃໝ່ໆໃໝ່ຂອງມື້ອື່ນ

4. ເຖິງວ່າເຈົ້າຈະບໍ່ໄດ້ເຮັດຫຍັງຜິດ ແຕ່ຖ້າຄູ່ແຂ່ງເຂົາເຈົ້າກ້າວໝ້າໄປກວ່າເຈົ້າ ແລະ ສາມາດສ້າງຄວາມເພິ່ງພໍໃຈແກ່ຜູ້ບໍລິໂພກຫຼາຍກວ່າເຈົ້າ ແຕ່ເຈົ້າຍັງບໍ່ຍອມປັບໂຕ ເຈົ້າກໍ່ອາດບໍ່ສາມາດຢູ່ໃນຕະຫຼາດໄດ້

5. ສໍາລັບກົນລະຍຸດ ຫຼື ແຜນການທີ່ເຈົ້າມີໃນມື້ນີ້ ມັນບໍ່ໄດ້ແປວ່າມັນຈະປ່ຽນແປງບໍ່ໄດ້ ແຕ່ສິ່ງໃດທີ່ຄວນປັບ ເຮົາຕ້ອງປັບເພື່ອໃຫ້ທັນກະແສການປັບປ່ຽນຂອງໂລກ ເຊິ່ງບໍ່ໝາຍຄວາມວ່າປ່ອຍໃຫ້ເຫດການນີ້ມັນເກີດຂຶ້ນກັບເຈົ້າຈິ່ງຄ່ອຍຕື່ນໂຕ.

ທີ່ມາຈາກ: Debt

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...