Homeຂ່າວພາຍ​ໃນນາຍົກແນະນຳກະຊວງການເງິນ ໃຫ້ເບິ່ງຄືນບັນຫາທີ່ເກີດຂຶ້ນໃນແຜນການການເງິນ ແລະ ງົບປະມານ

ນາຍົກແນະນຳກະຊວງການເງິນ ໃຫ້ເບິ່ງຄືນບັນຫາທີ່ເກີດຂຶ້ນໃນແຜນການການເງິນ ແລະ ງົບປະມານ

Published on

ໃນຕອນເຊົ້າຂອງວັນທີ 25 ເມສາ 2016 ທີ່ກະຊວງການເງິນ ໄດ້ຈັດພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງການເງິນ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຜູ້ໃໝ່ ແລະ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມນີ້ກໍ່ມີຜູ້ຕາງໜ້າຈາກສູນກາງພັກ, ບັນດາຮອງລັດຖະມົນຕີກະຊວງການເງິນ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງຂອງກະຊວງການເງິນ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານນາຍົກຯໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງທ່ານ ລັດຖະມົນຕີກະຊວງການເງິນ(ຜູ້ເກົ່າ) ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງສະແດງຄວາມເຊື່ອໝັ້ນວ່າ ທ່ານ ສົມດີ ດວງດີ ຈະພ້ອມກັນກັບພະນັກງານທົ່ວຂະແໜງການການເງິນ ສູ້ຊົນແກ້ໄຂບັນຫາ ແລະ ສິ່ງທ້າທາຍໃນໄລຍະໃໝ່ ເພື່ອປະກອບສ່ວນນຳພາປະເທດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ເຮັດໃຫ້ການບໍລິຫານງານຂອງລັດຖະບານ ມີກຳລັງແຮງຂັບເຄື່ອນຕໍ່ໄປ. ຍິ່ງໃນເງື່ອນໄຂການເຊື່ອມໂຍງໃນພາກພື້ນ ແລະ ສາກົນ ໂດຍສະເພາະ ການເປັນປະຊາຄົມເສດຖະກິດອາຊຽນ(AEC) ພວກເຮົາຕ້ອງເອົາໃຈໃສ່ແກ້ໄຂບັນຫາທີ່ເກີດຂຶ້ນ ຢ່າງວ່ອງໄວ ແລະ ທັນການ. ໃນນັ້ນ, ຕ້ອງໄດ້ເອົາໃຈໃສ່ເບິ່ງຄືນບັນຫາທີ່ເກີດຂຶ້ນໃນແຜນການການເງິນ ແລະ ງົບປະມານ ທັງທາງດ້ານການຂຸດຄົ້ນລາຍຮັບ ແລະ ລາຍຈ່າຍ ເພື່ອພ້ອມກັນແກ້ໄຂບັນຫາໃຫ້ຖືກຈຸດ ທັງທາງດ້ານກົນໄກ, ລະບຽບການ ແລະ ພະນັກງານພາຍໃນຂະແໜງການ. ເຮັດໃຫ້ການຈັດຕັ້ງ ປະຕິບັດແຜນການ ແລະ ການເງິນ ສາມາດຄຽງຄູ່ກັນໄປ ແລະ ບຸກທະລຸໄດ້, ມີຄວາມເຄັ່ງຄັດ, ໂປ່ງໃສ ແລະ ກວດສອບໄດ້.

ແຫຼ່ງຂ່າວ: ຫ້ອງວ່າການລັດຖະບານ

Hand-Over
ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນຜູ້ໃໝ່ (ຊ້າຍ) ແລະທ່ານ ດຣ ລຽນ ທິແກ້ວ ລັດຖະມົນຕີ ກະຊວງການເງິນ ຜູ້ເກົ່າ (ຂວາ) ສຳຜັດມືໃນພິທີມອບ-ຮັບໜ້າທີ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...