Homeຂ່າວພາຍ​ໃນເມືອງປາກເຊ ປິດການແຂ່ງຂັນກີລານັກຮຽນປະຈໍາປີ 2015-2016

ເມືອງປາກເຊ ປິດການແຂ່ງຂັນກີລານັກຮຽນປະຈໍາປີ 2015-2016

Published on

 ການ​ຈັດ­ການ​ແຂ່ງ­ຂັນ​ກີ­ລາ ນັກ­ຮຽນ​ທົ່ວ ເມືອງ​ປາກ​ເຊ ແຂວງຈຳ­ປາ​ສັກ  ທີ່​ໄດ້​ເປີດ​ຂຶ້ນ​ມາ​ແຕ່​ວັນ​ທີ 5 ກຸມ­ພາ 2016 ຢູ່​ທີ່ ມສ ບ້ານ​ກາງ ເມືອງ​ປາກ​ເຊ

ແລະ​ມາ​ຮອດ​ວັນ​ທີ 22 ເມ­ສາ 2016 ກໍ​ໄດ້​ຈັດ​ພິ­ທີ​ປິດການ​ແຂ່ງ­ຂັນ​ກີ­ລາ​ລົງ​ຢ່າງ​ເປັນ​ທາງ ການ​ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ ທ່ານ ເກດ­ສະ­ໜາ ຄຳ​ມິ່ງ​ສະ​ຫວັດ ກຳ­ມະ­ການ​ພັກ​ເມືອງ​ຫົວ­ໜ້າ​ຫ້ອງການ​ສຶກ​ສາ​ທິ​ການ ແລະ​ກີ­ລາເມືອງປາກ​ເຊ ແຂວງ​ຈຳ­ປາ​ສັກ ໂດຍເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ໄພວອນ ຜາ​ບຸນ​ມີ ຮອງ​ຫົວ­ໜ້າ​ພະ​ແນກສຶກ​ສາ​ທິ​ການ ແລະ​ກີ­ລາແຂວງ​ຈຳ ປາ​ສັກ ມີ​ຫົວ­ໜ້າ​ຂະ­ແໜງ​ພະ­ລະ​ສີລະ​ປະ ແລະ​ຫົວ­ໜ້າ​ຂະ­ແໜງ​ກີ­ລາສາຍ​ສູງ, ຫົວ­ໜ້າ​ຂະ­ແໜງ​ມວນ​ຊົນ ຂອງ​ພະ​ແນກ​ສຶກ​ສາ​ທິ​ການ ແລະກີ­ລາ ແຂວງ​ຈຳ­ປາ​ສັກ ມີ​ກ້ອນ​ກຳ ລັງ​ຈາກ​ນ້ອງ​ນັກ­ຮຽນ​ປະ­ຖົມ ແລະມັດ­ທະ­ຍົມ​ທົ່ວ​ເມືອງ, ພະ­ນັກ­ງານ​ຄູອາ­ຈານ, ພໍ່​ແມ່​ປະ­ຊາ­ຊົນ​ພາຍ​ໃນ ເມືອງ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ­ຫຼາຍ.

ໃນ​ພິ­ທີ​ປິດ​ທ່ານ ໄພ­ທູນ ສີ­ດາ​ວົງ ຮອງ​ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ ແລະກີ­ລາ ເມືອງ​ປາກ​ເຊ ແຂວງ​ຈຳ­ປາສັກ  ໄດ້​ຜ່ານ​ຜົນ​ການ​ແຂ່ງ­ຂັນ​ກີ­ລາ ຊຶ່ງ​ການ​ແຂ່ງ­ຂັນ​ມີ​ນັກ­ກີ­ລາ​ເຂົ້າ​ຮ່ວມທັງ​ໝົດ 636 ຄົນ, ມີ 3 ປະ­ເພດ​ກີລາ​ຄື: ບານ­ເຕະ (ຊາຍŒຍິງ), ກະຕໍ້ (ຊາຍ), ກີ­ລາ​ມວນ​ຊົນ (ຊາຍŒ-ຍິງ) ຊຶ່ງ​ມີ​ໂຮງ­ຮຽນ 10 ຫຼັງ ແລະໂຮງ­ຮຽນ​ປະ­ຖົມ 6 ກຸ່ມ​ໃນ​ທົ່ວເມືອງ, ການ​ແຂ່ງ­ຂັນ​ແມ່ນ​ກຳ­ນົດເອົາ​ວັນ​ຈັນ, ວັນ​ພຸດ ແລະ​ວັນ​ສຸກ ຂອງ​ທຸກໆ​ອາ­ທິດ ໂດຍ​ນຳ​ໃຊ້​ເດີ່ນ ແຂ່ງ­ຂັນ​ຂອງ​ໂຮງ­ຮຽນ ມສ ບ້ານກາງ ເມືອງ​ປາກ​ເຊ.

ຜົນ​ການ​ແຂ່ງ­ຂັນ​ມີ​ດັ່ງ­ນີ້​ປະ­ເພດ​ບານ­ເຕະ (ຊາຍ) ຊັ້ນ​ມັດ­ທະ­ຍົມ​ຕົ້ນ ຊະ­ນະ​ເລີດ​ແມ່ນ​ໂຮງ­ຮຽນ ມ.ຕົ້ນ ໂພນ​ສີ​ໄຄ, ຮອງ​ຊະ­ນະ​ເລີດ ມ.ຕົ້ນ ດອນ​ເຂາະ ແລະ​ທີ 3 ໂຮງ­ຮຽນ ມສ ບ້ານ​ກາງ, ປະ­ເພດ​ຍິງ​ຊະ­ນະ​ເລີດ ມສ ບ້ານ​ກາງ, ຮອງ​ຊະ­ນະ​ເລີດ ມ.ຕົ້ນ ໂພນ​ສີ​ໄຄ ແລະ​ທີ 3 ມ.ຕົ້ນ ສະ​ໝາມ​ໄຊ, ປະ­ເພດ​ກີ­ລາ​ກະ­ຕໍ້​ຊະ ນະ​ເລີດ ມສ ບ້ານ​ກາງ, ຮອງ​ຊະ­ນະເລີດ ມ.ຕົ້ນ ໂພນ​ສີ​ໄຄ ແລະ​ທີ III ມຕ ສະ​ໝາມ​ໄຊ, ປະ­ເພດ​ກີ­ລາ​ມວນ ຊົນ (ຍິງ) ຊ່ວງ​ເຮືອ​ບົກ​ຊະ­ນະ​ເລີດ ມ.ຕົ້ນ​ແກ້ວ​ສຳ­ພັນ, ຮອງ​ຊະ­ນະ​ເລີດ ມ.ຕົ້ນ ສະ​ໝາມ​ໄຊ ແລະ​ທີ III  ມ.ຕົ້ນ ໂພນ​ສີ​ໄຄ, ປະ­ເພດ​ກີ­ລາ​ແລ່ນ 3 ຂາ (ຊາຍ) ຊະ­ນະ​ເລີດ ມສ ບ້ານ​ກາງ, ຮອງ​ຊະ­ນະ​ເລີດ ມ.ຕົ້ນ ສະ​ໝາມ​ໄຊ ແລະ​ທີ  III  ມ. ຕົ້ນ ຈັດ​ສັນ.

ສຳ­ລັບ​ຊັ້ນ​ປະ­ຖົມ​ບານ­ເຕະ (ຊາຍ) ຊະ­ນະ​ເລີດ​ກຸ່ມ V ຮອງຊະ­ນະ​ເລີດ II ແລະ​ທີ III ກຸ່ມ​ເທ­ສະບານ, ປະ­ເພດ​ກະ­ຕໍ້​ຊະ­ນະ​ເລີດ​ກຸ່ມ II,ຮອງ​ຊະ­ນະ​ເລີດ​ກຸ່ມ IV ແລະ​ທີ III ກຸ່ມ V ປະ­ເພດ​ກີ­ລາ​ມວນ​ຊົນ​ແລ່ນ​ໄວ 20 ແມັດ (ຊາຍ) ຊະ­ນະ​ເລີດ ທ້າວ ສີ​ປະ­ເສີດອະ­ນຸ­ບານ​ຊັນ​ຊາຍ, ຮອງ ຊະ­ນະ​ເລີດ ທ້າວ ພາ​ນັດ ອະ­ນຸ­ບານ  ທີບ​ພະ​ເນດ ແລະ​ທີ III ທ້າວ ອາ​ນັດ ວິ​ໄຊ ອະ­ນຸ­ບານ​ແຮກ​ມານ, ເປົ່າປຸ່ມ​ເປົ້າ​ໃຫ້​ແຕກ (ຍິງ) ຊະ­ນະ​ເລີດ ນາງ ຫັດ​ສະ­ຫວັນ ອະ­ນຸ­ບານ​ໂພນໄຊ, ຮອງ​ຊະ­ນະ​ເລີດ ນາງ ຈັນ ອະນຸ​ບານ​ທີບ​ປະ­ເສີດ ແລະ​ທີ III ນາງ ສຸກ​ວິ­ໄລ ອະ­ນຸ­ບານ​ຊັນ​ຊາຍ, ປະ ເພດ​ອົມ​ນ້ຳ​ໃສ່​ແກ້ວ (ຊາຍ) ຊະ­ນະ ເລີດ ທ້າວ ຈັນ­ທະ​ປະ­ເສີດ ອະ­ນຸບານ​ໂພນ​ໄຊ, ຮອງ​ຊະ­ນະ​ເລີດ ທ້າວ ສີ​ໂນ ອະ­ນຸ­ບານ ທ່າ​ຫີນ​ກາງ ແລະ​ທີ III ທ້າວ ຕົ້ນ​ຄູນ ອະ­ນຸ­ບານ​ຊຸມ​ຊົນ, ດືງ​ເຊືອກ (ຊາຍ) ຊະ­ນະ​ເລີດ​ກຸ່ມ II ຮອງ​ຊະ­ນະ​ເລີດ​ກຸ່ມ III  ແລະ​ທີ III ກຸ່ມ, ແລ່ນ​ກະ­ໂປະ (ຊາຍ​ຊະ­ນະເລີດ ທ້າວ ຈັນ­ທະ​ກອນກຸ່ມ I ຮອງ ຊະ­ນະ​ເລີດ ທ້າວ ເພັດ​ນະ­ຄອນ ກຸ່ມ V ຄາບ​ບ່ວງ​ໃສ່​ໄຂ່ (ຍິງ) ຊະ­ນະເລີດ ນາງ ພຸດ​ປາ­ລະ­ມີ ກຸ່ມ​ເທ­ສະ ບານ, ຮອງ​ຊະ­ນະ​ເລີດ ນາງ ພອນ​ວິໄລ ກຸ່ມ II ແລະ​ທີ III ນາງ ໃຈ​ຄຳ ກຸ່ມ IV.

ສຳ­ລັບ​ອັນ​ດັບ​ທີ​ໜຶ່ງ​ປະ­ເພດ​ກີ­ລາ ບານ­ເຕະ (ຊາຍŒຍິງ) ຊັ້ນ​ປະ­ຖົມ ແລະ​ມັດ­ທະ­ຍົມ​ແມ່ນ​ໄດ້​ຮັບ​ຂັນ​ທ່ານ ເຈົ້າ­ເມືອງ 1 ໜ່ວຍ ພ້ອມ​ເງິນ​ລາງ ວັນ​ພ້ອມ​ອຸ­ປະ­ກອນ​ກີ­ລາ​ຈຳ­ນວນ​ໜຶ່ງ ສ່ວນ​ອັນ​ດັບ​ທີ 2 ແລະ​ທີ 3 ແລະ​ກີລາ​ມວນ​ຊົນ​ແມ່ນ​ໄດ້​ຮັບ​ແຕ່​ພຽງ​ເງິນ​ລາ­ງວັນ  ແລະ​ອຸ­ປະ­ກອນ​ກີ­ລາ .

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...