Homeຂ່າວຕ່າງປະເທດສັ່ງ​ສືບ​ສວນ​ ອຸ​ບັດ​ເຫດ ​​ເອຟ-16 ນອກ​ແວ​ຍິງ​ໃສ່​ຫໍ​ບັນຊາ​ການ

ສັ່ງ​ສືບ​ສວນ​ ອຸ​ບັດ​ເຫດ ​​ເອຟ-16 ນອກ​ແວ​ຍິງ​ໃສ່​ຫໍ​ບັນຊາ​ການ

Published on

ກະຊວງ​ປ້ອງ​ກັນ​ປະ​ເທດ​ນອກ​ແວ​ສັງ​ສືບ​ສວນ​ຂໍ້​ເທັດ​ຈິງ​ຫຼັງ​​ເກີດ​ເຫດ​ເຮືອບິນ​ຮົບ​ເອຟ-16 ຂອງ​ກອງທັບ​ອາກາດ​ນອກ​ແວ ຍິງ​ໃສ່​ຫໍ​ບັນຊາ​ການ​ຂະນະ​ປະຕິບັດ​ການ​ຝຶກ​ຊ້ອມ​ໂຈມ​ຕີ​ເປົ້າ​ມາຍ​ທີ່​ເກາະ​ຕາ​ວາ ຊຶ່ງ​ຢູ່​ທີ່​ບໍລິ​ເວນ​ຕາ​ເວັນ​ຕົກ​ຂອງ​ປະ​ເທດນອກ​ແວ ຈົນ​ເກືອບ​ຖື​ຜູ້​ທີ່ຢູ່​ໃນ​ຫໍ​ບັນຊາ​ການ 3 ຄົນ ​ແຕ່​​ໂຊກ​ດີ​ທີ່​ສຸດ​ທ້າຍ​ບໍ່​ມີ​​ໃຜ​ໄດ້​ຮັບ​ບາດ​ເຈັບ.

ທາງ​ການ​ນອກ​ແວ​ບໍ່​ໄດ້​ເປີ​ດ​ເຜີຍ​ຂໍ້​ມູນ ວ່າ​ມີ​ກະສຸນປືນຈັກລູກທີ່ຍິງຖືກຫໍບັນຊາການ ໂດຍລະບຸພຽງວ່າກະສຸນທີ່ໃຊ້ເປັນພຽງກະສຸນຊ້ອມເທົ່ານັ້ນ ທັງນີ້ເຮືອບິນເອຟ-16 ຂອງກອງທັບນອກແວຕິດຕັ້ງປືນກົນແກຕລິງຂະໜາດ 20 ມມ ຊຶ່ງສາມາດຍິງໄດ້ເຖິງ 6.000 ນັດຕໍ່ນາທີ.

ຄະນະ​ກຳມະການ​ສອບ​ສວນ​ຂໍ້​​ເທັດ​ຈິງ​ທີ່​ຕັ້ງ​ຂຶ້ນ​ປະກອບ​ດ້ວຍ​ຜູ້​ຊ່ຽວຊານ 6 ຄົນ ນຳ​ໂດຍ​ນັກ​ບິນ​ເອຟ-16 ຢ່າງ​ໃດ​ກໍ່ດີ ຄາດວ່າ ການ​ສອບ​ສວນ​ຈະ​ໃຊ້​ເວລາ​ດົນ​ເພາະ​ເຫດການ​ຄ້າຍຄື​ກັນ​ທີ່​ເກີດ​ຂຶ້ນ​ເມື່ອ​ປີ 2009 ກໍ​ຍັງ​ຢູ່​ລະຫວ່າງ​ການ​ສອບ​ສວນ​ຈົນ​ເຖິງ​ປະຈຸ​ບັນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...