Homeຂ່າວການພັດທະນາກຽມປະກາດ ເມືອງບົວລະພາ ເປັນເມືອງພົ້ນທຸກ ເມືອງສຸດທ້າຍຂອງ ແຂວງຄຳມ່ວນ!

ກຽມປະກາດ ເມືອງບົວລະພາ ເປັນເມືອງພົ້ນທຸກ ເມືອງສຸດທ້າຍຂອງ ແຂວງຄຳມ່ວນ!

Published on

ຂປລ. ປະຈຸ​ບັນ ​ອຳນາດ​ການ​ປົກຄອງ ​ເມືອງບົວລະພາ​​ ແຂວງ​ຄຳ​ມ່ວນ ກຳລັງຫ້າງ​ຫາ​ກະກຽມໃນ​ດ້ານ​ຕ່າງໆ ​ເພື່ອ​ກຽມ​ປະກາດເປັນ​ເມືອງ​ພົ້ນ​ທຸກ​ ໃນ​ເດືອນ​ພຶດສະພາ 2016 ທີ່​ຈະ​ມາ​ເຖິງ​ ເປັນ​ຕົ້ນ​​ໄດ້​ເຜີຍ​ແຜ່​ເອກະສານ​ ມະຕິຄຳ​ສັ່ງ​ຕ່າງໆ, ​ມາດຖານ​ເງື່ອນ​ໄຂຂອງ​ເມືອງ​ພົ້ນ​ທຸກ​ ​ໃຫ້​ພໍ່​ແມ່​ປະຊາຊົນໄດ້​ເຂົ້າ​ໃຈ, ​ການ​ກະກຽມທາງ​ດ້ານ​ເນື້ອ​ໃນ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​, ລົງ​ຊຸກຍູ້​ຂະ​ບວນການ​ ໃນ​ການ​​ກ້ອນ​ກຳລັງ​ເຂົ້າ​ຮ່ວມ​ ໃນ​ງານ​ດັ່ງກ່າວ ​ແລະ ຊຸກຍູ້​ຂະ​ບວນການກິລາ, ​ດ້ານ​ສິລະ​ປະ​ວັນນະຄະດີ​ຂອງ​ກຸ່ມ​ບ້ານ ​ແລະ ບັນດາ​ໂຮງຮຽນ ໃຫ້​ມີ​ການສະ​ແດງ, ພ້ອມ​ລະດົມ​ ປະຊາຊົນບັນດາ​ເຜົ່າ​ ນຳ​ເອົາ​ສິນຄ້າ​ທີ່​ຜະລິດດ້ວຍ​ພູມ​ປັນຍາ​ຂອງ​ຊາວບ້ານ​ມາ​ວາງສະ​ແດງ​.

khammuanທ່ານ ຄຳ​ເພົ້າ ທອງ​ເທພາ​ຮັກ ​ເຈົ້າ​ເມືອງໆບົວລະພາ​ ໃຫ້​ຮູ້​ວ່າ: ເມືອງ​ບົວລະພາ ​ແມ່ນໜຶ່ງ​ໃນຈໍານວນ 10 ຕົວ​ເມືອງ​ ຂອງ​ແຂວງ​ຄຳ​ມ່ວນ ​ແລະ ​ເປັນ​ເມືອງ​ທີ່​ຍັງ​ທຸກ​ຍາກ​ເມືອງສຸດທ້າຍ​ຂອງ​ແຂວງ ຢູ່ຫ່າງ​ຈາກ​ເທສະ​ບານ​ແຂວງ​ ປະມານ 150 ກິ​ໂລ​ແມັດ. ໃນ​ເມື່ອກ່ອນ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ​ ໂດຍ​ສະ​ເພາະ​ແມ່ນ​ຖະໜົນຫົນທາງ​ຍັງ​ບໍ່ສະດວກ, ລະບົບ​ຄົມມະນາຄົມຍັງ​ມີ​ຄວາມ​ຫຍຸ້ງ​ຍາກ ​​ໃນ​ການ​ຕິດຕໍ່ສື່ສານ, ຕາ​ຄ່າ​ຍ​ໄຟຟ້າ​ຍັງ​ບໍ່ທົ່ວ​ເຖິງ, ການ​ດຳລົງ​ຊີວິດ​ ຂອງ​ປະຊາຊົນ​ ໃນ​ເມື່ອກ່ອນ​ຍັງ​ປະຖົມ​ປະ​ຖານ ອາ​​ໄສ​ທຳ​ມະ​ຊາດ​ເປັນ​ຕົ້ນຕໍ. ​ມາ​ຮອດ​ປັດຈຸ​ບັນ​​ ໂດຍ​ການ​ເອົາ​​ໃຈ​ໃສ່​ ຂອງ​ອຳນາດການ​ປົກຄອງ​ທຸກ​ຂັ້ນ ​ໄດ້​ເຮັດ​ໃຫ້ລະບົບ​ພື້ນຖານ​ໂຄງ​ລ່າງ​ ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ, ​ເສັ້ນທາງ​ທຽວ​ໄປມາຫາສູ່​ມີ​ຄວາມ​ສະດວກ​ສະບາຍ, ຕາ​ຄ່າ​ຍ​ໄຟຟ້າ​​ເຂົ້າ​​ເຖິງປະຊາຊົນກວມ 86% ຂອງ​ຈຳນວນ​ບ້ານ​ທັງໝົດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ມີ​ການ​ປັບປຸງ​ດີ​ຂຶ້ນ ສະ​ເລ່ຍລາຍ​ຮັບ​ຕໍ່ຫົວ​ຄົນ​ ແມ່ນ​ເກີນ 180.000 ກີບ​ຕໍ່ຄົນ​ຕໍ່​ເດືອນ ​ໃນ​ມາດຖານ​ການຫລຸດພົ້ນອອກ​ຈາກ​ຄວາມທຸກ​ຍາກ​ ໃນ​ເຂດ​ຊົນນະບົດ, ການ​ຂະຫຍາຍ​ລະບົບ​ການ​ສຶກສາ, ສາທາລະນະ​ສຸກ, ​ໂຮງຮຽນ, ​ໂຮງໝໍ,​ ສຸກສາລາ​ ແມ່ນ​ເຂົ້າ​​ເຖິງ​ທຸກ​ກຸ່ມ​ບ້ານພາຍ​ໃນ​ເມືອງ. ພາຍຫລັງ​ທີ່​ໄດ້​ມີ​ການ​ ປະ​ເມີນ​ຄວາມທຸກ​ຍາກ​ ຈາກ​ຄະນະ​ພັກ, ອຳນາດ​ການ​ປົກຄອງເມືອງ​ບົວລະພາ ​ເລີ່​ມ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ​ຮອດ​ ປັດຈຸ​ບັນ ເຫັນ​ໄດ້​ວ່າ​ ເມືອງ​ບົວລະ​ພາ ແມ່ນ​ມີ​ມາດຖານ, ​ເງື່ອນ​ໄຂ​ຄົບ​ຖ້ວນ​ ຕາມມາດຖານຂອງ​ການ​ປະກາດ​​ເປັນ​ເມືອງ​ພົ້ນ​ທຸກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...