Homeຂ່າວທ້ອງຖິ່ນປ່ອຍ​ແຕນ​ບຽນ ກຳ­ຈັດ​ສັດ­ຕູ​ພືດໃນ​ນາ​ເຂົ້າ

ປ່ອຍ​ແຕນ​ບຽນ ກຳ­ຈັດ​ສັດ­ຕູ​ພືດໃນ​ນາ​ເຂົ້າ

Published on

ວັນ​ທີ 22 ເມ­ສາ 2016 ຜ່ານ​ມາທີ່​ທົ່ງ​ນາ​ໄໝ​ທາງ​ຫ້ອງ­ການ​ກະ­ສິ­ກຳ ແລະ​ປ່າ­ໄມ້​ເມືອງ ແລະ​ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ພ້ອມ​ກັນ​ປ່ອຍ​ແຕນ​ບຽນ ເພື່ອ​ກຳ­ຈັດສັດ­ຕູ​ພືດ​ໃນ​ນາ​ເຂົ້າໂດຍ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງທ່ານ ບຸນ​ເສັງ ວົງ​ສະ​ນິດ, ຮອງ​ເຈົ້າ­ເມືອງ​ໄຊ​ຍະ​ບູ​ລີ, ຫົວ­ໜ້າ, ຮອງ​ຫົວ­ໜ້າ​ຫ້ອງ­ການ​ພ້ອມ​ດ້ວຍ​ພະນັກ​ງານ​ວິ­ຊາ​ການ​ພາຍ​ໃນ​ຫ້ອງ­ການ ເຂົ້າ​ຮ່ວມ.

ທ່ານ ແສງ​ຄຳ ວິ­ລະ​ໄຊ, ຫົວ­ໜ້າຫ້ອງ­ການ​ກະ­ສິ­ກຳ ແລະ​ ປ່າ­ໄມ້​ເມືອງ ໄຊ​ຍະ​ບູ​ລີ ໄດ້​ໃຫ້​ສຳ­ພາດ​ວ່າ: ການປ່ອຍ​ແຕນ​ບຽນ​ໃນ​ຄັ້ງ​ນີ້ກໍ​ແມ່ນ​ເພື່ອ​ກຳຈັດ​ສັດ­ຕູ​ພືດ​ຂອງ​ເຂົ້າ​ໃນ​ນາ​ເປັນ­ຕົ້ນແມ່ນ​ກຳ­ຈັດ​ປະ­ເພດ​ດ້ວງ​ກໍ, ແມງ­ແຄງ ຂາ​ຍາວທີ່​ອາ​ໃສ​ດູດ​ກິນ​ນ້ຳ​ລ້ຽງ​ຂອງຕົ້ນ​ເຂົ້າ, ເພື່ອ​ເພີ່ມ​ປະ­ຊາ­ກອນ​ຂອງແມງ­ໄມ້​ທີ່​ກຳ­ຈັດ​ສັດ­ຕູ​ພືດ​ໃຫ້​ສາ­ມາດ ຄວບ​ຄຸມ​ສັດ­ຕູ​ພືດທີ່​ເປັນ​ອັນ­ຕະ­ລາຍ​ຕໍ່ເຂົ້າ​ໃນ​ທົ່ງ​ນາ​ໜ້ອຍ​ລົງ, ຮັບ­ປະ­ກັນ​ການກຳ­ຈັດ​ແມງ­ໄມ້ໂດຍ​ສະ­ເພາະ​ຫຼີກ­ເວັ້ນໃນ​ການ​ໃຊ້​ສານ​ເຄ​ມີເພື່ອ​ຕອບ​ສະ­ໜອງທາງ​ດ້ານ​ນະ­ໂຍ­ບາຍເປັນ­ຕົ້ນ​ແມ່ນ​ກະສິ​ກຳ​ສະ­ອາດ, ກະ­ສິ­ກຳ​ອິນ​ຊີ ແລະ​ໃນ­ຕໍ່­ໜ້າ​ນີ້​ຍັງ​ຈະ​ສຶບ​ຕໍ່​ປ່ອຍ​ແມງ­ໄມ້​ດັ່ງ­ກ່າວເພື່ອ​ໃຫ້​ປະ­ຊາ­ກອນ​ຂອງ​ແມງ­ໄມ້​ເພີ່ມຂຶ້ນ, ເພື່ອ​ເຮັດ​ໃຫ້​ສັດ­ຕູ​ພືດ​ທີ່​ທຳ­ລາຍ​ເຂົ້າໃນ​ນາ​ໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງ​ເທື່ອ​ລະ​ກ້າວ.

ແນວ­ໃດ​ກໍ​ດີການ​ປ່ອຍ​ແຕນ​ບຽນ​ໃນຄັ້ງ​ນີ້ແມ່ນ​ເປັນ​ການ​ທົດ​ລອງ​ຖ້າ​ຫາກວ່າ​ໄດ້­ຜົນ​ທາງ​ບວກ​ທາງ​ພະ­ນັກ­ງານ​ທີ່ກ່ຽວ­ຂ້ອງ​ຂອງ​ເມືອງ​ດັ່ງ­ກ່າວ​ກໍ​ຈະ​ສືບ­ຕໍ່ຂະ­ຫຍາຍ​ເນື້ອ­ທີ່​ການ​ປ່ອຍ​ໃຫ້​ກວ້າງ​ຕໍ່ໄປ​ອີກ.

ແຕນ​ບຽນ (ໄຕຣ​ໂກກ​ຣາມ​ມາ) ເປັນ​ແມງ­ໄມ້​ນ້ອຍໆ​ຊະ­ນິດ​ໜຶ່ງ​ທີ່​ບໍ່​ສາມາດ​ເບິ່ງ​ດ້ວຍ​ຕາ​ເປົ່າໂດຍ​ໃຊ້​ກ້ອງ​ຊ່ອງ ຈິ່ງ​ເຫັນ​ຊັດ​ເຈນ ແລະ ​ອີກ​ຢ່າງ​ໜຶ່ງ​ກໍ​ແມ່ນເປັນ​ແມງ­ໄມ້​ທີ່​ອາ­ໄສ​ໂຕ​ອື່ນ​ເປັນ​ການ​ຂະຫຍາຍ​ຕົວ ຫຼື ຈະ­ເລີນ​ເຕີບ​ໂຕ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...