Homeຂ່າວການພັດທະນາເພີ່ມ​ຄວາມ​ສາ­ມາດດ້ານ​ສະ­ຖິ­ຕິເງິນ­ຕາ-ການ​ເງິນ

ເພີ່ມ​ຄວາມ​ສາ­ມາດດ້ານ​ສະ­ຖິ­ຕິເງິນ­ຕາ-ການ​ເງິນ

Published on

ວັນ​ທີ 25 ເມ­ສາ​ຜ່ານ​ມາ ທີ່​ສະ​ຖາບັນ​ການ​ທະ­ນາ­ຄານກົມ​ນະ­ໂຍ­ບາຍທະນາ​ຄານ​ແຫ່ງ ສປປ ລາວ ໄດ້​ຈັດ​ສຳ​ມະນາຂຶ້ນ​ໃນ​ຫົວ­ຂໍ້“ ຫຼັກ­ການ​ສັງ​ລວມ​ສະຖິ​ຕິ​ເງິນ­ຕາ-ການ​ເງິນຕາມ​ມາດ­ຕະ­ຖານສາ­ກົນ” ໂດຍ​ພາຍ​ໃຕ້​ການ​ເຂົ້າ​ຮ່ວມ​ຂອງທ່ານ ນາງ ຟອງ​ຈິນ­ດາ ແສງ​ສຸ​ລິ​ວົງ ຮອງ​ຫົວ­ໜ້າ​ກົມ​ນະ­ໂຍ­ບາຍ​ເງິນ­ຕາ, ມບັນ­ດາ​ກົມ​ກ່ຽວ­ຂ້ອງ​ພາຍ​ໃນ ທຫລ  ແລະ ສາ­ຂາ ທຫລ, ບັນ­ດາ​ທະ­ນາ­ຄານ​ທຸ­ລະກິດ, ສະ​ຖາ​ບັນ​ການ​ເງິນ​ຕ່າງໆ, ບັນ­ດາກະ­ຊວງ​ເປັນ­ຕົ້ນ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ, ກະ­ຊວງ​ການ​ເງິນ ແລະ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ​ເຂົ້າ​ຮ່ວມ.

ທ່ານ ນາງ ຟອງ​ຈິນ­ດາ ແສງ​ສຸ​ລິ​ວົງ ກ່າວ​ວ່າ: ໂດຍ​ສືບ­ຕໍ່​ແຜນ​ງານ​ໂຄງ­ການພັດ­ທະ­ນາ​ສ້າງ​ຂີດ​ຄວາມ​ສາ­ມາດ​ທາງດ້ານ​ສະ­ຖິ­ຕິ (LAOSTAT ) ພາຍ​ໃຕ້ການ​ຊ່ວຍ­ເຫຼືອ​ຈາກ​ທະ­ນາ­ຄານ​ໂລກ, ກົມ​ນະ­ໂຍ­ບາຍ​ເງິນ­ຕາກໍ​ຄື ທຫລ ຈິ່ງໄດ້​ຈັດ​ສຳ​ມະ​ນາ​ຂຶ້ນ​ໃນ​ຫົວ­ຂໍ້ “ ຫຼັກ­ການສັງ​ລວມ​ສະ­ຖິ­ຕິ​ເງິນ­ຕາ-ການ​ເງິນ ຕາມມາດ­ຕະ­ຖານ​ສາ­ກົນ” ຊຶ່ງ​ການ​ຈັດ​ສຳມະ​ນາ​ຄັ້ງ​ນີ້ຈະ​ໄດ້​ດຳ­ເນີນ​ເປັນ​ເວ­ລາ 5 ວັນ ນັບ​ແຕ່​ວັນ​ທີ 25-29 ເມ­ສາ 2016.

ການ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້ ແມ່ນ​ຈະ​ລົງເລິກ​ຫຼັກ­ການ​ສັງ​ລວມ​ສະ­ຖິ­ຕິ​ເງິນ­ຕາ-ການ​ເງິນ​ປະ­ກອບ​ມີ​ຄວາມ​ເປັນ​ມາ ແລະ ຄວາມ​ສຳ­ຄັນ​ຂອງ​ສະ­ຖິ­ຕິ​ເງິນ­ຕາ, ອົງປະ­ກອບ​ຂອງ​ສະ­ຖິ­ຕິ​ເງິນ­ຕາ-ການ​ເງິນ, ການ​ນຳ​ສະ­ເໜີ​ແບບ​ລາຍ​ງານ ແລະ​ວິ­ທີເກັບ​ກຳ​ສະ­ຖິ­ຕິ, ບັນ­ດາ​ເນື້ອ​ໃນ​ຕ່າງ​ຈະຖືກ​ບັນ­ຍາຍ​ໂດຍ​ພະ​ແນກ​ສະ­ຖິ­ຕິ​ເງິນ-ການ​ເງິນກົມ​ນະ­ໂຍ­ບາຍ​ເງິນ­ຕາພ້ອມດຽວ​ກັນ​ນັ້ນທາງ​ຄະ­ນະ​ຍັງ​ໄດ້​ເຊີນ​ໃຫ້ພາກ­ສ່ວນ​ທີ່​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ຄັ້ງນີ້ ນຳ​ສະ­ເໜີ​ແບບ​ລາຍ​ງານ​ຂອງ​ຕົນ​ທີ່​ຕິດພັນ​ກັບ​ສະ­ຖິ­ຕິ​ເງິນ­ຕາ-ການ​ເງິນ.

ໂດຍ​ປະ­ຈຸ​ບັນ ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ຂອງ​ກອງ​ທຶນ​ສາ­ກົນ​ສ່ວນ​ໃຫຍ່​ໄດ້​ມີ​ການ​ສັງ​ລວມ​ສະ­ຖິ­ຕິ​ເງິນ­ຕາ-ການ​ເງິນຕາມ​ຄູ່​ມື​ການ​ສັງ​ລວມ​ສະ­ຖິ­ຕິ​ເງິນ­ຕາ-ການ​ເງິນ ປີ 2000 ຂອງ IMF ຊຶ່ງ​ມີຄວາມ​ສອດ­ຄ່ອງ​ກັບ​ຄູ່​ມື​ການ​ສັງ​ລວມບັນ­ຊີ​ແຫ່ງ​ຊາດ ປີ 1993 ຂອງ​ສະ­ຫະປະ­ຊາ​ຊາດ, ສຳ­ລັບ ສປປ ລາວ ແມ່ນ​ກຳ­ລັງ​ຢູ່​ໃນ​ໄລ­ຍະ​ຫັນ​ມາ​ສັງ​ລວມ​ສະ­ຖິ­ຕິເງິນ­ຕາ-ການ​ເງິນ ຕາມ​ຄູ່​ມື​ປີ 2000 ຊຶ່ງການ​ສັງ​ລວມ​ຂໍ້​ມູນ​ຕາມ​ຂໍ້​ມູນ​ດັ່ງ­ກ່າວຈະ​ມີ​ຄວາມ​ລະ­ອຽດ​ກວ່າ​ເກົ່າ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...