Homeຂ່າວເຫດການຊາຍ​ໜຸ່ມແຂວນ​ຄໍ​ຕາຍ ຍ້ອນ​ຮັກ​ບໍ່​ສົມ​ຫວັງ

ຊາຍ​ໜຸ່ມແຂວນ​ຄໍ​ຕາຍ ຍ້ອນ​ຮັກ​ບໍ່​ສົມ​ຫວັງ

Published on

ຊາຍ​ໜຸ່ມ​ຜິດ​ຫວັງ​ກັບ​ຄວາມ​ຮັກ ຂຽນ​ຈົດໝາຍ​ລາ​​ແຟນສາວ ກ່ອນຄິດ​ສັ້ນ​ໄປ​ແຂວນຄໍ​ຕາຍ​ຢູ່​ແຄມ​ນ້ຳຂອງ ​ເຂດ​ບ້ານຫ້ວຍ​ນາງ​ລີ້, ​ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ.

​          ເຈົ້າ​ໜ້າ​ທີ່ ປກສ ​​​ເມືອງ​ທ່າ​​ແຂກ ​ໃຫ້​ຮູ້​ວ່າ: ຄືນ​ວັນທີ 23 ​ເມສາ​ຜ່ານ​ມານີ້, ​ໄດ້​ມີ​ປະຊາຊົນ​ຢູ່​ເຂດ​ດັ່ງກ່າວ ​ໄປ​ພົບ​ຊົບຊາຍ​ໜຸ່ມ​ແຂວນ​ຄໍ​ຕາຍ​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່,ຈຶ່ງ​ໄດ້​ແຈ້ງ​ເຈົ້າ​ໜ້າ​ທີ່​ໄປ​ກວດ​ສອບ​ຮູ້​ວ່າ: ຜູ້ຕາຍແມ່ນທ້າວ ​ໄຫວ ອາຍຸ 21 ປີອາຊີບ​ກຳມະກອນ, ຢູ່​ບ້ານ​ປ່າ​ກ້ວຍ​ດົງ ​ເມືອງ​ໄຊ​ບົວທອງ ​ແຂວງ​ຄຳ​ມ່ວນ, ​​ໄດ້ແຂວນ​ຄໍຕາຍດ້ວຍ​ການ​ໃຊ້ເຊືອກ 1 ​ເສັ້ນ ມັດ​ໃສ່​ງ່າ​ໄມ້​ໃຫຍ່​ຢູ່​ແຄມ​​ແມ່​ນ້ຳຂອງຍ້ອນບໍ່ສົມຫວັງ ຕາມການສັນນະສູດຂອງເຈົ້າໜ້າທີ່ ແລະ ຫລັກຖານຈາກຈົດໝາຍຂອງຜູ້ຕາຍ.

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...