Homeຂ່າວຕ່າງປະເທດສຫລ ຈະທຳທຸກວິທີ ເພື່ອຫາທາງ ປ່ອຍພວກນັກຮຽນ ທີ່ ຖືກລັກພາໂຕ ຢູ່ ໄນຈີເຣຍ

ສຫລ ຈະທຳທຸກວິທີ ເພື່ອຫາທາງ ປ່ອຍພວກນັກຮຽນ ທີ່ ຖືກລັກພາໂຕ ຢູ່ ໄນຈີເຣຍ

Published on

ພວກຜູ້ຍິງ ເຂົ້າຮ່ວມປະທ້ວງ ຮຽກຮ້ອງໃຫ້ລັດຖະບານ ນຳເອົາ ບັນດາເດັກນັກຮຽນ ຖືກລັກພາໂຕໄປ ກັບຄືນບ້ານ.

ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ກ່າວ​ວ່າ ສະຫະລັດ ຈະ​ທຳທຸ​ກວິທີ​ທາງເທົ່າທີ່ເປັນໄປໄດ້
​ເພື່ອ​ປ່ອຍ​ນັກຮຽນ​ຍິງ 276 ຄົນ ​ທີ່​ຖືກ​ລັກພາ​ໂຕ​ໄປ ໂດຍກຸ່່ມ​ຫົວຮຸນແຮງ Boko Haram ຂອງໄນຈີເຣຍ.

ໃນການຖະແຫຼງທີ່ນະຄອນຫລວງວໍ​ຊິງ​ຕັນ ໃນວັນພະຫັດນີ້ ທ່ານ Kerry ກ່າວ​ວ່າ ທີ່ປຶກສາທາງດ້ານທະຫານ
​ຂອງສະຫະລັດ ​ໄດ້​ໄປ​ເຖິງໄນ​ຈີ​ເຣຍແລ້ວ​ ​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ສື່ສານ ພະລາທິການ ​ແລະ​ການ​ສືບ​ລັບ.

ທ່ານ​ Kerry ກ່າວ​ວ່າ ຄະນະປະຕິບັດງານ ​ຂອງ​ພວກ​ເຮົາໄປ​ເຖິງໄນ​ຈີ​ເຣຍ ​ແລ້ວແລະ​ ເຂົ​າ​ເຈົ້າ​ຈະ​ປະຕິບັດ​ງານ ​
ຮ່ວມ​ກັບລັດຖະບານໄນ​ຈີ​ເຣຍຂອງ​ປະ​ທາ​ນາ​ທິບໍດີ Goodluck Jonathan ​ເພື່ອ​ປະຕິບັດ​ທຸກ​ສິ່ງຢ່າງ
ທີ່​ເຮົາ​ສາມາດ​ເຮັດໄດ້ ​ໃນ​ການ​ນຳ​ເອົາ​ພວກ​ເດັກ​ຍິງ ​ກັບ​ຄືນ​ມາ​ສູ່ຄອບຄົວ​ແລະ​ປະຊາ​ຄົມ​ຂອງ​ເຂົາ
ເຈົ້າ.ພວກ​ເຮົາ​ຍັງ​ຈະປະຕິບັດ​ທຸກສິ່ງ​ຢ່າງ​ທີ່​ເປັນ​ໄປ​ໄດ້ ​ເພື່ອຮັບມື​ກັບການຂົ່ມຂູ່ ຂອງກຸ່ມ Boko Haram.

ຢ່າງ​ໜ້ອຍ​ມີສາມ​ປະ​ເທດແລ້ວ ​ໄດ້​ປະກາດ​ໃຫ້ການ​ຊ່ວຍ​ເຫລືອແກ່ໄນ​ຈີ​ເຣຍໃນ ​ການ​ຊອກ​ຫາພວກ
ເດັກນ້ອຍເຫຼົ່ານີ້. ອັງກິດ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ທີ່ຈະ​ຊ່ວຍ​ເຫລືອ​ ​ຮູບ​ພາບ​ຈາກດາວ​ທຽ​ມ ​
ໃນ​ຂະນະ​ທີ່​ຝຣັ່ງ ກ່າວ​ວ່າ ຈະ​ສົ່ງ​ໜ່ວຍ​ຮັກສາ​ຄວາມ​ປອດ​ໄພໄປຊ່ວຍ.

ໃນການຖະ​ແຫລ​ງ ຕໍ່ກອງ​ປະຊຸມ​ສຸດ​ຍອດ​ເສດຖະກິດ​ໂລກ ​ໃນ​ວັນ​ພະຫັດ​ວານ​ນີ້​ທີ່ນະຄອນ Abuja
ປະທານາທິບໍດີ​ໄນ​ຈີ​ເຣຍທ່ານ Goodluck Jonathan ​ໄດ້ ​ຂອບໃຈຕໍ່ຈີນ ຊຶ່ງເປັນ​ປະ​ເທດ​ຫລ້າ​ສຸດ
ທີ່​ໃຫ້​ຄຳ​ໝັ້ນ​ສັນຍາຈະຊ່ວຍເຫຼືອໃນການ ຊອກ​ຫາ​ພວກ​ເດັກ​ຍິງ.

ທ່ານກ່າວ​ວ່າ​ ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງປະຊຸມ ​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ແກ່​ ໄນຈີເຣຍ
ແລະ​ເປັນ​ການສ້າງ ​ຄວາມເສຍຫາຍຢ່າງ​ໜັກ ​ແກ່​ພວກ​ກໍ່​ການ​ຮ້າຍ. ທ່ານກ່າວ​ວ່າ
ຖ້າ​ຫາກບັນດາ​ຜູ້ຕາງໜ້າບໍ່ໄປຮ່ວມກອງປະຊຸມ ພວກ​ຫົວຮຸນແຮງ ກໍຈະ​ພາກັນ
ສະເຫຼີມສະຫລອງ ​ແລະ ​ກໍ່ຄວາມວຸ້ນວາຍ​ຕື່ມ​ອີກ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...