spot_img
Homeຂ່າວທ້ອງຖິ່ນແຂວງເຊກອງ ຈັດກອງປະຊຸມຫາລືເພື່ອສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດໄຂ້ຍຸງລາຍ

ແຂວງເຊກອງ ຈັດກອງປະຊຸມຫາລືເພື່ອສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດໄຂ້ຍຸງລາຍ

Published on

ໃນຕອນເຊົ້າຂອງວັນທີ 22 ເມສາ 2016 ຜ່ານມາ ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງເຊກອງ ໄດ້ຈັດກອງປະຊຸມຄະນະສະເພາະກິດເພື່ອສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດພະຍາດໄຂ້ຍູງລາຍຂຶ້ນໂດຍການເປັນປະທານຂອງທ່ານ ຖາວອນ ພົມມະໄລລຸນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆເຊກອງ ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມ ມີທ່ານ ວິສັນ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ທ່ານ ດຣ. ສີບຸນໂຮມ ອັກຄະວົງ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຄະນະສະເພາະກິດຂັ້ນແຂວງ-ເມືອງ ພ້ອມດ້ວຍພະນັກງານວິຊາການຫຼັກແຫຼ່ງພາຍໃນ ແລະ ອ້ອມຂ້າງພະແນກເຂົ້າຮ່ວມ.

ກອງປະຊຸມໄດ້ເຊື່ອມຊຶມວ່າດ້ວຍການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍູງລາຍທີ່ຄາດວ່າຈະເກີດຂຶ້ນໃນປີ 2016 ຜ່ານແຈ້ງການຂອງກົມພະຍາດຕິດຕໍ່ ເລກທີ 402/ກຄພຕ ແລະ ຮັບຟັງການສະຫຼຸບລາຍງານການເຝົ້າລະວັງ ແລະ ລາຍງານໝວດອາການຂອງພະຍາດໄຂ້ຍູງລາຍ ແຕ່ອາທິດທີ 1 ຫາອາທິດທີ 17 ປີ 2016 ໃຫ້ຮູ້ວ່າ ພະຍາດໄຂ້ຍູງລາຍຍັງເປັນບັນຫາຂອງຂົງເຂດສາທາລະນະສຸກ ໂດຍສະເພາະແຂວງເຊກອງ ຍັງມີກໍລະນີໄຂ້ຍູງລາຍແຜ່ລາມອອກເປັນວົງກວ້າງ ເຊິ່ງມັກພົບໃນໂຕເມືອງ ຊານເມືອງເປັນສ່ວນໃຫຽ່ ແລະ ເຂດຫ່າງໄກສອກຫຼີກຂອງແຂວງ ເຊິ່ງຈະໄດ້ປະຕິບັດການເຝົ້າລະວັງເປັນຕົ້ນ ເຝົ້າລະວັງ ລາຍງານ ແລະ ຕອບໂຕ້ ການເຝົ້າລະວັງ ຄວບຄຸມ ປິ່ນປົວ ແລະ ຄວບຄຸມໜອນນໍ້າຍູງລາຍ ປິ່ນປົວ ແລະ ລະວັງກໍລະນີ ວຽກໂຄສະນາສຸຂະສຶກສາ ແລະ ວຽກງານປະສານງານ ໂດຍຈັດກອງປະຊຸມເພື່ອທົບທວນບັນຫາໄຂ້ຍູງລາຍທົ່ວແຂວງ ຄັ້ງວັນທີ 21 ມັງກອນ 2016 ໃນນັ້ນ ໄດ້ແບ່ງຄວາມຮັບຜິດຊອບກໍລະນີໄຂ້ຍູງລາຍເຊັ່ນ ເມືອງທ່າແຕງ ບໍ່ເກີນ 10 ກໍລະນີ ເມືອງດາກຈຶງ ບໍ່ເກີນ 5 ກໍລະນີ ເມືອງກະລຶມ ບໍ່ເກີນ 20 ກໍລະນີ ແລະ ເມືອງລະມາມ ບໍ່ເກີນ 45 ກໍລະນີ ທັງໝົດແມ່ນບໍ່ໃຫ້ເສຍຊີວິດ ການຄວບຄຸມ ແລະ ປິ່ນປົວໂດຍການກະກຽມສະຖານທີ່ ພະນັກງານ ຢາ ແລະ ອຸປະກອນການແພດ ຕາມສະຖານທີ່ບໍລິການຂອງລັດ ເພື່ອປິ່ນປົວຄົນເຈັບທີ່ເປັນໄຂ້ຍູງລາຍ ລົງຕິດຕາມ-ຊຸກຍູ້ບັນດາເມືອງຕ່າງໆດ້ວຍການເຝິກອົບຮົມ ເຮັດການເຝົ້າລະວັງໃນໂຮງໝໍ ແລະ ເຝົ້າລະວັງໃນຫ້ອງວິເຄາະ (ອາທິດລະຄັ້ງ) ວຽກງານໂຄສະນາສຶກສາແມ່ນໄດ້ປັບປຸງຄະນະກໍາມະການເພື່ອສຸຂະພາບຂັ້ນແຂວງ ແລະ ເມືອງ ລົງໂຄສະນາສຸຂະສຶກສາຕາມບ້ານທີ່ມີການລະບາດໂດຍປະຕິບັດ 5 ປ ອອກແຈ້ງການ ແລະ ອອກຂ່າວທາງວິທະຍຸຂອງແຂວງ ອາທິດລະ 3 ຄັ້ງ ເຮັດປ້າຍໂຄສະນາ 5 ປ 5 ປ້າຍ ພ້ອມທັງປຸກລະດົມປະຊາຊົນ ພະນັກງານ ລ້ຽງປາຫາງນົກຍູງເປັນຕົ້ນ ທ່ານ ດຣ. ຄໍາໄຫຼ ສັນຕິພູມ ຮອງຫົວໜ້າພະແນກສາທາລະນະສຸກແຂວງເຊກອງລາຍງານ.

ທ່ານຮອງພະແນກສາທາລະນະສຸກລາຍງານຕື່ມອີກວ່າ ການລາຍງານພະຍາດໄຂ້ຍູງລາຍສ່ວນໃຫຽ່ແມ່ນມາຈາກເຂດຊານເມືອງ ແລະ ເຂດຊົນນະບົດ ທີ່ມີອາຊີບຊາວໄຮ່ນາ ສໍາລັບປີ 2016 ແມ່ນຍັງບໍ່ສາມາດເວົ້າໄດ້ ຈະມີການລະບາດ ຫຼື ບໍ່ ເພາະວ່າຈາກຜົນການວິເຄາະໂຕຈິງພົບເຊື້ອໄຂ້ຍູງລາຍ 2 ກໍລະນີໃນໄລຍະເດືອນມີນາ ແລະ ໄລຍະນີ້ພວມກ້າວເຂົ້າສູ່ລະດູຝົນ ເຖິງແມ່ນວ່າພວກເຮົາຈະມີການຈັດຕັ້ງ ກະກຽມເຝົ້າລະວັງ ແລະ ມີການປະກອບສ່ວນຈາກຫຼາຍພາກສ່ວນຂອງສັງຄົມກໍຕາມ ຖ້າທຸກຄົນບໍ່ເປັນເຈົ້າການແຕ່ຫົວທີ ກໍມີໂອກາດລະບາດໄດ້ ສະນັ້ນ ເພື່ອເປັນການຫຼຸດຜ່ອນອັດຕາການເຈັບເປັນຍ້ອນພະຍາດໄຂ້ຍູງລາຍໃນລະດັບທີ່ສາມາດຄວບຄຸມໄດ້ ແລະ ການແຜ່ລາມອອກໄປເປັນວົງກວ້າງ ຈິ່ງຮຽກຮ້ອງມາຍັງບັນດາພະນັກງານທຸກຂັ້ນຕ້ອງເອົາໃຈໃສ່ຄົ້ນຫາ ແລະ ລາຍງານທຸກກໍລະນີ ທີມງານຕອບໂຕ້ໄວຕ້ອງໄດ້ລົງສອບສວນພ້ອມເກັບໂຕຢ່າງພາຍໃນ 24-48 ຊົ່ວໂມງ ຮຽກຮ້ອງບັນດາພໍ່ແມ່ປະຊາຊົນຊ່ອຍກັນກໍາຈັດແຫຼ່ງເພາະພັນຍູງລາຍ ແລະໜອນນໍ້າ ຕິດຕາມການເຕືອນທ່າອຽງຂອງຍູງລາຍເປັນລາຍວັນ ສືບຕໍ່ປະສານງານຂໍການສະໜັບສະໜູນຈາກລັດ ອໍານາດການປົກຄອງ ແລະ ອົງການຈັດຕັ້ງສາກົນທຸກຂັ້ນ.

ຂ່າວ/ພາບ: ນາລີວັນ

ແຫລ່ງຂ່າວຈາກ: ສຳນັກຂ່າວເອບີຊີ

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...