Homeຂ່າວພາຍ​ໃນຕຳຫລວດ ປາບຈາລະຈົນໄທ ປະທະກັນ ກັບພວກປະທ້ວງ (ສະໄລດ໌/ວີດີໂອ)

ຕຳຫລວດ ປາບຈາລະຈົນໄທ ປະທະກັນ ກັບພວກປະທ້ວງ (ສະໄລດ໌/ວີດີໂອ)

Published on

ຕຳຫລວດ​ປາບ​ຈາລະ​ຈົນ​ໄທ ​ໄດ້ໃຊ້​ແກັສນ້ຳຕາ ​ເພື່ອ​ຂັບ​ໄລ່​ພວກ​ປະ​ທ້ວງຕໍ່ ຕ້ານລັດຖະບານຫລາຍ​ພັນ​ຄົນ
ທີ່ໂຮມຊຸມນຸມ ຢູ່ຕາມຖະໜົນ​ຫົນ​ທາງ​ ໃນບາງກອກ ຫລັງ​ຈາກສານ​ ໄດ້ສັ່ງ​ໃຫ້ນາຍົກລັດຖະມົນຕີ
ຍິ່ງ​ລັກ ຊີ​ນນະ​ ວັດລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ​ອົງການຕໍ່​ຕ້ານການ​ທຸຈະລິດ​ໄດ້​ກ່າວ​ຫາທ່ານນາງວ່າ​
ລະ​ເລີຍຕໍ່ໜ້າທີ່.

ຜູ້ນຳໃນການ​ປະ​ທ້ວງ ທ່ານ​ສຸ​ເທບ ​ເທຶອກສຸບັນ ກ່າວ​ຕໍ່​ບັນດາ​ຜູ້​ສະໜັບສະໜູນ​ ​ໃນ​ສວນ​ສາທາລະນະ​ແຫ່ງນຶ່ງ
​ໃນ​ວັນ​ສຸກ​ມື້​ນີ້ ຮຽກຮ້ອງ​ໃຫ້​ເຂົາ​ເຈົ້າໄປໂຮມຊຸມ ນຸມກັນ​ຢູ່​ນອກ​ສະພາ ສຳນັກງານນາຍົກລັດຖະມົນຕີ ​
ແລະ​ສະຖານີ​ໂທລະພາບ​ຫ້າ​ແຫ່ງເພື່ອ​ປ້ອງ​ກັນບໍ່​ໃຫ້​ລັດຖະບານນຳໃຊ້ສະຖານີເຫຼົ່ານີ້.

​ໃນ​ວັນ​ພຸດ​ຜ່ານມາ​ນີ້ ສານລັດຖະທຳ​ມະນູນ​ໄທ ​ໄດ້​ປົດທ່ານ​ນາງ ຍິ່ງ​ລັກ ​ແລະ​ລັດຖະ
ມົນຕີ​ເກົ້າ​ຄົນ ​ອອກ​ຈາກຕຳແໜ່ງ ຍ້ອນ​ຄະດີ​ນຶ່ງ ທີ່​ພົວພັນ​ກັບ​ການ​ແຕ່ງ​ຕັ້ງ ລັດ​ຖະ​
ກອນອະວຸ​ໂສ​ຄົນ​ນຶ່ງ.

ລັດຖະມົນຕີ​ການ​ຄ້າ ທ່າ​ນນິວັດທຳຣົງ ບຸນ​ສົງ​ໄພສານ ຜູ້​ທີ່​ເປັນ​ພັນທະ​ມິດ​ໃກ້​ຊິດ​ກັບ
ທ່ານນາງຍິ່ງ​ລັກ ​ແລະ​ອ້າຍ​ຂອງ​ທ່ານ​ນາງ ຄືອະດີດນາຍົກລັດຖະມົນຕີ ທັກສິນຊິນ
ນະ​ວັດນັ້ນ ໄດ້ເຂົ້າຮັບໜ້າທີ່ ເປັນນາຍົກລັດຖະມົນຕີຮັກສາການຊົ່ວຄາວ ແທນທ່ານນາງ.

​ເຖິງ​ແມ່ນ​ວ່າ​ໄດ້ມີ​ການ​ຕັດສິນໃຫ້ທ່ານນາງອອກຈາກຕຳແໜ່ງກໍຕາມ ແຕ່ພວກ​ປະ​
ທ້ວງ​ຫລາຍ​ຄົນຍັງ​ພາກັນ​ບໍ່ພໍ​ໃຈໃນເມື່ອວ່າລັດຖະບານ​ຂອງ ທ່ານ​ນາງຍິ່ງ​ລັກ.

thai-riot-police-clash-with-protesters1 thai-riot-police-clash-with-protesters2 thai-riot-police-clash-with-protesters3 thai-riot-police-clash-with-protesters4

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...