Homeຂ່າວເຫດການແຫ່ສັກກາລະ ພະພຸດທະຮູບເກົ່າແກ່ ທີ່ວັດຊຽງທອງ

ແຫ່ສັກກາລະ ພະພຸດທະຮູບເກົ່າແກ່ ທີ່ວັດຊຽງທອງ

Published on

ປະຊາຊົນແລະນັກທ່ອງທ່ຽວແຫ່ສັກກາລະ ພະພຸດທະຮູບເກົ່າແກ່ ທີ່ພົບເຫັນໃນວັດຊຽງທອງ

ແຫຼ່ງຂ່າວຈາກຫຼວງພະບາງລາຍງານໃຫ້ຮູ້ວ່າ ປະຊາຊົນແລະນັກທ່ອງທ່ຽວ ແຫ່ກັນໄປຂາບໄຫວ້, ຫົດສົງ ແລະສັກກາລະບູຊາ ພະພຸດທະຮູບເກົ່າແກ່ຈຳນວນ 11 ອົງ ທີ່ພົບໃນພະທາດນ້ອຍໜ້າສິມວັດຊຽງທອງ ທີ່ເພພັງພັງລົງຍ້ອນຖືກຕົ້ນໂພຫັກທັບ ຍ້ອນລົມພາຍຸລະດູຮ້ອນໃນວັນທີ 22 ເມສາ 2016 ທີ່ຜ່ານມາ.

ລາຍງານຂ່າວກ່າວວ່າ ທາງວັດແລະເຖົ້າແກ່ແນວໂຮມ ໄດ້ອາລາທະນາເອົາພະພຸດທະຮູບຈຳນວນດັ່ງກ່າວລົງໃຫ້ຜູ້ສັດທາໄດ້ຂາບໄຫວ້ໃນຕອນກາງເວັນ ແລ້ວອາລາທະນາກັບຂຶ້ນປະດິດສະຖານໄວ້ໃນບ່ອນທີ່ປອດໄພໃນຕອນກາງຄືນ.
ສ່ວນການຫົດສົງພະມ່ານນັ້ນແມ່ນຈະເປີດໃຫ້ຫົດສົງໄດ້ທັງກາງເວັນແລະກາງຄືນ ຈົນຮອດວັນທີ 27 ເມສາ 2016 ຈຶ່ງຈະໄດ້ອາລາທະນາກັບຂຶ້ນໄປປະດິດສະຖານໄວ້ໃນຫໍພະມ່ານ ໃນເວລາ 4 ໂມງແລງ.

12985461_497797360424049_7854774803604591319_n 13015603_497797337090718_3857931111656770515_n 13083093_497797330424052_3706760511246875780_n

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...