spot_img
Homeຂ່າວພາຍ​ໃນປະທານປະເທດ ບຸນຍັງ ວໍລະຈິດ ເດີນທາງຢ້ຽມຢາມຫວຽດນາມ ປະເທດທຳອິດ ຫລັງເຂົ້າຮັບຕຳແໜ່ງ!

ປະທານປະເທດ ບຸນຍັງ ວໍລະຈິດ ເດີນທາງຢ້ຽມຢາມຫວຽດນາມ ປະເທດທຳອິດ ຫລັງເຂົ້າຮັບຕຳແໜ່ງ!

Published on

ໃນວັນທີ 25 ເມສານີ້ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ຫາກໍໄດ້ຮັບການເລືອກຕັ້ງຄົນໃໝ່ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດສັງຄົມນິຍົມຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນປະເທດທຳອິດ ພາຍຫລັງເຂົ້າຮັບຕຳແໜ່ງ ໂດຍໄດ້ຮັບການຕ້ອນຮັບຢ່າງສົມກຽດຈາກ ສະຫາຍ ຫງວຽນຟູຈອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ.

ການຢ້ຽມຢາມຫວຽດນາມຢ່າງເປັນທາງການ ຊຶ່ງມີກຳນົດເປັນເວລາ 3 ວັນດັ່ງກ່າວນີ້ ປະທານປະເທດ ບຸນຍັງ ວໍລະຈິດ ຈະໄດ້ມີການພົບປະຫາລືກັບ ທ່ານ ເຈິ່ນດາຍກວາງ ປະທານປະເທດຫວຽດນາມຄົນໃໝ່ ແລະ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມຄົນໃໝ່ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...