Homeຂ່າວການສຶກສາເລີ່ມແລ້ວ! ການສອບເສັງນັກຮຽນເກັ່ງທົ່ວປະເທດ ຊັ້ນມັດທະຍົມສຶກສາ ປະຈຳສົກ 2015-2016

ເລີ່ມແລ້ວ! ການສອບເສັງນັກຮຽນເກັ່ງທົ່ວປະເທດ ຊັ້ນມັດທະຍົມສຶກສາ ປະຈຳສົກ 2015-2016

Published on

ຂປລ. ການ​ສອບ​ເສັງ ​ນັກ​ຮຽນ​ເກັ່ງ ທົ່ວ​ປະ​ເທດ ຊັ້ນ​ມັດທະຍົມ​ສຶກສາ ປະຈຳ​ສົກຮຽນ 2015-2016 ​ແມ່ນ​ຈັດ​ຂຶ້ນ ​ລະຫວ່າງວັນ​ທີ 25-29 ​ເມສາ ນີ້, ທີ່​ມະຫາວິທະຍາ​ໄລ​​ແຫ່ງ​ຊາດ​ ນະຄອນຫລວງ​ວຽງ​ຈັນ, ມີ​​ນັກຮຽນ​ເຂົ້າ​ຮ່ວມ​ສອບ​ເສັງ ​ທັງ​ໝົດ 144 ຄົນ, ຍິງ 45 ຄົນ. ​ໃນ​ນັ້ນ, ​ນັກ​ສອບ​ເສັງ ຊັ້ນ ​ມ4 ມີທັງ​ໝົດ 72 ຄົນ, ຍິງ 26 ຄົນ, ຊັ້ນ ມ7 ມີທັງໝົດ 72 ຄົນ, ຍິງ 19 ຄົນ. ວິຊາ​ສອບ​ເສັງ ​ມີ 4 ວິຊາ ​ຄື: ວິຊາ​ຄະນິດສາດ, ​ພາສາ​ລາວ-ວັນນະຄະດີ, ຟີ​ຊິກ​ສາດ ​ແລະ ​ເຄມີ​ສາດ ​ເຊິ່ງ​ເວ​ລາ​ທີ່​ໃຊ້​ແຂ່ງຂັນ​ ໃນ​ແຕ່​ລະວິ​ຊາ​ ແມ່ນ 120 ນາທີ. ນອກ​ນັ້ນ, ​ຍັງ​ມີ​ກິດຈະກຳ​​ ແຂ່ງຂັນຖາມ-ຕອບ ວິທະຍາສາດ ​ແລະ ຄວາມ​ຮູ້​ຮອບ​ຕົວ ​ເປັນ​ເວລາ 1 ມື້ ​ໂດຍ​ມີ​ນັກຮຽນ​ ມາຈາກ​ໂຮງຮຽນ​ຕ່າ​ງໆ​ ເຂົ້າ​ຮ່ວມ ພ້ອມ​ຈະ​ນຳພາ​ ນັກ​ຮຽນ​ໄປ ​ທັດສະນະ​ສຶກສາ ຕາມ​ສະຖານ ​ທີ່​ທາງ​ປະ​ຫວັດ​ສາດ ​ແລະ ມູນ​ເຊື້ອ​ວັດທະນະທຳ​ ​ນຳ​ອີກ.

student​ໃນ​ໂອກາດ​ດັ່ງກ່າວ ທ່ານ ກອງ​ສີ ​ແສງ​ມະນີ, ຮອງ​ລັດຖະມົນຕີ​ ກະຊວງ​ສຶກສາ​ທິການ ​ແລ​ະ ກິລາ ​ໃຫ້​ຮູ້​ວ່າ: ການ​ສອບ​ເສັງ​ ນັກຮຽນ​ເກັ່ງ​ ທົ່ວ​ປະ​ເທດ​ ຊັ້ນ​ມັດທະຍົມ​ສຶກສາ ​ເປັນ​ໜຶ່ງ​ໃນ​ກິດຈະກຳ ​ບຸລິ​ມະ​ສິດ ທີ່​ມີ​ຄວາມ​ສຳຄັນ​ປະຈຳ​ສົກຮຽນ ​ເຊິ່ງຊັ້ນ ມ4 ​ໄດ້​ຈັດ​ຕັ້ງ​ສອບ​ເສັງ ​ເປັນ​ປີ​ທີ 7 ​ແລະ ມ7 ​ເປັນ​ປີ​ທີ 6, ການ​ສອບ​ເສັງ​ດັ່ງກ່າວ,​ ​ເພື່ອ​ສ້າງ​ໂອກາດ​ໃຫ້​ນັກຮຽນ ​ໄດ້​ສະ​ແດງ​ອອກ​ ດ້ານ​ຄວາມ​ຮູ້​-ຄວາມ​ສາມາດ, ​ພອນ​ສະຫວັນ ​ແລະ ຫົວຄິດ​ປະດິດ​ສ້າງ ​ຂອງ​ຕົນ, ​ເພື່ອ​ສົ່ງ​ເສີມ ​ແລະ ຊຸກຍູ້​ຂະ​ບວນການ​ ສອນ​ດີ-ຮຽນ​ເກັ່ງ ຢູ່​ໃນ​ໂຮງຮຽນ ຊັ້ນ​ມັດທະຍົມ​ສຶກສາ ທົ່ວ​ປະ​ເທດ ​ໃຫ້​ມີ​ບັນຍາກາດ​ຟົດ​ຟື້ນ ​ແຂ່ງຂັນ​ກັນ ​ແລະ ມີ​ຄຸນ​ນະພາ​ບ, ​ເພື່ອ​ວັດ​ແທກ ​ແລະ ປະ​ເມີນ​ຜົນ​ ຜົນສໍາ​ເລັດ​ດ້ານ​ການ ​ສິດສອນ-ຮໍ່າຮຽນ ຂອງ​ຄູ ​ແລະ ນັກຮຽນ, ​ເພື່ອ​ຄັດ​ເລືອກ ​ແລະ ສົ່ງ​ເສີມ​ນັກຮຽນ​ເກັ່ງ ທີ່​ມີ​ພອນ​ສະຫວັນ​ ໃນ​ແຕ່​ລະວິ​ຊາ​ ເປັນ​ຕົວ​ແທນ​ຂອງ​ຊາດ ​ເຂົ້າ​ຮ່ວມ​ແຂ່ງຂັນ ​ລະດັບ​ພາກ​ພື້ນ ​ແລະ ສາກົນ. ​ພ້ອມ​ທັງເປັນ​ການ​ ສ້າງ​ໂອກາດ​ໃຫ້​ຄູ​ນຳພາ ​ແລະ ນັກ​ສອບ​ເສັງ​ ຈາກ​ທົ່ວ​ປະທດ ​ໄດ້​ແລກປ່ຽນ-ຖອດ​ຖອນ ​ບົດຮຽນ​ຮ່ວມ​ກັນ. ການ​ສອບ​ເສັງ​ ໃນ​ສົກຮຽນ​ປີ​ນີ້ ກົມ​ມັດທະຍົມ​ສຶກສາ ​ໄດ້​ມີ​ການ​ປັບປຸງ​ຮູບ​ແບບ, ວິທີ​ການ ​ແລະ ມາດຕະຖານ ​​ເພື່ອ​ໃຫ້​ກ້າວ​ສູ່ ມາດຕະຖານ​ສາກົນ ​ໂດຍ​ໄດ້​ເຊີນ​ຄູ​ສອນ​ຕົວ​ຈິງ ​ແລະ ວິຊາ​ການ ທີ່​ມີປະສົບ​ການ ​ມາ​ອອກ​ຂໍ້​ສອບ​ໃນ​ຄັ້ງ​ນີ້.

ສຳລັບ​ນັກ​ສອບ​ເສັງ​ ທີ່​ໄດ້​ອັນ​ດັບ 1, 2 ​ແລະ 3 ຈະ​ໄດ້​ຮັບ​ໃບ​ຢັ້ງຢືນ, ​ໃບ​ຍ້ອງຍໍ ​ແລະ ທຶນ​ການ​ສຶກສາ ພ້ອມ​ທັງ​ຫລຽນ​ ນັກຮຽນ​ເກັ່ງ. ​ເຊິ່ງຜົນ​ການ​ສອບ​ເສັງ​ ຄັດ​ເລືອກນັກຮຽນ​ເກັ່ງ ຈະ​​ປະກາດ​ໃນ​ວັນ​ທີ 28 ເມສາ ນີ້ ທີ່ມະຫາ ວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...