Homeຂ່າວເຫດການສູນກາງສະຫະພັນກຳມະບານລາວ ຈະຈັດຫລາຍກິດຈະກຳ ສະຫລອງວັນກຳມະກອນສາກົນປີນີ້!

ສູນກາງສະຫະພັນກຳມະບານລາວ ຈະຈັດຫລາຍກິດຈະກຳ ສະຫລອງວັນກຳມະກອນສາກົນປີນີ້!

Published on

ວັນທີ 22 ເມສານີ້, ທ່ານ ສີມູນ ອຸ່ນລາສີ, ຮອງປະທານສູນກາງສະຫະພັນກຳມະບານລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກະກຽມສະເຫລີມສະຫລອງ ວັນກຳມະກອນສາກົນ ຄົບຮອບ 130 ປີ (1/5/1886-1/5/2016) ວ່າ: ໃນໂອກາດສະເຫລີມສະຫລອງວັນດັ່ງກ່າວ, ສູນກາງສະຫະພັນກຳມະບານລາວ ຈະຈັດໃຫ້ມີຫລາຍກິດຈະກຳ ເປັນຕົ້ນຈັດປາຖະກະຖາ ເລົ່າມູນເຊື້ອວັນກຳມະກອນສາກົນ ຢູ່ບັນດາກະຊວງ, ອົງການຈັດຕັ້ງຕ່າງໆອອ້ມຂ້າງສູນກາງ, ຈັດກິດຈະກຳຖາມ-ຕອບວິທະຍາສາດ, ຄວາມຮູ້ຮອບຕົວ ແລະ ເຜີຍແຜ່ກົດໝາຍແຮງງານ, ກົດໝາຍວ່າດ້ວຍກຳມະບານ, ຈັດການແຂ່ງຂັນກິລາ, ສະແດງສິລະປະວັນນະຄະດີ, ການແຂ່ງຂັນສີມືແຮງງານ ແລະ ກິດຈະກຳອື່ນໆ. ພິເສດໃນວັນທີ 29 ເມສາ  ທີ່ຈະມາເຖິງນີ້, ແມ່ນຈະຈັດໃຫ້ມີຂະບວນ ຍ່າງເພື່ອສຸຂະພາບ ສະຫລອງວັນດັ່ງກ່າວ ຢູ່ສວນປະຕູໄຊນະຄອນຫລວງວຽງຈັນ ເລີ່ມແຕ່ເວລາ 5:00 ເປັນຕົ້ນໄປ.

ເພື່ອເປັນການໂຄສະນາສຶກສາອົບຮົມ ພະນັກງານ-ລັດຖະກອນ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈເຖິງມູນເຊື້ອ, ທາດແທ້, ປະຫວັດຄວາມເປັນມາ ຂອງວັນກຳມະກອນສາກົນ, ການເຕີບໃຫຍ່ຂະຫຍາຍໂຕຂອງ ຊົນຊັ້ນກຳມະກອນໃນທົ່ວໂລກ, ຜົນ ງານການເຄື່ອນໄຫວຂອງກຳມະກອນລາວ ໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ກໍຄືການປົກປັກຮັກສາ ພັດທະ ນາປະເທດຊາດ ແລະ ເພື່ອສ້າງຂະບວນການຕ່າງໆໃຫ້ຟົດຟື້ນ, ມີຄວາມໝາຍຢ່າງເລິກເຊິ່ງ ທັງປຸກລະດົມໃຫ້ສະມາຊິກກຳມະບານ, ກຳມະກອນຊາວຜູ້ອອກແຮງງານ ມີຄວາມເບີກບານມ່ວນຊື່ນ ທັງເປັນການຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈ ຕໍ່ວຽກງານກຳມະບານ ແລະ ເສີມຂະຫຍາຍສິດປະຊາທິປະໄຕ, ເພີ່ມທະວີຄວາມສາມັກຄີ ໃນຖັນແຖວກຳມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນກຳລັງແຮງໃນການຈັດຕັ້ງປະຕິບັດ ແນວທາງຂອງພັກ ສືບຕໍ່ເຮັດຫລ້ອນໜ້າທີ່ ທີ່ພັກ-ລັດ ວາງອອກໃຫ້ປາກົດຜົນເປັນຈິງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...