spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ4 ຂໍ້ບໍ່ຄວນປະຕິບັດ ເມື່ອອອກກໍາລັງກາຍ

4 ຂໍ້ບໍ່ຄວນປະຕິບັດ ເມື່ອອອກກໍາລັງກາຍ

Published on

ການ​ອອກ­ກຳ­ລັງ​ກາຍ­ເປັນ​ເລື່ອງ​ທີ່​ດີ ພຽງ​ແຕ່​ມີ​ຫຼາຍ​ຢ່າງ​ທີ່​ທ່ານ ເຮັດ​ໃນ​ລະ­ຫວ່າງ​ອອກ­ກຳ­ລັງ​ກາຍ​ອາດ​ເຮັດ​ໃຫ້​ຄວາມ​ຕັ້ງ­ໃຈ​ໃນ​ການສ້າງ​ຮ່າງ­ກາຍ​ທີ່​ແຂງ­ແຮງ ຫຼື ຫຸ່ນ​ງາມ​ດັ່ງ​ໃຈ​ເປັນ​ໄປ​ບໍ່​ໄດ້​ດັ່ງ​ໃນ​ຝັນ ເຊັ່ນ:

  • ເອົາ​ແຕ່​ອອກ­ກຳ­ລັງ​ກາຍ​ຢູ່​ໃນ​ຮົ່ມ ຫຼື ຫ້ອງ​ອອກ­ກຳ­ລັງ​ກາຍ​ໃນ​ຮົ່ມ: ເອົາ ແຕ່​ອອກ­ກຳ­ລັງ​ກາຍ​ຢູ່​ໃນ​ຮົ່ມ ຫຼື ຫ້ອງ ອອກ­ກຳ­ລັງ​ກາຍ​ໃນ​ຮົ່ມ​ຈົນ​ເຮັດ​ໃຫ້ ຮ່າງ­ກາຍ​ບໍ່​ໄດ້​ຮັບ​ອາ­ກາດ ແລະ​ແສງແດດ​ທີ່​ສົດ­ຊື່ນ​ບໍ­ລິ­ສຸດ ທັງ​ຍັງ​ສ່ຽງ​ຕໍ່​ການ​ໄດ້​ຮັບ​ເຊື້ອ​ພະ­ຍາດ​ຈາກ​ເຫື່ອ ຂອງ​ຄົນ​ອື່ນໆ ທີ່​ພົ້ງ​ກະ­ຈາຍ​ທົ່ວ​ຫ້ອງ ອີກ​ດ້ວຍ.
  • ຢ່າ​ອອກ­ກຳ­ລັງ​ກາຍ​ໜ້າ​ແວ່ນ: ຢ່າ​ອອກ­ກຳ­ລັງ​ການ​ໜ້າ​ແວ່ນ​ເພາະ​ຈະ​ເຮັດ​ໃຫ້​ເບິ່ງ​ແຕ່​ຕົນ​ເອງ ແລະ​ຄິດຫຼາຍ​ກັບ​ທ່າ​ອອກ­ກຳ­ລັງ​ກາຍ​ທີ່​ຢາກ​ໃຫ້​ເບິ່ງ​ສວຍ​ງາມ ແຕ່​ຄວາມ​ຈິງ​ແມ່ນ​ບໍ່​ດີ​ແທ້ ເພາະ​ການ ອອກ­ກຳ­ລັງ​ກາຍ​ທີ່ ດີ​ຄວນ​ເນັ້ນ​ການ​ເຜົາ​ຜານ​ບໍ່​ແມ່ນ​ເນັ້ນ​ທ່າ​ອອກ­ກຳ­ລັງ​ກາຍ​ທີ່​ສວຍ​ງາມ.
  • ອອກ­ກຳ­ລັງ​ເປັນ​ຊີ­ວິດ​ຈິດ­ໃຈ: ການ​ອອກ­ກຳ­ລັງ​ກາຍ​ເຖິງ​ຈະ​ຢາກ​ໃຫ້​ເຫັນ​ຜົນ​ໄວ ແຕ່​ຖ້າ​ເອົາ​ແຕ່​ອອກ­ກຳ­ລັງ ກາຍ​ຢ່າງ​ເອົາ​ເປັນ​ເອົາ​ຕາຍ​ຮ່າງ­ກາຍ​ກໍ​ຈະ​ເສຍ​ເຫື່ອ​ຫຼາຍ​ເກີນ​ໄປ, ກ້າມ­ຊີ້ນ​ກໍ​ຈະ​ອ່ອນ​ແຮງ ແລະ​ຮູ້­ສຶກ​ເມື່ອຍ ງ່າຍ, ອາດ​ເຮັດ​ໃຫ້​ເບື່ອ ແລະ​ຢາກ​ເຊົາ​ອອກ­ກຳ­ລັງ​ກາຍ­ໄປ​ໃນ​ທີ່​ສຸດ.
  • ຕິດ​ນ້ຳ­ໜັກ​ຊ້ຳໆ: ການ​ເອົາ​ແຕ່​ຕິດ​ນ້ຳ­ໜັກ​ທຸກ​ຄັ້ງ​ຫຼັງ​ອອກ­ກຳ­ລັງ​ກາຍ ຈະ​ເຮັດ​ໃຫ້​ທ່ານ​ເອງ​ເກີດ​ຄວາມ​ກັງ­ວົນ​ຈົນ​ເກີນ​ໄປ ແລະ​ເຫັນ​ວ່າ­ຄວາມ​ຄືບ​ໜ້າ​ຂອງ​ການ​ຫຼຸດ​ນ້ຳ­ໜັກ​ຊ້າ​ລົງ ແລະ​ມີ​ທ່າ​ອຽງ​ຈະ​ເຮັດ​ໃຫ້​ທໍ້​ແທ້​ຈົນ ເຊົາ​ໄປ​ໄດ້​ໃນ​ທີ່​ສຸດ.

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...