Homeຂ່າວພາຍ​ໃນເຜີຍ­ແຜ່​ການເປັນ​ປະ­ທານ​ອາ​ຊຽນ

ເຜີຍ­ແຜ່​ການເປັນ​ປະ­ທານ​ອາ​ຊຽນ

Published on

ວັນ​ທີ 22 ເມ­ສາ​ຜ່ານ​ມາ​ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດກົມ​ອາ​ຊຽນ​ກະຊວງ​ການ​ຕ່າງ­ປະ­ເທດ​ໄດ້​ຈັດ​ກອງ​ປະຊຸມ​ເຜີຍ­ແຜ່​ສຳ­ລັບ​ບັນ­ດາ​ທູ­ຕາ­ນຸ­ທູດ ແລະ ຜູ້­ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ການ​ເປັນ​ປະ­ທານ​ອາ​ຊຽນຂອງ ສປປ ລາວ ປີ 2016  ໂດຍ​ພາຍ​ໃຕ້ການ​ເປັນ​ປະ­ທານ​ຂອງທ່ານ ພົງ​ສະ­ຫວັນ ສີ​ສຸ​ລາດ ຫົວ­ໜ້າ​ກົມ​ອາ​ຊຽນ​ກະ­ຊວງການ​ຕ່າງ­ປະ­ເທດ ແລະ​ບັນ­ຍາຍ​ໂດຍ​ຈາກກະ­ຊວງ​ການ​ຕ່າງ­ປະ­ເທດ, ກະ­ຊວງ​ອຸດສາ​ຫະ​ກຳ ແລະ​ການ​ຄ້າ, ກະ­ຊວງ​ຖະ­ແຫຼງຂ່າວ, ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ ສຳລັບ​ແຕ່​ລະ​ເສົາ­ຄ້ຳ​ປະ­ຊາ​ຄົມ​ອາ​ຊຽນ​ຄື: ປະ­ຊາ​ຄົມ​ການ­ເມືອງ​ຄວາມ​ໝັ້ນ­ຄົງ​ອາຊຽນ, ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ  ແລະ​ປະ­ຊາ​ຄົມ​ວັດ­ທະ­ນະ­ທຳ-ສັງ­ຄົມ ອາ​ຊຽນ ພ້ອມ​ດ້ວຍ​ຜູ້​ເຂົ້າ​ຮ່ວມ​ຈາກ​ຂະແໜງ​ການ​ກ່ຽວ­ຂ້ອງ, ບັນ­ດາ​ທູ­ຕາ­ນຸ­ທູດ ແລະ​ອົງ­ການຈັດ​ຕັ້ງ​ສາ­ກົນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ແມ່ນ​ແນ­ໃສ່​ເຜີຍ­ແຜ່ກ່ຽວ​ກັບ​ການ​ເປັນ​ປະ­ທານ​ອາ​ຊຽນ​ຂອງ ສປປ ລາວ ປີ 2016 ຊຶ່ງ​ລວມ​ມີ​ບຸ­ລິ​ມະສິດ​ສຳ­ລັບ​ການ​ເປັນ​ປະ­ທານ​ອາ​ຊຽນ ຂອງ ສປປ ລາວ ສຳ­ລັບ​ທັງ 3 ເສົາ­ຄ້ຳ​ປະຊາ​ຄົມ​ອາ​ຊຽນ, ຜົນ​ກອງ​ປະ­ຊຸມ​ຕ່າງໆ​ທີ່ ສປປ ລາວ ເປັນ​ປະ­ທານ​ໃນ​ໄລ­ຍະ​ຜ່ານມາ ລວມ​ທັງ​ຜົນ​ຂອງ​ກອງ​ປະ­ຊຸມ​ວົງແຄບ​ຂອງ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ອາຊຽນ​ຜ່ານ​ມາ ແລະ​ ການ​ກະ­ກຽມ​ດ້ານເນື້ອ​ໃນ, ພະ­ລາ­ທິ­ການ​ຕ່າງໆ​ສຳ­ລັບ​ກອງປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ອາ​ຊຽນ ຄັ້ງ​ທີ 49 ແລະ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີກ່ຽວ­ຂ້ອງ​ອື່ນໆ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກໍ­ລະ­ກົດ 2016, ກອງ​ປະ­ຊຸມ​ສຸດ​ຍອດອາ​ຊຽນ​ຄັ້ງ​ທີ 28, 29 ແລະ​ກອງ​ປະ­ຊຸມສຸດ​ຍອດ​ອື່ນໆ​ທີ່​ກ່ຽວ­ຂ້ອງ​ທີ່ ສປປ ລາວ ຈະ​ເປັນ​ປະ­ທານ​ທັງ​ໝົດ 11 ກອງ​ປະ­ຊຸມສຸດ​ຍອດ​ໃນ​ເດືອນ​ກັນ­ຍາ 2016 ນີ້.

ໃນ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ຜູ້​ບັນ­ຍາຍຈາກ​ແຕ່​ລະ​ເສົາ­ຄ້ຳ​ໄດ້​ອະ­ທິ­ບາຍ​ກ່ຽວ​ກັບ  8 ບຸ­ລິ­ມະ­ສິດ​ສຳ­ລັບ​ການ​ເປັນ​ປະ­ທານ ອາ​ຊຽນ​ຂອງ ສປປ ລາວ ທີ່​ກອງ​ປະ­ຊຸມວົງ​ແຄບ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ອາຊຽນ​ໄດ້​ຮັບ­ຮອງ​ເອົາ​ຄື: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວິ­ໄສ​ທັດ​ປະ­ຊາ​ຄົມ​ອາ​ຊຽນ 2025, ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ດ້ານການ​ພັດ­ທະ­ນາ, ອຳ­ນວຍ​ຄວາມ​ສະ­ດວກດ້ານ​ການ​ຄ້າ, ການ​ພັດ­ທະ­ນາ​ວິ​ສາ​ຫະກິດ​ຂະ­ໜາດ​ນ້ອຍ ແລະ​ກາງ, ພັດ­ທະ­ນາການ­ທ່ອງ­ທ່ຽວ, ການ​ເຊື່ອມ​ຈອດ, ຫັນປ່ຽນ​ການ​ຈ້າງ​ງານ​ໃນ​ລະ­ບົບ​ເພື່ອ​ໄປສູ່​ການ​ສົ່ງ­ເສີມ​ວຽກ​ທີ່​ມີ​ຄຸນ­ຄ່າ​ໃນ​ອາຊຽນ, ການ​ສົ່ງ­ເສີມ​ການ​ຮ່ວມ​ມື​ພາກ​ພື້ນເພື່ອ​ການ​ອະ­ນຸ​ຮັກ, ປົກ​ປັກ​ຮັກ­ສາ ແລະ ສົ່ງ­ເສີມ​ມໍ­ລະ­ດົກ​ທາງ​ດ້ານ​ວັດ­ທະ­ນະ­ທຳ​ອາ​ຊຽນ.

ນອກ​ນີ້ ຜູ້​ບັນ­ຍາຍ​ຍັງ​ໄດ້​ອະ­ທິ­ບາຍກ່ຽວ​ກັບ​ການ​ກະ­ກຽມ​ດ້ານ​ເນື້ອ​ໃນ​ຕ່າງໆໂດຍ​ສະ­ເພາະ​ການ​ຜັນ​ຂະ­ຫຍາຍ​ບັນ­ດາບຸ­ລິ­ມະ­ສິດ​ຕ່າງໆ​ໃຫ້​ເປັນ​ເອ­ກະ­ສານ​ອາຊຽນ ເພື່ອ​ໃຫ້​ຜູ້­ນຳ​ອາ​ຊຽນ​ຮັບ­ຮອງ​ເອົາໃນ​ໂອ­ກາດ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28, 29 ແລະ​ກອງ​ປະ­ຊຸມ​ສຸດ​ຍອດ​ອື່ນໆ​ທີ່​ກ່ຽວ­ຂ້ອງ.

ທີ່ມາ:logo
ຕິດຕາມຂ່າວເສດຖະກິດ-ສັງຄົມລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...