Homeຂ່າວການພັດທະນາລາວ-ຈີນ​ ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມືສອງຝ່າຍ

ລາວ-ຈີນ​ ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມືສອງຝ່າຍ

Published on

ໂດຍ​ຕອບ​ສະໜອງ​ຕາມ​ຄໍາ​ເຊີ​ນຂອງທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ​ລາວ, ທ່ານ ຫວາງ ອີ້ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປ ຈີນ,​ໄດ້​ເດີນທາງ​ມາ​ຢ້ຽມຢາມສ ປປ ລາວ​ ຢ່າງ​ເປັນ​ທາງ​ການ​ໃນວັນ​ທີ 22-24 ​ເມສານີ້ ​ເພື່ອ​ເສີມ​ຂະ ຫຍາຍ​ສາຍ​ພົວພັນ​ມິດ​ຕະພາບ ​ແລະ ການຮ່ວມ​ມືລະຫວ່າງສອງ​ປະ​ເທດ ​ໃຫ້​ແໜ້ນ​ແຟ້ນຍິ່ງໆຂຶ້ນ.

ໃນ​ວັນທີ 23 ​ເມສານີ້ທີ່​ກະຊວງ​ການ​ຕ່າງປະ​ເທດ,​ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ຢ່າງເປັນທາງການລະຫວ່າງທ່ານລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດລາວ ​ແລະ ທ່ານລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງຈີນ,ຊຶ່ງສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ​ແລະ ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ຮ່ວມ​ມື​​ໃນ​ໄລຍະ​ຜ່ານ​ມາ​ທີ່​ໄດ້​ຮັບ​ການ​ສືບ​ຕໍ່​ເສີມ​ຂະຫຍາຍຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ລົງ​ເລິກ​ໃນ​ວຽກ​ງານ​ຕົວ​ຈິຫລາຍ​ດ້ານ​ເປັນ​ຕົ້ນ:

ຂົງເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ ​ແລະ ດ້ານ​ອື່ນໆ ​ກໍ​ໄດ້ ​ຮັບ​ໝາກຜົນ​ເປັນ​ຢ່າງ​ດີ​. ພິ​ເສດໂຄງການ​ຮ່ວມ​ມື​ທີ່​ພົ້ນ​ເດັ່ນກໍ​ຄື​ຜົນ​ສໍາ​ເລັດ​ການ​ສົ່ງ​ດາວ​ທຽມ​ລາວ​ດວງທໍາ​ອິດ​ຂຶ້ນ​ສູ່​ວົງ​ໂຄຈອນໂລກ ​ແລະ ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ ​ໂດຍ​ສອດຄ່ອງ​ກັບ​ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ທີ່​ຜູ້​ນໍາ​ທັງສອງ​ປະ​ເທດ​ໄດ້​ຕົກລົງ​ຮ່ວມ​ກັນ, ພ້ອມ​ດຽວ​ກັນ​ນັ້ນ, ສອງ​ຝ່າຍ​ເຫັນ​ດີ​ຈະ​ຈັດ​ກິດຈະ​ກໍາ​ຕ່າງໆ​ຮ່ວມ​ກັນເພື່ອ​​ເປັນ​ການສະ​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ-ຈີນຄົບຮອບ 55 ປີ​ໃນ​ປີ​ນີ້, ສອງ​ຝ່າຍ​ຍິນ​ດີ​ໃຫ້ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ, ສືບ​ຕໍ່​ຮ່ວມ​ມື​ປະສານ​ງານ​ກັນ​ຢ່າງ​​ໃກ້

ຊິດ​ຄື​ດັ່ງ​ທີ່​ເຄີຍ​ປະຕິບັດ​ຜ່ານ​ມາ,​ ໂດຍ​ສະ​ເພາະ​ການ​ເປັນ​ປະທານ​ອາ​ຊຽນຂອງ ສປປ ລາວ​ ໃນ​ປີ 2016 ນີ້. ນອກນັ້ນສອງ​ຝ່າຍ​ໄດ້​ກໍານົດ​ທິດ​ທາງ ​ແລະ ​ແຜນການ​ຮ່ວມ​ມື​ກັນ​ໃນ​ຕໍ່ໜ້າ, ລວມທັງ​ການ​ແລກປ່ຽນ​ຄໍາ​ຄິດ​​ເຫັນ​ຕໍ່​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

ໃນໂອກາດນີ້,ທ່ານລັດຖະມົນຕີຕ່າງປະເທດ ສປ ຈີນ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານປະທານປະເທດ ບຸນຍັງ ວໍລະຈິດ ແລະ ຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໃນໂອກາດນີ້ທານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ຕີລາຄາສູງຕໍ່ການມາຢ້ຽມ ຢາມລາວຂອງທ່ານ ຫວາງ ອີ ພ້ອມຄະນະ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໃຫ້ນັບມື້ແຕກດອກອອກຜົນງອກງາມຍິ່ງຂຶ້ນ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່

ຫລວງແກ່ ສປປ ລາວ ມາໂດຍຕະຫລອດ, ພ້ອມທັງຝາກຄໍາຢື້ຢາມຖາມຂ່າວອັນສະໜິດສະໜົມເຖິງບັນດາການນໍາຂັ້ນສູງຂອງພັກ ແລະ ລັດຖະບານ ສປ ຈີນ ນໍາດ້ວຍ.

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...