spot_img
Homeຂ່າວການພັດທະນາລາວກໍານົດ 3 ຄາດໝາຍໃຫຍ່ຍູ້ການປະຕິບັດວິໄສທັດພັດທະນາປະເທດຮອດປີ 2030

ລາວກໍານົດ 3 ຄາດໝາຍໃຫຍ່ຍູ້ການປະຕິບັດວິໄສທັດພັດທະນາປະເທດຮອດປີ 2030

Published on

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 20-22 ເມສານີ້, ໄດ້ຮັບຮອງເອົາຫລາຍບັນຫາສໍາຄັນພື້ນຖານຂອງຊາດ, ຊຶ່ງໜຶ່ງໃນນັ້ນກໍແມ່ນການຮັບຮອງເອົາວິໄສທັດການພັດທະນາປະເທດແຕ່ນີ້ເຖິງປີ 2030 ແລະ ຍຸດທະສາດການພັດທະນາຮອດປີ2025 ທີ່ສະເໜີໂດຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ມີເນື້ອໃນສໍາຄັນຄື:ແຕ່ນີ້ເຖິງປີ 2030 ຕ້ອງພັດທະ ນາຕົນເອງໃຫ້ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງຫາສູງຕາມທິດເສດຖະກິດສີຂຽວຍືນຍົງ, ລາຍຮັບສະເລ່ຍຕໍ່ຄົນໃຫ້ເພີ່ມຂຶ້ນ 4 ເທົ່າທຽບກັບປີ 2015, ຫັນເປັນອຸດສະຫະກໍາທັນສະໄໝເພື່ອເປັນພື້ນຖານໃຫ້ເສດຖະກິດເຂົ້ມແຂງ,ສ່ວນຍຸດທະສາດການພັດທະນາຮອດປີ 2025ຕ້ອງເຮັດໃຫ້ເສດຖະກິດ-ສັງຄົມຂະຫຍາຍຕົວດ້ວຍຄວາມໜັກແໜ້ນເຂັ້ມແຂງ ເພື່ອສ້າງປະຖົມປັດໃຈກ້າວຂຶ້ນສູ່ການເປັນປະເທດທີ່ມີລາຍຮັບປານກາງຫາສູງ, ລາຍຮັບສະເລ່ຍຕໍ່ຄົນໃຫ້ເພີ່ມຂຶ້ນ 2 ເທົ່າທຽບໃສ່ປີ 2015, ມີຊັບພະຍາກອນມະນຸດ ແລະ ກໍາລັງແຮງງານທີ່ມີ

ຄຸນນະພາບສູງ,ສາມາດແຂ່ງຂັນໃນຂະບວນການເຊື່ອມໂຍງຂອງພາກພື້ນ ແລະ ສາກົນ, ດັ່ງນັ້ນເພື່ອໃຫ້ບັນລຸໂຕເລກຄາດ   ໝາຍດັ່ງກ່າວລັດຖະບານຈຶ່ງໄດ້ກໍານົດ 3 ຄາດໝາຍໃຫຍ່ຄື: (1) ສືບຕໍ່ເຮັດໃຫ້ເສດຖະກິດແຫ່ງຊາດເຕີບໂຕຕໍ່ເນື່ອງ, ໝັ້ນທ່ຽງ ແລະ ສົມດູນ.(2) ພັດທະນາຊັບພະຍາກອນມະນຸດ, ວັດທະນາທໍາ-ສັງຄົມໃຫ້ມີຄຸນນະພາບ,ແກ້ໄຂຄວາມທຸກຍາກໃຫ້ເປັນຮູບປະທໍາ, ສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍຢ່າງທົ່ວເຖິງ ແລະ (3) ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນຕາມທິດສີຂຽວຍືນຍົງ,ກຽມພ້ອມຮັບມືກັບໄພທໍາມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດທີ່ອາດເກີດຂຶ້ນຢ່າງມີປະສິດທິຜົນ, ຊຶ່ງໃນ3 ຄາດໝາຍນີ້ໄດ້ມີ 20 ແຜນງານ ແລະ ວຽກງານຈຸດສຸມປີ່ນອ້ອມທີ່ພົວພັນກັບຫລາຍຂະແໜງການເຊັ່ນ: ເພີ່ມທະວີປະ ສິດທິພາບການຄຸ້ມຄອງບໍລິຫານລັດ, ສົ່ງເສີມຄວາມຮູ້ພູມປັນຍາ, ການຄົ້ນຄວ້າວິທະຍາສາດ, ການວິໃຈ, ການນໍາໃຊ້ເຕັກໂນໂລຊີ, ນະວັດຕະກໍາ ແລະ ການສື່ສານ, ການສົ່ງເສີມເພດຍິງ, ເຍົາວະຊົນ ແລະ ຊາວໜຸ່ມໃຫ້ມີຄວາມກ້າວໜ້າ ແລະ ມີຄວາມຮູ້ຄວາມສາມາດທຽບທັນສາກົນ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່າວວ່າ: ການກຳນົດທິດທາງການພັດທະນາປະ ເທດຄືດັ່ງກ່າວນັ້ນແມ່ນສິ່ງທ້າທາຍໃຫຍ່ຫລວງ, ແຕ່ມັນແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໃສຂອງປະເທດເຮົາ, ຊຶ່ງມັນຮຽກຮ້ອງໃຫ້ພວກເຮົາຕ້ອງມີຈິດໃຈ ແລະ ການກະທໍາທີ່ເດັດດ່ຽວໜຽວແໜ້ນ, ເປັນເອກະພາບສູງ, ມີຈິດໃຈບຸກທະລຸຢ່າງແທ້ຈິງ ແລະ ຕ້ອງປະປ່ອຍແນວຄິດການພັດທະ ນາທີ່ຢໍ້າເທົ້າ ແລະ ອັນສໍາຄັນກ່ອນອື່ນໝົດແມ່ນພວກເຮົາຕ້ອງພ້ອມກັນປະຕິບັດມະຕິ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII ໃຫ້ມີຜົນສໍາເລັດເປັນຢ່າງດີ ເພື່ອສືບຕໍ່ນໍາເອົາປະເທດຊາດໄປສູ່ຈຸດໝາຍທີ່ວາງໄວ້ໃຫ້ສຳເລັດ.

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...