Homeຂ່າວການພັດທະນາກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ – ບວກ ໄດ້ມີການຮັບຮອງເອົາຫຼາຍປະເດັນສໍາຄັນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ – ບວກ ໄດ້ມີການຮັບຮອງເອົາຫຼາຍປະເດັນສໍາຄັນ

Published on

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ – ບວກ (ADSOM-Plus) ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 24 ເມສາ 2016 ນີ້ຢູ່ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົນຕີ ອ່ອນສີ ແສນສຸກ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ຂອງ ສປປ.ລາວ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສຈາກ 10 ປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາ 8 ປະເທດເຂົ້າຮ່ວມຄື ຢີ່ປຸ່ນ ຣັດເຊຍ ນູແວນເຊລັງ ອົດສະຕຣາລີ ສ.ເກົາຫຼີ ອາເມຣິກາ ອິນເດຍ ແລະ ສປຈີນ.

ໃນກອງປະຊຸມ ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ກ່າວວ່າ ກອງປະຊຸມຄັ້ງນີ້ ແມ່ນໄດ້ຕົກລົງຫຼາຍບັນຫາທີ່ເປັນພື້ນຖານທີ່ສໍາຄັນໃຫ້ແກ່ການພົວພັນຮ່ວມມືວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງຂອງປະຊາຄົມອາຊຽນໃນຕໍ່ໜ້າ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຽາຍການສ້າງຕັ້ງປະຊາຄົມອາຊຽນ ໂດຍສະເພາະແມ່ນວິໄສທັດຂອງອາຊຽນ ແຕ່ນີ້ຈົນເຖິງປີ 2025 ເຊິ່ງກອງປະຊຸມຍັງໄດ້ປຶກສາຫາລື ພິຈາລະນາ ແລະ ເປັນເອກະພາບກັນໃນຫຼາຍບັນຫາທີ່ສໍາຄັນ ໂດຍສະເພາະແມ່ນ ການລາຍງານຄວາມຄືບໜ້າຂອງ 6 ຂົງເຂດວຽກງານການຮ່ວມມືໃນໄລຍະ 1 ປີທີ່ຜ່ານມາ ແລະ ພິຈາລະນາການເປັນປະທານຮ່ວມໃນຮອບວຽນທີ 3 ກົນໄກການຮ່ວມມືດັ່ງກ່າວແມ່ນມີຄວາມສຳຄັນໃນການສົ່ງເສີມມິດຕະພາບ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ພ້ອມທັງເປັນການສ້າງຂີດຄວາມສາມາດຂອງປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ ເຊິ່ງສອດຄ່ອງກັບເອກະສານວິໄສທັດຂອງປະຊາຄົມອາຊຽນ 2025 ທີ່ໄດ້ຮັບຮອງເອົາທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ປີ 2015 ທີ່ຜ່ານມາ ນອກນັ້ນ ຍັງໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ – ບວກ (ADSOM-Plus WG) ການແລກປ່ຽນສະພາບວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງໃນພາກພື້ນ-ສາກົນ ການລາຍງານຄວາມຄືບໜ້າກ່ຽວກັບໜ່ວຍງານຜູ້ຊ່ຽວຊານດ້ານການຊ່ອຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ – ບວກ (ADMM-Plus) ເຊັ່ນ ໜ່ວຍງານຜູ້ຊ່ຽວຊານດ້ານການຊ່ອຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ (HADR): Laos-Japan ໜ່ວຍງານຜູ້ຊ່ຽວຊານດ້ານການແພດທາງທະຫານ (MM) Thailand-Russia ໜ່ວຍງານຜູ່ຊ່ຽວຊານດ້ານຄວາມໝັ້ນຄົງທາງທະເລ (MS) Brunei-New Zealand ໜ່ວຍງານຜູ້ຊ່ຽວຊານດ້ານຕໍ່ຕ້ານການກໍ່ການຮ້າຍ (CT) Singapore-Australia ໜ່ວຍງານຜູ້ຊ່ຽວຊານດ້ານການຮັກສາສັນຕິພາບສາກົນ (PKO) Cambodia-Republic of Korea ໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດເພື່ອມະນຸດສະທຳ (HMA) Viet Nam-India ພ້ອມກັນນັ້ນ ກໍຍັງໄດ້ມີການພິຈາລະນາການເປັນປະທານຮ່ວມໜ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ – ບວກ ADMM-Plus ແລະ ໄດ້ມີການສະເໜີສ້າງຕັ້ງໜ່ວຍງານຜູ້ຊ່ຽວຊານດ້ານຄວາມໝັ້ນຄົງທາງອິນເຕີເນັດໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ – ບວກ ADMM-Plus ແລະ ບັນຫາອື່ນໆທີ່ສໍາຄັນ ທີ່ຈະໄດ້ນໍາສະເໜີຕໍ່ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ADMM ເພື່ອຮັບຮອງເອົາ.

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...