spot_img
Homeຂ່າວທ້ອງຖິ່ນປະຊາຊົນຮອ້ງທຸກຍອ້ນເອົານໍ້າກົດກ້ອນມາໃຊ້ຢູ່ສວນຢາງພາລາເຮັດໃຫ້ງົວຕາຍ

ປະຊາຊົນຮອ້ງທຸກຍອ້ນເອົານໍ້າກົດກ້ອນມາໃຊ້ຢູ່ສວນຢາງພາລາເຮັດໃຫ້ງົວຕາຍ

Published on

ເປີດຊອງຈົດຫມາຍຮອ້ງທຸກຈາກປະຊາຊົນເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກໂດຍເນື້ອໃນລະບຸວ່ານັກລົງທຶນຕ່າງປະເທດຜູ້ທີ່ສໍາປະທານປູກຢາງພາລາຢູ່ບ້ານຫນອງສີມ, ບ້ານຫມາກແງວ, ບ້ານຫນອງຫົວຄວາຍ ແລະ ບ້ານອື່ນໆໃນເມືອງບາຈຽງຈະເລີນສຸກນັ້ນພວມນໍາໃຊ້ສານເຄມີປະເພດກົດກ້ອນ ເຊິ່ງພວກເຂົາເຈົ້າໄດ້ຂຸດເປັນຂຸມຫລາຍຈຸດຢູ່ສວນຢາງພາ ຫລັງຈາກນັ້ນໄດ້ເອົານໍ້າຂັງໄວ້ ແລະ ເອົານໍ້າກົດກ້ອນລົງແຊໄວ້ໃນນໍ້າເພື່ອລ້າງຖ້ວຍຢາງພາລາງ ຍິ່ງກວ່ານັ້ນຍັງຖິ້ມເສດຖົງຢາງທີ່ຫໍ່ກົດກອ້ນເຮ່ຍຢັງຢາຍຊະຊາຍ ເວລາຕໍ່ມາງົວຂອງປະຊາຊົນໄດ້ໄປກິນນໍ້າສານເຄມີຢູ່ຂຸມ ແລະ ກິນເສຍຖົງຢາງເຮັດງົວ ຫລື ສັດລົ້ມຕາຍຈໍານວນຫນຶ່ງ.

ທ້າວ ແມວ ກໍາມະກອນສວນຢາງພາລາບອກວ່າຕົນເອງມືເປື່ອຍ ແລະ ຮ່າງກາຍເກີດມີແຜເປັນຈຸດໆຍອ້ນລ້າງຖ້ວຍນໍ້າຢາພາລາທີ່ໃຊ້ນໍ້າກົດກອ້ນປົນກັບນໍ້າ ຖ້າບໍ່ປະຕິບັດຕາມເຈົ້າຂອງສວນຢາງພາລາທີ່ເປັນນັກລົງທຶນຕ່າງປະເທດນັ້ນ ເຂົາເຈົ້າກໍຈະໄລ່ອອກຈາກວຽກ ແຕ່ຕົນເອງຈໍາໃຈຕອ້ງເຮັດເພາະບໍ່ມີຄວາມຮູ້ຫນອ້ຍ ແລະ ບໍ່ຮູ້ວ່າຈະເປັນເຮັດຫຍັງຖ້າຖືກໄລ່ອອກຈາກວຽກ. ນອກຈາກນີ້ເຂົາເຈົ້າເວົ້ານາບຄູ່ວ່າຖ້າບໍ່ເຮັດຈະເອົາກໍາມະກອນນໍາມາແຕ່ຕ່າງປະເທດໂດຍກົງ ແລະ ກໍບໍ່ໄດ້ສົນໃຈເພາະພວກເຈົ້າບໍ່ມີຄວາມອົດຄວາມທົນ.

ສະນັ້ນ ຢາກວີງວອນໃຫ້ທາງຂັ້ນເທີງລົງໄປກວດກາເບິ່ງແນ່ ພ້ອມນີ້ກໍຢາກໃຫ້ທາງຂັ້ນເທີງລັກ ຫລື ຈອບໄປກວດກາເບິ່ງເພາະຖ້າໄປເບິ່ງຢາງເປັນທາງການອາດມີຄົນໂທບອກ ແລະ ມີການຈັດສາກໄວ້ຫລວງຫນ້າ ສຸດກໍບໍ່ຫຍັງຈະເຫັນເພາະເຂົາທໍາລາຍຫລັກຖານ ແລະ ອະນາໄມໄວ້ເພື່ອຕົບຕາ….ຫລາຍຊຸມປີຜ່ານມານັກລົງທຶນຈໍານວນຫນຶ່ງມັກເວົ້າເລື້ອຍໆວ່າການລົງທຶນບໍ່ແຕ່ພຽງພາກລັດໄດ້ຜົນປະໂຫຍດ ຫາກຍັງແມ່ນ ປະຊາຊົນໄດ້ຮັບຜົນປະໂຫຍດອີກດ້ວຍໂດຍຜ່ານການສ້າງວຽກເຮັດງານທໍາໃຫ້ປະຊາຊົນມີລາຍຮັບ. ແນວໃດກໍດີ ບາງນັກລົງທຶນຕ່າງປະເທດຍັງສວຍໂອກາດ ແລະ ຂີ້ຕົວະເປັນຕົ້ນພວກເຂົາເຈົ້າບອກວ່າແຕ່ກ່ອນພວກເຮົາຈະຮັບກໍາມະກອນທີ່ມີອາຍຸ 40 ປີລົງມາ ແຕ່ປັດຈຸບັນພວກເຮົາຕອ້ງການກໍາມະກອນອາຍຸພຽງແຕ່ 30 ປີລົງເພາະຄົນອາຍຸ 40 ປີເຮັດບໍ່ທົນ ແລະ ບໍ່ຖືກຕາມຈຸດປະສົງ

ໂດຍ:ສອດສ່ອງ

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...