Homeມູມໄອທີລາວວິທີຖ່າຍຮູບໜ້າຈໍຄອມງ່າຍໆ ດ້ວຍຄີບອດ ແບບບໍ່ຕ້ອງລົງໂປຣແກຣມ

ວິທີຖ່າຍຮູບໜ້າຈໍຄອມງ່າຍໆ ດ້ວຍຄີບອດ ແບບບໍ່ຕ້ອງລົງໂປຣແກຣມ

Published on

ຫາກ​ທ່ານ​ໃດ​ຕ້ອງ­ການ​ຖ່າຍ­ຮູບ​ໜ້າ​ຈໍ ຄອມ​ພິວ​ເຕີ​ເທິງ​ລະ­ບົບ​ປະ­ຕິ­ບັດ​ການ Windows ຢູ່​ບາງ​ຄົນ​ອາດ​ຈະ​ນຶກ​ເຖິງ​ໂປຣ​ແກຣມ ແຄບ​ເຈີ​ໜ້າ​ຈໍ​ແນ່­ນອນ

ຖ້າ​ຫາກ​ເຮົາ​ບໍ່​ມີ​ໂປຣ ແກຣມ​ແຄບ​ເຈີ​ໜ້າ​ຈໍ​ຢູ່​ໃນ​ເຄື່ອງ​ຄອມ​ພິວ​ເຕີ ຂອງ​ເຮົາ ເຮົາ​ຈະ​ເຮັດ​ແນວ­ໃດ​ເຖິງ​ຈະ​ໄດ້​ພາບ ໜ້າ​ຈໍ? ນີ້​ແຫລະ​ເປັນ​ສິ່ງ​ທີ່​ຫຼາຍໆ​ຄົນ​ອາດ​ຈະ ບໍ່​ຮູ້​ວ່າ​ໃນ Windows ນັ້ນ​ມີ​ຟັງ​ເຊິນ​ຄີ​ລັດ​ທີ່​ສາ ມາດ​ຖ່າຍ​ພາບ​ໜ້າ​ຈໍ​ໄດ້​ໂດຍ​ບໍ່​ຕ້ອງ​ລົງ​ໂປຣ ແກຣມ​ເພີ່ມ​ຢູ່ ຊຶ່ງ​ເຮົາ​ສາ­ມາດ​ກົດ​ປຸ່ມ Windows (ຂ້າງໆ​ປຸ່ມ Alt) ຄ້າງ​ໄວ້​ແລ້ວ​ກົດ ປຸ່ມ Print Screen ໄດ້​ເລີຍ.

ຊຶ່ງ​ເມື່ອ​ເຮົາ​ກົດ​ແລ້ວ​ພາບ​ທີ່​ໄດ້​ຈະ​ຢູ່​ໃນ ໂຟນ​ເດີ​ຂອງ Picture > Screenshots ນັ້ນ​ເອງຊຶ່ງ​ພາບ​ທີ່​ໄດ້​ກໍ່​ຈະ​ເປັນ​ພາບ​ທັງ​ໜ້າ​ຈໍ​ເລີຍ ແຕ່​ຂໍ້​ເສຍ​ຂອງ​ວິ­ທີ​ນີ້​ຄື​ຫາກ​ເຮົາ​ຕ້ອງ­ການ​ແຕ່ ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ພາບ​ໜ້າ​ຈໍ ເຮົາ​ກໍ​ຕ້ອງນຳ​ພາບ​ໄປ​ເຂົ້າ​ໂປຣ​ແກຣມ​ແກ້​ໄຂ​ພາບ​ອື່ນໆ ເພີ່ມ​ເຕີມ​ເພື່ອ​ທຳ​ການ Crop ພາບ​ເພີ່ມ​ເຕີມ ນັ້ນ​ເອງ ແຕ່​ຫາກ​ເຮົາ​ຕ້ອງ­ການ​ພາບ​ທັງ​ໜ້າ​ຈໍ​ແລ້ວ​ກໍ​ວິ­ທີ​ນີ້​ຖື​ວ່າ​ສະ­ດວກ​ສະ­ບາຍ​ເອົາ​ສຸດໆ ເລີຍ.

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...